Homeຂ່າວພາຍ​ໃນເຕືອນໄພ ພາຍຸລາມາສູນ

ເຕືອນໄພ ພາຍຸລາມາສູນ

Published on

ໃຫ້ກຽມພ້ອມມ້ຽນມັດວັດຖຸສິ່ງຂອງ ແລະສັດລ້ຽງໄປໄວ້ບ່ອນທີ່ປອດໄພ. ຂໍໃຫ້ຕິດຕາມການລາຍງານຂ່າວພະຍາກອນອາກາດຈາກກົມແລະອຸທົກກະສາດ ເປັນປະຈຳ.

 

ກົມອຸຕຸນິຍົມ ແລະອຸທົກກະສາດ ເຕືອນໄພພາຍຸ ໂດຍລາຍລະອຽດດັ່ງນີ້: ຮ່ອງມໍລະສຸມທີ່ມີກຳລັງປານກາງຫາແຮງ ຍັງສືບຕໍ່ພາດຜ່ານຢູ່ທົ່ວທຸກພາກຂອງປະເທດລາວ, ປ່ອງເຂົ້າສູ່ພາຍຸ ຣາມາສູນ ຫົວທີ 9, ປັດຈຸບັນມີຈຸດທີ່ຕັ້ງຢູ່ເສັ້ນຂະໜານທີ 14.2 ອົງສາເໜືອ ແລະເສັ້ນແວງ 120.4 ອົງສາຕາເວັນອອກ, ເຄື່ອນທີ່ໄປທາງທິດຕາເວັນຕົກດ້ວຍຄວາມໄວ 30 ກິໂລແມັດຕໍ່ຊົ່ວໂມງ ແລະຄາດວ່າໃຕອນເຊົ້າຂອງວັນທີ 17/7/2014 ຈະເຄື່ອນທີ່ເຂົ້າໃກ້ກັບຝັ່ງທະເລປະເທດຫວຽດນາມ. ເຊິ່ງວົງລັດສະໝີຂອງພາຍຸຈະກວມເອົາບັນດາແຂວງພາກເໜືອ ຫາພາກກາງຂອງລາວ, ເຊິ່ງນັບແຕ່ວັນທີ 17 ຫາ 19/6/2014 ຈະມີຝົນຕົກໜັກ, ຟ້າຄະນອງ, ລົມແຮງຢູ່ບັນດາແຂວງ ສະຫວັນນະເຂດ, ຄຳມ່ວນ, ບໍລິຄຳໄຊ, ແຂວງວຽງຈັນ, ໄຊສົມບູນ, ຊຽງຂວາງ, ຫົວພັນ ແລະແຂວງຜົ້ງສາລີ, ນັບທັງນະຄອນຫຼວງວຽງຈັນພ້ອມ.

 

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງອຳນາດການປົກຄອງທຸກພາກສ່ວນ ແລະພໍ່ແມ່ປະຊາຊົນທີ່ອາໄສຢູ່ໃນບັນດາເຂດແຂວງດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ, ລົມແຮງຈະເຮັດໃຫ້ລະດັບນ້ຳສາຂາສູງຂຶ້ນພ້ອມມີດິນເຈື່ອນ. ຈຶ່ງຮຽກຮ້ອງໃຫ້ກຽມພ້ອມມ້ຽນມັດວັດຖຸສິ່ງຂອງ ແລະສັດລ້ຽງໄປໄວ້ບ່ອນທີ່ປອດໄພ. ຂໍໃຫ້ຕິດຕາມການລາຍງານຂ່າວພະຍາກອນອາກາດຈາກກົມແລະອຸທົກກະສາດ ເປັນປະຈຳ.

 

ສີທັນ ສຸດທິສັກ ຫົວໜ້າກົມອຸຕຸນິຍົມແລະອຸທົກກະສາດ

10401400_1475387989372569_2555274736016288494_n

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...