Homeຂ່າວຕ່າງປະເທດລົດເມນຳທ່ຽວຕຳຂອບທາງ ໄຟໄໝ້ຜູ້ໂດຍສານ ເສຍຊີວິດ 10 ຄົນ ຢູ່ເກົາຫລີໃຕ້

ລົດເມນຳທ່ຽວຕຳຂອບທາງ ໄຟໄໝ້ຜູ້ໂດຍສານ ເສຍຊີວິດ 10 ຄົນ ຢູ່ເກົາຫລີໃຕ້

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 14 ຕຸລານີ້ວ່າ ເກີດເຫດລົດເມນຳທ່ຽວ ຕຳຮາວເຫລັກຂອບທາງແລ້ວໄຟໄໝ້ ຢູ່ທາງດ່ວນພິເສດ Gyeongbu ໃກ້ກັບເມືອງ Ulsan ທາງພາກຕາເວັນອອກສຽງເໜືອ ປະເທດເກົາຫລີໃຕ້ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 10 ຄົນ ແລະ ບາດເຈັບ 9 ຄົນ ໃນຄືນວັນພະຫັດທີ 13 ຕຸລາທີ່ຜ່ານມານີ້.

ເຈົ້າໜ້າທີ່ໃນທ້ອງຖິ່ນໄດ້ລະບຸວ່າ ພາຍໃນລົດເມຄັນດັ່ງກ່າວ ມີຜູ້ໂດຍສານມາທັງໝົດ 21 ຄົນ ຊຶ່ງເປັນພະນັກງານບຳນານຂອງ ບໍລິສັດນ້ຳມັນເຊື້ອໄຟແຫ່ງໜຶ່ງ ພ້ອມດ້ວຍພັນລະຍາ ໃນລະຫວ່າງເດີນທາງກັບມາຈາກທ່ອງທ່ຽວຢູ່ປະເທດຈີນ ໂດຍສາເຫດນັ້ນ ເຈົ້າໜ້າທີ່ຕັ້ງຂໍ້ສັນນິຖານວ່າ ອາດເກີດຈາກຢາງຕີນລົດຮົ່ວ ແລະ ເຮັດໃຫ້ລົດເສຍຫລັກ ຕຳເຂົ້າກັບຮາວເຫລັກຂ້າງທາງ ແລ້ວເມື່ອລົດໄຫລສຽດສີໄປໄດ້ໄລຍະໜຶ່ງ ຈຶ່ງກໍ່ໃຫ້ເກີດປະກາຍໄຟ ແລະ ໄຟລຸກໄໝ້ຂຶ້ນ.

 

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...