Home​ຂ່າວບັນເທິງເຈ້ຍ ປາຊີຟິກ ກຳລັງຈະສ້າງຮູບເງົາເລື່ອງໃໝ່ "ຫົງຫາມເຕົ່າ" ແຟນໆລໍຖ້າຕິດຕາມເບິ່ງໄດ້

ເຈ້ຍ ປາຊີຟິກ ກຳລັງຈະສ້າງຮູບເງົາເລື່ອງໃໝ່ “ຫົງຫາມເຕົ່າ” ແຟນໆລໍຖ້າຕິດຕາມເບິ່ງໄດ້

Published on

ດົນແລ້ວທີ່ແອັດມິນບໍ່ໄດ້ໄປແວະເບິ່ງ ເຟສບຸກຂອງເຈົ້າພໍ່ໃນວົງການຮູບເງົາຂອງບ້ານເຮົາ ຢ່າງ ອ້າຍ ເຈ້ຍ ປາຊີຟິກ ມື້ນີ້ຄິດອອກ ແລະ ຕັ້ງໃຈເຂົ້າໄປເບິ່ງ ກໍ່ໄດ້ຮູ້ຂ່າວວ່າໃນມໍ່ໆນີ້ ອ້າຍເຈ້ຍເພິ່ນມີແຜນເປີດກອງຖ່າຍທຳ ຮູບເງົາເລື່ອງ “ຫົງຫ້າມເຕົ່າ” ພາຍໃນເດືອນພະຈິກນີ້ ສະນັ້ນແອັດມິນເລີຍບໍ່ພາດທີ່ຈະນຳມາອັບເດດໃຫ້ແຟນເພສໄດ້ຮູ້ຈັກນຳກັນ

“ຫົງຫ້າມເຕົ່າ” ເລື່ອງນີ້ໄດ້ຂົນແຕ່ດາລາມີຄຸນນະພາບສູງທີ່ຫຼາຍຄົນຮູ້ຈັກກັນດີມາສະແດງໃນເລື່ອງນີ້ເຊັ່ນ: ລູກນ້ຳ, ກະຕ່າຍ, ເບບີ້ ແລະ ດາລາດັງທີ່ມີສີມືໃນການສະແດງອີກຫຼາຍທ່ານ ເຊິ່ງບໍ່ບອກຫຍັງຫຼາຍກໍ່ຮູ້ເລີຍວ່າຮູບເງົາເລື່ອງນີ້ຕ້ອງມ່ວນຊື່ນ ຕາມສະໄຕລຂອງອ້າຍເຈ້ຍ ຄືຮູບເງົາເລື່ອງຜ່ານໆມາແນ່ນອນ

329

ເຊິ່ງທາງ ອ້າຍ ເຈ້ຍ ປາຊີຟິກ ມີແຜນຈະອອກສາຍຮູບເງົາເລື່ອງນີ້ ພາຍໃນ 4 ປະເທດຄື: ໄທ, ກໍາປູເຈ້ຍ, ມຽນມ້າ ແລະ ຫວຽດນາມ.

ນີ້ກໍ່ເປັນອີດໜຶ່ງຂ່າວດີກ່ຽວກັບວົງການຮູບເງົາຂອງບ້ານເຮົາ ສຳລັບແຟນຮູບເງົາຂອງຜູ້ກຳກັບມືທອງຄົນ ອ້າຍ ເຈ້ຍ ປາຊີຟິກ ຖ້າຫາກມີການເຄື່ອນໄຫວຫຍັງກ່ຽວກັບຮູບເງົາເລື່ອງນີ້ເພີ່ມເຕີມ ບັນເທີງ ກັບ ດາລາ ຈະຟ້າວນຳມາອັບເດດໃຫ້ຮູ້ແນ່ນອນ

1688

9111 4001 742

ຂອບໃຈຮູບພາບ ແລະ ຂ່າວຈາກ: Jear Pacific
ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...