Homeຂ່າວພາຍ​ໃນນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງອັດຕະປື

ນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງອັດຕະປື

Published on

ໃນລະຫວ່າງວັນທີ 15-16 ຕຸລາ 2016, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ພ້ອມຄະນະ, ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປື ເພື່ອຕິດຕາມ ແລະ ຊຸກຍູ້ການພັດທະນາເສດຖະກິດສັງຄົມ ພາຍໃນແຂວງດັ່ງກ່າວໂດຍໃຫ້ການຕ້ອນຮັບຈາກ ທ່ານ ນາມ ວິຍາເກດ, ເຈົ້າແຂວງ ອັດຕະປື ພ້ອມດ້ວຍຄະນະພັກ ແລະ ອົງການປົກຄອງແຂວງ.
ໃນການຢ້ຽມຢາມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ອັດຕະປື ຈາກທ່ານເຈົ້າແຂວງ ເຊິ່ງໄລຍະ 9 ເດືອນຜ່ານມາ ແຂວງ ອັດຕະປື ຍາດໄດ້ຜົນສຳເລັດຫລາຍດ້ານ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ເສດຖະກິດຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນ ໄດ້ 1,680 ໂດລາສະຫະລັດ; ເກັບລາຍຮັບໄດ້ 113 ຕື້ກີບ ເທົ່າກັບ 73% ຂອງແຜນການ; ລາຍຈ່າຍ ປະຕິບັດໄດ້ 324 ຕື້ກີບ ເທົ່າກັບ 97,4% ຂອງແຜນການ; ປູກເຂົ້ານາປີໄດ້ 23.320 ເຮັກຕາ, ຄາດຄະເນຜົນຜະລິດ ຈະໄດ້ 94.690 ໂຕນ ທຽບໃສ່ແຜນການປະຕິບັດໄດ້ 96,4%
ພ້ອມນີ້ ທ່ານ ນາຍົກລັດຖະມົນຕີ ໄດ້ລົງຊີ້ນຳ, ຊຸກຍູ້ການຜະລິດ-ທຸລະກິດ ຈຳນວນໜຶ່ງຢູ່ເມືອງ ໄຊເສດຖາ ແລະ ເມືອງສາມັກຄີໄຊ ແລະ ໄດ້ເດີນທາງໄປຢ້ຽມຢາມສະໜາມບິນ ແຂວງອັດຕະປື ເຊິ່ງສະໜາມບິນດັ່ງກ່າວຕັ້ງຢູ່ເມືອງໄຊເສດຖາ ຫ່າງຈາກເທດສະບານແຂວງ 28 ກິໂລແມັດ ສຳເລັດການກໍ່ສ້າງ ແລະ ເລີ່ມໃຫ້ບໍລິການ ໃນປີ 2015, ສາມາດຮອງຮັບ ແລະ ອໍານວຍຄວາມສະດວກ ໃຫ້ແກ່ການດຶງດູດການລົງທຶນ, ບໍລິການການທ່ອງທ່ຽວ, ການຄົມມະນາຄົມຂົນສົ່ງ, ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ນະໂຍບາຍການເປັນທາງຜ່ານຂອງປະເທດ. ປະຈຸບັນ, ໄດ້ໃຫ້ບໍລິການຖ້ຽວບິນ ນະຄອນຫຼວງວຽງຈັນ-ປາກເຊ-ອັດຕະປື-ນະຄອນຫຼວງວຽງຈັນ 3 ວັນຕໍ່ອາທິດ (ຈັນ, ພຸດ, ສຸກ), ລູກຄ້າສ່ວນຫຼາຍ ແມ່ນຈາກແຂວງ ເຊກອງ ແລະ ພາຍໃນແຂວງອັດຕະປື, ໃນຕໍ່ໜ້າຄາດຄະເນວ່າ ຈະມີຜູ້ມາໃຊ້ບໍລິການ ຈາກແຂວງ ທີ່ໃກ້ຄຽງຂອງເພື່ອນຫວຽດນາມ ຊຶ່ງຈະເປັນການປະກອບສ່ວນທີ່ສຳຄັນ ເຂົ້າໃນເຊື່ອມໂຍງລະຫວ່າງ ພາກພື້ນ ແລະ ອະນຸພາກພື້ນ.
ພ້ອມນີ້, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຢາມສວນໝາກມັງກອນ ຂອງ ບໍລິສັດຮວງແອງ ຢາລາຍ ເຊິ່ງຄະນະຮັບຜິດຊອບສວນດັ່ງກ່າວ ໄດ້ແຈ້ງໃຫ້ຊາບວ່າ: ໄດ້ເລີ່ມປູກໝາກມັງກອນ ແຕ່ກາງປີ 2016 ໃນເນື້ອທີ່ 500 ກ່ວາເຮັກຕາ, ດ້ວຍແນວພັນໝາກມັງກອນ ເນື້ອສີແດງ, ຄາດວ່າຜົນຜະລິດ ຈະໄດ້ປະມານ 40 ໂຕນ ຕໍ່ເຮັກຕາ. ນອກຈາກປູກໝາກມັງກອນແລ້ວ, ບໍລິສັດຮວງແອງຢາລາຍ ຍັງໄດ້ກ້າເບັ້ຍ ແລະ ກຽມປູກໝາກພ້າວ ແລະ ໝາກກ້ວຍ ເພື່ອເປັນສິນຄ້າສົ່ງຂາຍ ທັງພາຍໃນ ແລະ ຕ່າງປະເທດ. ທ່ານນາຍົກລັດຖະມົນຕີ ຍັງໄດ້ແນະນຳບໍ່ໃຫ້ໃຊ້ໄມ້ແກ່ນລ້ອນເປັນເສົາປູກໝາກມັງກອນ ເພື່ອຮັກສາປ່າໄມ້ໃຫ້ຂຽວງາມ.
