spot_img
Homeຂ່າວພາຍ​ໃນນັກລົງທຶນຈີນ ສະເໜີຂໍເພີ່ມໄລຍະສໍາປະທານ ເຂດພັດທະນາກວມລວມໄຊເສດຖາ ເປັນ 99 ປີ

ນັກລົງທຶນຈີນ ສະເໜີຂໍເພີ່ມໄລຍະສໍາປະທານ ເຂດພັດທະນາກວມລວມໄຊເສດຖາ ເປັນ 99 ປີ

Published on

ຂປລ.​ ໃນ​ໂອກາດ​ທີ່ ທ່ານ ນາງ ​ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ ​ໄດ້ລົງ​​ເຄື່ອນ​ໄຫວຢ້ຽມຢາມ ​ແລະ ຊຸກຍູ້​ ເຂດ​ເສດຖະກິດ​ພິ​ເສດ​ ເມື່ອ​ບໍ່​ດົນ​​ມານີ້ ໂດຍທ່ານ ຫລີ ​ເຈ່ຍ​ຫລົງ ຮອງ​ປະທານ​ກຸ່ມ​ບໍລິສັດ​ກໍ່ສ້າງ ​ແລະ ລົງທຶນ ​ແຂວງ​ຢຸນນານ ​ຫຸ້ນ​ສ່ວນຈໍາກັດ ​ໄດ້​ລາຍ​ງານ​ສະພາບ​ການ​ພັດທະນາ ​ແລະ ​ສະ​ເໜີ​​ໃຫ້ລັດຖະບານລາວ​ ເພີ່​ມ​ໄລຍະ​ເວລາ​ສໍາ​ປະທານເຂດພັດທະນາກວມລວມ ໄຊເສດຖາ​ຕື່ມອີກຈາກ 70 ​ເປັນ 99 ປີ. ​ເພາະອີງ​ຕາມ​ການພັດທະນາຕົວຈິງ​​​ ແມ່ນ​ຈະໃຊ້​ເວລາ 20-30 ປີ​ ຈຶ່ງ​ຈະ​ສໍາ​ເລັດທັງ​ໝົດ ​ເຊິ່ງຈະ​ມີ​ຜົນ​ກະທົບ​ຕໍ່​ການ​ດຶງ​ດູດ​ນັກ​ລົງທຶນ ​ແລະ ກໍ່ສ້າງ​ຕົວ​ເມືອງ​ໃໝ່​ ໃນ​ໄລຍະ​ຕໍ່​ໄປ.

ພ້ອມ​ນີ້, ຂໍ​ໃຫ້​ລັດຖະບານ​ລາວ ​ເພີ່ມ​ສິດ​ໃນ​ການ​ຄຸ້ມ​ຄອງ​ບໍລິຫານ​ ໃຫ້​ຄະນະ​ບໍລິຫານ​ເຂດ​ ​ໃຫ້​ເປັນ​ຫ້ອງການ​ບໍລິຫານ​ຜ່ານ​ປະຕູ​ດຽວ​ທີ່​ມີ​ປະສິດທິ​ຜົນ​ ໃນ​ດ້ານ​ການ​ບໍລິການ​ວິ​ສາ​ຫະກິດ ​ທີ່​ເຂົ້າ​ມາ​ລົງທຶນ​ຢູ່​ພາຍ​ໃນ​ເຂດ​ໃຫ້​ດີ​ຂຶ້ນ ຂະນະດຽວ​ກັນ, ກໍເພີ່ມ​ສິດ​ໃນ​ການ​ອະນຸມັດ​ ລວມທັງ​ສິດ​ໃນ​ການ​ເກັບ​ພາສີ​ອາກອນ, ສິດ​ໃນ​ການ​ກວດກາ​ອະນຸມັດ​ການ​ແຈ້ງ​ພາສີ​ດ່ານ ​ໃນ​ການ​ນໍາ​ເຂົ້າ-​ສົ່ງ​ອອກ, ສິດ​ໃນ​ການ​ອະນຸມັດ​ແຮງ​ງານ ​ແລະ ອື່ນ​ໆ ​ເພື່ອ​ຮັບປະກັນ​ການ​ພັດທະນາ​​​ໃຫ້​ດໍາ​ເນີນ​ການ​ຢ່າງ​ຕໍ່​ເນື່ອງ. ສະ​ນັ້ນ​, ຈຶ່ງ​ຂໍຮຽກຮ້ອງມາ​ຍັງ​ລັດຖະບານລາວ ​ສະໜັບສະໜູນ​ໃຫ້ການ​ຊ່ວຍ​ເຫລືອ​ເປັນ​ຂອດ​ປະສານ​ກັບ​ພາກສ່ວນ​ທີ່​ກ່ຽວ​ຂ້ອງ.

