Homeຂ່າວເຫດການພັນລະຍາປະທານປະເທດ ຕ້ອນຮັບ ຄະນະສະຫະພັນແມ່ຍິງ ສສ ຫວຽດນາມ

ພັນລະຍາປະທານປະເທດ ຕ້ອນຮັບ ຄະນະສະຫະພັນແມ່ຍິງ ສສ ຫວຽດນາມ

Published on

ຂປລ. ​​ວັນ​ທີ 18 ຕຸລາ 2016 ທີ່​ບ້ານ​ພັກໜອງບອນ ນະຄອນຫລວງ​ວຽງຈັນ, ທ່ານ ນາງ ຄຳ​ເມີງ ວໍລະ​ຈິດ ພັນ​ລະ​ຍາ​ ປະທານ​ປະ​ເທດ ​ແຫ່ງ ສປປ ລາວ. ​ໄດ້​ໃຫ້ກຽດຕ້ອນຮັບ​ ການ​ເຂົ້າ​ຢ້ຽມຢາມຂອງ ຄະນະ​ສະຫະພັນ​ແມ່ຍິງ ສສ ຫວຽດນາມ ນຳ​ໂດຍ ທ່ານ ນາງ  ຫງວຽນ ຫງວຽດ ງາ ພັນ​ລະ​ຍາທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງ​ປະ​ເທດ ສສ ຫວຽດນາມ ​ທີ່​ໄດ້​ເດີນທາງ​ມາ​ຢ້ຽມຢາມ ພົບ​ປະ​ເຮັດ​ວຽກ ໃນ​ລະຫວ່າງ​ ວັນ​ທີ 17-18 ຕຸລາ​ນີ້.

​ໃນ​ໂອກາດ​ນີ້, ທ່ານ ນາງ ຄຳ​ເມີງ ວໍລະ​ຈິດ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ, ຍ້ອງຍໍຊົມ​ເຊີຍຕໍ່​ພັນ​ລະ​ຍາ​ການ​ນຳ ກໍ​ຄື ຄະນະ​ສະຫະພັນ​ແມ່ຍິງ ສສ ຫວຽດນາມ ທີ່​ໄດ້​ເດີນທາງ​ມາ​ຢ້ຽມຢາມ ​ໃນ​ຄັ້ງ​ນີ້ ​ເຊິ່ງ​ເປັນ​ການ​ເສີມ​ຂະຫຍາຍການ​ພົວພັນ​ຮ່ວມ​ມື​ ຂອງສະຫະພັນ​ແມ່ຍິງສອງ​ປະ​ເທດ ​ລາວ-​ຫວຽດນາມ ​ໃຫ້​ມີ​ຄວາມ​ຮັດ​ແໜ້ນກັນ​ຍິ່ງ​ໆຂຶ້ນ. ​ເຊິ່ງ​ໄລຍະ​ຜ່ານ​ມາ ຄະນະ​ຄອບ​ຄົວພັນ​ລະ​ຍາ​ການ​ນຳ​ຂອງສອງ​ປະ​ເທດ ກໍ​​ໄດ້ມີ​ການ​ພົບ​ປະ​ຮ່ວມ​ມື​​ ແລກປ່ຽນວັດທະນະທຳຮ່ວມກັນ​ຕະຫລອດ​ມາ. ​ໃນ​ໂອກາດ​ເດີນທາງ​ຄັ້ງ​ນີ້, ທ່ານ ນາງ  ຫງວຽນ ຫງວຽດ ງາ ​ແລະ ຄະນະ ຍັງ​ໄດ້​​ເຂົ້າ​ພົບ​ພັນ​ລະ​ຍາ ທ່ານນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​ແລະ ພົບ​ປະ​ກັບ ສະຫະພັນ​ແມ່ຍິງ​ນະຄອນຫລວງ​ວຽງຈັນ ນຳ​ອີກ.

ພ້ອມ​ດຽວກັນ​ນີ້, ທ່ານ​ ນາງ ຫງວຽນ ຫງວຽດ ງາ ​ໄດ້ສະ​ແດງ​ຄວາມ​ຂອບ​ໃຈ ໃນການ​ຕອບ​ຮັບ​ອັນ​ອົບ​ອຸ່ນ​ໃນ​ຄັ້ງ​ນີ້​ ​ແລະ ​ໄດ້​ຍ້ອງຍໍ​ກ່ຽວກັບ​ວັດທະນະທຳ​, ຮີດຄອງ​ປະ​ເພນີລາວ ອັນ​ເປັນ​ເອກະລັກ ​ແລະ ຫວັງ​ຢ່າງ​ຍິ່ງວ່າ​ ຈະ​​ໄດ້​ຮັບການ​ສືບ​ຕໍ່​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ​ທີ່​ດີ ລະຫວ່າງ​ ສະຫະພັນ​​ແມ່ຍິງ​ລາວ- ສະຫະພັນ​ແມ່​ຍິງຫວຽດນາມ ທີ່​ມີ​ມາ​​ແຕ່​ດົນ​ນານນັ້ນ ​ໃຫ້​ແຕກ​ດອກ​ອອກ​ຜົນ​ງອກ​ງາມຍິ່ງໆ​ຂຶ້ນ​.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...