Homeຂ່າວຕ່າງປະເທດອາເມຣິກາ ຍິງຂີປະນາວຸດໂຈມຕີ ສະຖານີເຣດາຢູ່ເຢແມນ ຫລັງຖືກກຸ່ມຮູຕີຍິງລູກສອນໄຟໃສ່ກຳປັ່ນ

ອາເມຣິກາ ຍິງຂີປະນາວຸດໂຈມຕີ ສະຖານີເຣດາຢູ່ເຢແມນ ຫລັງຖືກກຸ່ມຮູຕີຍິງລູກສອນໄຟໃສ່ກຳປັ່ນ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 13 ຕຸລາຜ່ານມານີ້ວ່າ ກອງທັບເຮືອສະຫະລັດອາເມຣິກາ ໄດ້ຍິງຂີປະນາວຸດໂຈມຕີ ສະຖານີເຣດາ 3 ແຫ່ງຂອງກຸ່ມຮູຕີ ກຸ່ມຕໍ່ຕ້ານລັດຖະບານເຢແມນ ເຂດຊາຍຝັ່ງທະເລແດງ ໃນເວລາ 04:00 ຕາມເວລາໃນທ້ອງຖິ່ນ ໂດຍອ້າງເພື່ອຕອບໂຕ້ກໍລະນີທີ່ກຸ່ມດັ່ງກ່າວ ຍິງລູກສອນໄຟ 3 ລູກ ໃສ່ກຳປັ່ນສູ້ຮົບຂອງອາເມຣິກາ ໃນວັນທີ 9 ຕຸລາທີ່ຜ່ານມາ.

ການໂຈມຕີດັ່ງກ່າວນີ້ ໄດ້ຮັບການອະນຸມັດໂດຍ ປະທານາທິບໍດີ ບາຣັກ ໂອບາມາ ຊຶ່ງນັບເປັນການໂຕ້ຕອບທາງທະຫານຂອງອາເມຣິກາ ໃສ່ກຸ່ມຮູຕີໂດຍກົງ ຊຶ່ງຍຶດຄອງອຳນາດລັດຖະບານເຢແມນ ເປັນຄັ້ງທຳອິດໃນສົງຄາມກາງເມືອງເຢແມນ.  ທ່ານ ປີເຕີ ຄຸກ ໂຄສົກກະຊວງປ້ອງກັນປະເທດ ສະຫະລັດອາເມຣິກາ ໄດ້ກ່າວວ່າ ການໂຈມຕີແມ່ນເພື່ອປົກປ້ອງບຸກຄະລາກອນຂອງພວກເຮົາ, ເຮືອຂອງພວກເຮົາ ແລະ ເສລີພາບໃນການເດີນເຮືອຂອງພວກເຮົາ.

 

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...