ໃນເວລາຕໍ່ມາ, ທ່ານ ນາຍົກລັດຖະມົນຕີ ໄດ້ໄປຢ້ຽມຢາມໂຮງງານປຸງແຕ່ງ ອາຫານສັດ ຂອງທ່ານ ບຸນຮຽງ, ຢູ່ບ້ານ ແກ້ງໃຫຍ່, ເມືອງ ໄຊເສດຖາ, ແຂວງ ອັດຕະປື ເຊິ່ງເປັນໂຮງງານແບບຄອບຄົວຕົວແບບທີ່ສາມາດຜະລິດຫົວອາຫານສັດໄດ້ປະມານ 20ໂຕນຕໍ່ມື້ ເພື່ອສະໜອງໃຫ້ແກ່ການລ້ຽງສັດຂອງຄອບຄົວ ແລະ ຂອງປະຊາຊົນພາຍໃນເມືອງ ແລະ ໄປຢ້ຽມຢາມການທົດລອງປູກເຂົ້າຈ້າວພັນມະລິ ຂອງປະຊາຊົນ ຢູ່ບ້ານ ໄຊສີ, ເມືອງ ໄຊເສດຖາ ເຊິ່ງສາມາດຍົກສູງສະມັດຖະພາບການຜະລິດເຂົ້າ ແລະ ສາມາດຜະລິດໄດ້ໂດຍສະເລ່ຍ ປະມານ 4-5 ໂຕນຕໍ່ເຮັກຕາ.
ໃນວັນທີ 16 ຕຸລາ 2016, ທ່ານນາຍົກລັດຖະມົນຕີ ພ້ອມຄະນະ ກໍ່ໄດ້ສືບຕໍ່ເດີນທາງໄປຢ້ຽມຢາມ ຟາມລ້ຽງງົວ ຂອງທ່ານ ເພັດສະໄໝ ກຸມເພັດສະວົງ ຢູ່ບ້ານ ກະຍື ເມືອງ ສາມັກຄີໄຊ ແຂວງ ອັດຕະປື ມີເນື້ອທີ່ທັງໝົດ 100 ເຮັກຕາ, ໄດ້ເລີ່ມລ້ຽງງົວ ໃນປີ 2010 ຈາກທີ່ມີງົວ 50 ໂຕ ມາຮອດປະຈຸບັນ ເພີ່ມຂຶ້ນເຖິງ 140 ໂຕ, ຄວາຍ 30 ໂຕ, ສະໜອງຊີ້ນໃຫ້ຕະຫລາດພາຍໃນ ແລະ ສາມາດສ້າງລາຍໄດ້ ປີລະປະມານ 100 ລ້ານກີບ.ຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ພ້ອມຄະນະ ກໍ່ໄດ້ໄປຢ້ຽມຢາມ ຟາມລ້ຽງໄກ່ ບົວລະພາ ພົມມະຈັກຕັ້ງຢູ່ບ້ານ ໄຊໂພສີ, ເມືອງ ສາມະຄີໄຊ, ແຂວງ ອັດຕະປືເຊິ່ງ ທ່ານນາງ ບົວລະພາ ພົມມະຈັນ ເຈົ້າຂອງຟາມດັ່ງກ່າວ ໄດ້ແຈ້ງໃຫ້ຮູ້ວ່າ: ໄດ້ເລີ່ມເຮັດຟາມ ມາແຕ່ ປີ 1998, ມາເຖິງປັດຈຸບັນ ມີໄກ່ລາດຫລາຍຊະນິດກວ່າ 2 ພັນໂຕ, ງົວລາດ 40 ກ່ວາໂຕ, ໄກ່ພັນ 2 ຟາມ, ຟາມລະ 5 ພັນໂຕ, ໝູລາດ 10 ກ່ວາໂຕ, ແບ້ 20 ກ່ວາໂຕ, ໜອງປາ 2 ໜອງ, ປ່ອຍປາແລ້ວ 1 ແສນໂຕ ແລະໄດ້ປູກໝາກມັງກອນ 1 ເຮັກຕາ ແລະ ທົດລອງປູກຂິງຕື່ມອີກ. ແຜນການຕໍ່ໜ້າຈະເຮັດສວນກ້າເບ້ຍ ແລະ ຝຸ່ນຊີວະພາບຈາກມູນສັດນຳອີກ.
ໃນການໄປຢ້າມຢາມ ແລະ ຊຸກຍູ້ພື້ນຖານການຜະລິດໃນຄັ້ງນີ້, ທ່ານ ທອງລຸນ ສີສຸລິດໄດ້ແນະນໍາໃຫ້ຄະນະພັກ ແລະ ອົງການປົກຄອງກໍ່ຄືຂະແໜງການຕ່າງໆ ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ ຈົ່ງພ້ອມກັນເອົາໃຈໃສ່ ສືບຕໍ່ຊີ້ນຳຊຸກຍູ້ສົ່ງເສີມການຜະລິດກະສິກຳ, ການປູກ-ການລ້ຽງ ແລະ ຜະລິດສະບຽງອາຫານເປັນສິນຄ້າ ຂອງປະຊາຊົນ ໂດຍອີງໃສ່ທ່າແຮງບົ່ມຊ້ອນຕົວຈິງ ແລະ ມູນເຊື້ອຂອງປະຊາຊົນໃນແຕ່ລະບ່ອນ.ເອົາໃຈໃສ່ຊຸກຍູ້ສົ່ງເສີມໃຫ້ຊາວກະສິກອນ ຈົ່ງພ້ອມກັນຕັ້ງໜ້າ ຜະລິດສິນຄ້າໃຫ້ມີຄຸນນະພາບ ເພື່ອເປັນສິນຄ້າ.ຮັກສາແນວພັນເຂົ້າດັ່ງເດີມທີ່ມີຊື່ສຽງ ແລະ ມູນເຊື້ອທີ່ດີ.ພ້ອມກັນ,ພັດທະນາຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ ກໍ່ຄືພັດທະນາສ້າງສາບ້ານເມືອງຂອງຕົນ ໃຫ້ນັບມື້ຮັ່ງມີເຂັ້ມແຂງຂຶ້ນ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ອົງການ NASA ເປີດຮັບສະໝັກອາສາສະໝັກ ເຂົ້າຮ່ວມໂຄງການຈຳລອງການໃຊ້ຊີວິດເທິງດາວອັງຄານ ແລະ ດວງເດືອນ ເປັນເວລາ 1 ປີ.

