HomeຊີວິດແລະຄວາມຮັກWedding-Sex-loveເຫດຜົນທີ່ເຮັດໃຫ້ແມ່ຍິງ-ຜູ້ຊາຍບໍ່ມີອາລົມຮ່ວມເພດ

ເຫດຜົນທີ່ເຮັດໃຫ້ແມ່ຍິງ-ຜູ້ຊາຍບໍ່ມີອາລົມຮ່ວມເພດ

Published on

ຫາກວ່າເຊັກສ໌ລະຫວ່າງທ່ານກັບແຟນສາວທີ່ເມື່ອກ່ອນເຄີຍຊ໊າບຊ໊າ ເຖິງເຜັດເຖິງຂີງ ແຕ່ຕອນນີ້ແຟນສາວທີ່ເຄີຍມີຄວາມກະຕືລືລົ້ນຕື່ນເຕັ້ນເລົ້າໃຈໃນເວລາທີ່ມີເຊັກສ໌ ກັບກາຍເປັນຫງອຍເຫງົາຊຶມເສົ້າເວົ້າເລື່ອງເຊັກສ໌ມາແລ້ວບໍ່ຫ້າວຫັນຄືແຕ່ກ່ອນ ຜູ້ຊາຍຫຼາຍຄົນອາດເຄີຍຄິດສົງໃສແມ່ນບໍ່ວ່າ ເກີດຫຍັງຂຶ້ນກັບນາງ ໃນຄໍລຳ ຄວາມຮັກກັບເຊັກສ໌ ວັນນີ້ເຮົາມີຄຳຕອບມາຝາກກັນ ເຊິ່ງຄວາມຮູ້ສຶກໝົດອາລົມທາງເພດນີ້ບໍ່ພຽງແຕ່ຈະເປັນສະເພາະແຕ່ໃນກຸ່ມຂອງແມ່ຍິງເທົ່ານັ້ນ ແຕ່ຜູ້ຊາຍບາງຄົນກໍ່ເປັນເຊັ່ນດຽວກັນ ເອົາເປັນວ່າເຮົາບໍ່ຊັກຊ້າເຮົາມາຮູ້ຈັກປັດໄຈທີ່ເຮັດໃຫ້ໝົດອາລົມທາງເພດພ້ອມກັນເລີຍ

  1. ຮູ້ສຶກຄຽດໃຫ້ຄົນຮັກ
  2. ຄິດນຳວຽກ, ການຮຽນ ແລະ ເລື່ອງອື່ນໆຫຼາຍຈົນບໍ່ມີອາລົມກັບເລື່ອງແບບນີ້
  3. ບໍ່ມັກເລື່ອງເຊັກສ໌ປານໃດ
  4. ສຸຂະພາບບໍ່ແຂງແຮງມີພະຍາດ ຫຼື ຮູ້ສຶກອິດເມື່ອຍ ຈົນບໍ່ມີແຮງຢາກຮ່ວມເພດ
  5. ຮູ້ສຶກເບື່ອການມີເພດສຳພັນແລ້ວ ພໍແລ້ວ
  6. ເບືອແຟນ
  7. ມື້ນັ້ນເຂົາຊ່ວຍຕົວເອງແລ້ວ ຫຼື ໄປມີຫຍັງກັບຜູ້ອື່ນມາແລ້ວ

ທັງໝົດນີ້ກໍ່ແມ່ນສາເຫດທີ່ເຮັດໃຫ້ແມ່ຍິງ ຫຼື ຜູ້ຊາຍບໍ່ມີອາລົມຮ່ວມເພດ ແຕ່ໃນຄວາມເປັນຈິງອາດມີລາຍກວ່າເຫັດຜົນທີ່ຍົກມາຂ້າງເທິງນີ້ ເອົາເປັນວ່າເລື່ອງແບບນີ້ຖ້າຄູ່ໃດກຳລັງພົບກັບບັນຫານີ້ຢູ່ກໍ່ຄວນຊອກຫາສາເຫດຕົ້ນຕໍຂອງມັນແລ້ວຫາວິທີທາງແກ້ໄຂມັນສະ ເພື່ອຄວາມຮັກຈະໄດ້ກັບມາສົດຊື່ນຊ໊າບຊ໊າຄືແຕ່ກ່ອນ

ຂໍ້ມູນຈາກ: http://women.thaiza.com/
ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...