Homeອຸບັດເຫດແລະປາກົດການຫຍໍ້ທໍ້ຈັບເຄືອຂ່າຍ ຄ້າຢາເສບຕິດລາຍໃຫຍ່ຢູ່ບໍ່ແກ້ວ

ຈັບເຄືອຂ່າຍ ຄ້າຢາເສບຕິດລາຍໃຫຍ່ຢູ່ບໍ່ແກ້ວ

Published on

ເມື່ອທ້າຍອາທິດຜ່ານມານີ້, ເຈົ້າໜ້າທີ່ ປກສ ເມືອງຕົ້ນເຜີ້ງແຂວງບໍ່ແກ້ວ,  ໄດ້ຈັບເຄືອຂ່າຍ ຄ້າຢາເສບຕິດລາຍໃຫຍ່ຢູ່ບ້ານຕ້າງອໍ້, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ປະກອບມີ: ທ້າວ ພົມມະລີ ອາຍຸ 51 ປີຢູ່ບ້ານໃໝ່ພູຄາ, ເມືອງຫ້ວຍຊາຍ ແລະ ທ້າວ ແກ້ວເງິນ ອາຍຸ 40 ປີຢູ່ບ້ານໃຫຍ່ຕົ້ນເຜິ້ງ, ເມືອງຕົ້ນເຜິ້ງ, ພ້ອມຂອງກາງຝຸ່ນສານເຄມີຜະລິດຢາເສບຕິດຫລາຍກວ່າ 500 ກິໂລທີ່ຊຸກເຊື່ອງໄວ້ໃນລົດກະບະໝາຍເລກທະບຽນ ກກ 0090 ບໍ່ແກ້ວ.
ເຈົ້າໜ້າທີ່ໃຫ້ຮູ້ວ່າ: ການຈັບຕົວເຄືອຂ່າຍຄ້າຢາເສບຕິດລາຍໃຫຍ່ໃນຄັ້ງນີ້, ແມ່ນໄດ້ຮັບລາຍງານຈາກພົນລະເມືອງດີວ່າຈະມີການລັກລອບຂົນສົ່ງຜ່ານເຂດບ້ານຕ້າງອໍ້, ຈຶ່ງໄດ້ຈັດກໍາລັງຕັ້ງດ່ານກວດກາ ແລະ ເຫັນລົດກະບະເປົ້າໝາຍແລ່ນມາຕາມເສັ້ນທາງບ້ານດັ່ງກ່າວ ຈຶ່ງໄດ້ຢຸດລົດເພື່ອກວດຄົ້ນ ແລະ ພົບເຫັນຝຸ່ນສານຜະລິດຢາເສບຕິດຈໍານວນຫລາຍຢູ່ຫລັງລົດ, ພ້ອມທັງມີປືນ AK, K59 ແລະ ປືນສັ້ນປະເພດລະກະບອກ, ສາຍຄໍ 2 ເສັ້ນ, ແຫວນ 1 ວົງ, ເງິນ 519 ພັນກີບ, 8.930 ບາດ (ສະກຸນເງິນໄທ) ຈຶ່ງໄດ້ຢຶດໄວ້ເປັນຫລັກຖານເພື່ອດໍາເນີນຄະດີ.
ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ພວກກ່ຽວຮັບສາລະພາບວ່າ: ສານຜະລິດຢາເສບຕິດທັງໝົດເປັນຂອງພວກຕົນແທ້, ໂດຍຊື້ມາຈາກຂະບວນການຄ້າຢາເສບຕິດຢູ່ບ້ານໃໝ່ພູຄາ, ເມືອງຫ້ວຍຊາຍ ເພື່ອຈະໄປຂາຍໃຫ້ລູກຄ້າຢູ່ເມືອງເມິງ ແຂວງບໍ່ແກ້ວ, ແຕ່ຖືກເຈົ້າໜ້າທີ່ຈັບຕົວໄດ້ກ່ອນ.

ປັດຈຸບັນ ຄະດີຢາເສບຕິດລາຍນີ້, ເຈົ້າໜ້າທີ່ກໍາລັງຂະຫຍາຍຜົນຫາຜູ້ຮ່ວມຂະບວນການເພື່ອຈັບຕົວມາດໍາເນີນຄະດີໂດຍໄວ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...