ເພື່ອສຶກສາຜົນກະທົບຕໍ່ຮ່າງກາຍ ແລະ ຈິດໃຈ ກ່ອນການເດີນທາງໄປອະວະກາດຈິງ ອົງການບໍລິຫານການບິນ ແລະ ອະວະກາດແຫ່ງຊາດສະຫະລັດ ຫຼື NASA ໄດ້ປະກາດເປີດຮັບສະໝັກອາສາສະໝັກເພື່ອເຂົ້າຮ່ວມໂຄງການວິໄຈ "Moon and Mars Exploration...

ປັດຈຸບັນ EDL ມີແຫຼ່ງຜະລິດໄຟຟ້າທີ່ສົ່ງເຂົ້າລະບົບ 110 ແຫ່ງ ລວມກຳລັງຕິດຕັ້ງ 5,075 MW ແລະ ກຳລັງຜະລິດຕົວຈິງສູງສຸດ 2,674 MW.

ການດຳເນີນທຸລະກິດ 6 ເດືອນຕົ້ນປີ 2026 ຂອງໄຟຟ້າລາວ ມີທ່າອ່ຽງດີຂຶ້ນ ໂດຍລາຍຮັບເຕີບໂຕ 9.4% ທຽບກັບໄລຍະດຽວກັນຂອງປີ 2025 ຈາກການປັບປຸງໂຄງສ້າງລາຄາໄຟຟ້າ, ການຫຼຸດບັນຫາໄຟຕົກ-ໄຟມອດ ແລະ ການຄວບຄຸມລາຍຈ່າຍບໍລິຫານ. ກອງປະຊຸມສະຫຼຸບການດໍາເນີນທຸລະກິດ...

ອົງການກວດກາລັດແຂວງເຊກອງ ແລະ ນະຄອນດາໜັງ ພົບປະແລກປ່ຽນບົດຮຽນ ຕ້ານການສໍ້ລາດບັງຫຼວງ.

ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງອົງການກວດກາລັດແຂວງເຊກອງ ສປປ ລາວ ແລະ ອົງການກວດກາລັດນະຄອນດາໜັງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 9 ສິງຫາ 2026 ທີ່ຫ້ອງວ່າການແຂວງເຊກອງ, ໂດຍມີທ່ານ...

ຍີ່ປຸ່ນ-ລາວ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄືການເປັນຄູ່ຮ່ວມຍຸດທະສາດຮອບດ້ານ.

ໃນຕອນບ່າຍຂອງວັນທີ 5 ສິງຫາ 2026 ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ (ສະບັບປັບປຸງ) ສໍາລັບໂຄງການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ໃນການປັບປຸງສະໜາມບິນສາກົນວັດໄຕ ມູນຄ່າລວມທັງໝົດ 3,863,000,000 ເຢນ ຫຼື...