ເຂດ​ພັດທະນາ​ກວມ​ລວມ​ໄຊ​ເສດ​ຖາ​ ເປັນ​ໂຄງການ​ຮ່ວມ​ມື ລະຫວ່າງ ລັດຖະບານ​ລາວ ​ແລະ ລັ​ດຖະບານ​ ສປ ຈີນ ​​ໃນ​ການ​ພັດທະນາເນື້ອ​ທີ່​ດິນ 1.000 ​ເຮັກຕາ, ​ມີ​ໄລຍະ​ສໍາ​ປະທານ 70 ປີ ​​ເຊິ່ງເລີ່​ມປະຕິບັດ​ແຕ່​ປີ 2011. ມາ​ຮອດປັດຈຸບັນ​ເຂດ​ດັ່ງກ່າວ ​ໄດ້​ສໍາ​ເລັດ​ການກໍ່ສ້າງ​ພື້ນຖານ​ໂຄ່ງ​ລ່າງ​ໂດຍ​ພື້ນຖານ​ແລ້ວ​ ຈໍານວນ 400 ​ເຮັກຕາ. ​ໃນ​ນັ້ນມີ 35 ບໍລິສັດ ​ທີ່​​ໄດ້​ຈົດ​ທະບຽນ ​ເຊິ່ງມີ​ມູນ​ຄ່າ​ການ​​ລົງທຶນ​ 350 ລ້ານ​ໂດ​ລາ​ສະຫະລັດ, ສ່ວນ​ໃຫຍ່​ການ​ລົງທຶນກ່ຽວ​ກັບ​ພະລັງງານ​ສະອາດ, ປຸງ​ແຕ່ງ​ຜະລິດ​ຕະພັນ​ກະ​ສີ​ກໍາ, ຜະລິດ​ຕະພັນ​ອຸປະກອນ​​ເຄື່ອງ​ໄຟຟ້າ, ປຸງ​ແຕ່ງຫົວອາຫານ​ສັດ, ປຸງ​ແຕ່ງ​ຢາ​ສູບ, ວັດ​ສະ​ດຸ​ກໍ່ສ້າງ, ສາງ​ແຈກຈ່າຍສິນຄ້າ (​ໂລ​ຈິດ​ສະຕິ​ດ) ​ແລະ ອື່ນໆ.

ນອກ​ນີ້​, ຍັງໄດ້​ສໍາ​ເລັດ​ການ​ຊົດ​ເຊີຍ​ເນື້ອ​ທີ​ດິນ​ໃຫ້​ປະຊາຊົນ​ແລ້ວ 243 ຕອນ ​ຂອງ​ເນື້ອ​ທີ່ທັງໝົດ 570 ​ເຮັກຕາ, ມູນ​ຄ່າ 109 ຕື້​ກວ່າ​ກີບ ແລະ ​ໄດ້​ອອກ​ບົດ​ສຶກສາຜົນ​ກະທົບ​ຕໍ່​ສິ່ງ​​ແວດ​ລ້ອມ​ເບື້ອງ​ຕົ້ນ​ ໄດ້ 4 ບໍລິສັດ.
ແຫລ່ງຂ່າວ:
ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...