HomeBaby-ແມ່ແລະເດັກວິທີຄຳນວນວັນເກີດລູກດ້ວຍຕົວເອງ

ວິທີຄຳນວນວັນເກີດລູກດ້ວຍຕົວເອງ

Published on

ການຄຳນວນວັນຄົບກຳເນີດເກີດລູກຫຼັກໆແລ້ວ ມີ 2 ວິທີຄື: ຄຳນວນຈາກວັນທຳອິດຂອງປະຈຳເດືອນມາຄັ້ງສຸດທ້າຍ ແລະ ຄຳນວນຈາກວັນທີ່ປະຕິສົນທິ ໂດຍວັນກຳນົດເກີດເປັນພຽງວັນໃກ້ຄຽງມື້ເກີດເທົ່ານັ້ນ ເພາະວັນທີ່ເກີດລູກແທ້ໆ ອາດເກີດໄວກ່ອນ ຫຼື ຊ້າກ່ອນວັນຄຳນວນບວກ ຫຼື ລົບໄດ້ອີກ 2 ອາທິດ

ວິທີການຄຳນວນວັນເກີດຈາກວັນທຳອິດທີ່ມີປະຈຳເດືອນມາຄັ້ງສຸດທ້າຍ

ວັນທີ = ວັນທຳອິດທີ່ມີປະຈຳເດືອນມາຄັ້ງສຸດທ້າຍ + 7

ເດືອນ = ເດືອນທີ່ມີປະຈຳເດືອນມາຄັ້ງສຸດທ້າຍ – 3

ຍົກຕົວຢ່າງ: ວັນທຳອິດທີ່ມີປະຈຳເດືອນມາຄັ້ງສຸດທ້າຍ 1 ມັງກອນ 2016

ວັນທີ  = 1+7 = 8

ເດືອນ = 1-3 = 10 (ເດືອນມັງກອນແລ້ວນັບຖອຍຫຼັງໄປ 3 ເດືອນ)

ວັນກຳນົດຂອງລູກທ່ານຈະຢູ່ທີ່ປະມານວັນທີ 8 ຕຸລາ 2016

ວິທີຄຳນວນຈາກວັນປະຕິສົນທິ

ຖ້າທ່ານຈຳວັນປະຕິສົນທິໄດ້ ກໍ່ບວກເຂົ້າໄປ 266 ວັນ ນີ້ຄືສູດຄຳນວນວັນສະເລ່ຍແມ່ຍິງສ່ວນທີ່ຖືພາຈະຄຳນວນແບບນີ້

ວັນທີ = ວັນປະຕິສົນທິ – 7

ເດືອນ = ເດືອນປະຕິສົນທິ – 3

ຍົກຕົວຢ່າງ ຖ້າວັນປະຕິສົນທິ ຄືວັນທີ 1 ມັງກອນ

ວັນທີ = 1 – 7 = 24 (ນັບຖອຍຫຼັງຈາກວັນທີ 1 ໄປ 7 ວັນ)

ເດືອນ = 1 – 3 = 10 (ແຕ່ເນື່ອງຈາກການຄຳນວນວັນທີຂອງທ່ານເປັນການນັບຖອຍຫຼັງໄປເດືອນກ່ອນໜ້ານີ້ ສະນັ້ນເດືອນຂອງທ່ານຈະຕົກໄປທີ່ ວັນທີ 24 ເດືອນ 9)

ວັນກຳນົດເກີດຂອງລູກທ່ານຈະແມ່ນວັນທີ 24 ກັນຍາ

ເມື່ອຫາກທ່ານຮູ້ແລ້ວວາກຳລັງຖືພາ ທ່ານຄວນໄປຝາກທ້ອງທີ່ໂຮງໝໍເພື່ອກວດສຸຂະພາບຄວາມພ້ອມກັບແພດຜູ້ຊ່ຽວຊານ ແລະ ແພດຈະເປັນຄົນບອກວັນກຳນົດການເກີດລູກຂອງທ່ານໃຫ້ຮູ້ເອງ

 

ຂໍ້ມູນຈາກ: th.theasianparent.com
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...