Homeຂ່າວຕ່າງປະເທດຣັດເຊຍຈະຢຸດການໂຈມຕີ ຢູ່ເມືອງອະເລບໂປ 8 ຊົ່ວໂມງ ໃນວັນພະຫັດນີ້ ເພື່ອເປີດທາງປະຊາຊົນຫລົບໜີ

ຣັດເຊຍຈະຢຸດການໂຈມຕີ ຢູ່ເມືອງອະເລບໂປ 8 ຊົ່ວໂມງ ໃນວັນພະຫັດນີ້ ເພື່ອເປີດທາງປະຊາຊົນຫລົບໜີ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 18 ຕຸລານີ້ວ່າ ກອງທັບຣັດເຊຍ ແລະ ກອງທັບລັດຖະບານຊີຣີ ປະກາດຈະຢຸດຕິການໂຈມຕີຢູ່ເມືອງອະເລບໂປ ໃນປະເທດຊີຣີ ເປັນເວລາ 8 ຊົ່ວໂມງ ໃນວັນພະຫັດທີ 20 ຕຸລາທີ່ຈະມາເຖິງນີ້ ເພື່ອເປີດທາງໃຫ້ພົນລະເຮືອນ ແລະ ກຸ່ມກະບົດ ອົບພະຍົບອອກຈາກເມືອງ ພາຍຫລັງທີ່ເຮືອບິນຂອງກອງທັບອາກາດຣັດເຊຍ ແລະ ກອງກຳລັງລັດຖະບານຊີຣີ ໄດ້ເປີດສາກໂຈມຕີເມືອງດັ່ງກ່າວ ຊຶ່ງເປັນພື້ນທີ່ຍຶດຄອງຂອງກຸ່ມກະບົດ ນັບຕັ້ງແຕ່ຂໍ້ຕົກລົງຢຸດຍິງຢູ່ຊີຣີ ຖືກລະເມີດເມື່ອເດືອນກ່ອນໜ້ານີ້.

ດ້ານສະຫະລັດອາເມຣິກາ ແລະ ຊາດສະມາຊິກເອີຣົບບາງສ່ວນ ໄດ້ກ່າວຫາຣັດເຊຍ ແລະ ຊີຣີ ກໍ່ອາຊະຍາກຳສົງຄາມຢູ່ເມືອງອະເລບໂປ, ແຕ່ຝ່າຍຣັດເຊຍໄດ້ປະຕິເສດ ພ້ອມກ່າວຫາຊາດຕາເວັນຕົກຄືນວ່າ ກຳລັງຊ່ວຍເຫລືອພວກກໍ່ການຮ້າຍ.  ທ່ານ ພົນໂທ ເຊີເກ ຣຸດສະຄອບ ເຈົ້າໜ້າທີ່ລະດັບສູງ ກະຊວງປ້ອງກັນປະເທດຣັດເຊຍ ໄດ້ລະບຸວ່າ ກຸ່ມກະບົດຢູ່ເມືອງອະເລບໂປ ກຳລັງເຂັ່ນຂ້າພົນລະເຮືອນຊາວຊີຣີຢ່າງປ່າເຖື່ອນ ຂະນະທີ່ລັດຖະບານບັນດາຊາດຕາເວັນຕົກ ກຳລັງເຮັດທຳທ່າບໍ່ຮູ້ບໍ່ເຫັນ, ສະນັ້ນ ສະຖານະການຢຸດຍິງຝ່າຍດຽວຈິ່ງບໍ່ສົມເຫດສົມຜົນ ເນື່ອງຈາກຈະເຮັດໃຫ້ກຸ່ມກໍ່ການຮ້າຍ ຈະມີໂອກາດຫາຍໃຈອີກເທື່ອໜື່ງ ແລ້ວລວມກຸ່ມກັນໃໝ່ ຟື້ນຟູສັກກະຍະພາບທາງທະຫານຂອງພວກເຂົາ.

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...