spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມໃຊ້ຜ້າອະນາໄມຜິດ ລະວັງສ່ຽງເປັນມະເຮັງມົດລູກ

ໃຊ້ຜ້າອະນາໄມຜິດ ລະວັງສ່ຽງເປັນມະເຮັງມົດລູກ

Published on

ການໃຊ້ຜ້າອະນາໄມເປັນສິ່ງທີ່ຈຳເປັນສຳລັບແມ່ຍິງ ເພາະເຮົາຕ້ອງໄດ້ໃສ່ມັນທຸກເດືອນ ຈົນກວ່າຈະໝົດປະຈຳເດືອນ ຫຼືໃນເວລາມີລູກກໍຈະບໍ່ໄດ້ໃສ່. ການເປັນປະຈຳເດືອນເປັນສິ່ງທີ່ີດີສຳລັບສຸຂະພາບຮ່າງກາຍຂອງແມ່ຍິງ  ເພາະການເປັນປະຈຳເດືອນຊ່ວຍໃຫ້ໂຮໂມນຕ່າງໆ ພາຍໃນຮ່າງກາຍເຮົາມີຄວາມສົມດູນ ເຮັດໃຫ້ຮ່າງກາຍຂອງເຮົາດີຂຶ້ນ, ແຕ່ການໃຊ້ຜ້າອະນາໄມໃນທຸກໆເດືອນລະຫວ່າງເປັນປະຈຳເດືອນ ອາດສ່ຽງຕໍ່ການເປັນມະເຮັງມົດລູກໄດ້ ຖ້າບໍ່ຮູ້ຈັກການໃຊ້ຜ້າອະນາໄມທີ່ຖືກຕ້ອງ ສິ່ງທີ່ບໍ່ຄວນເຮັດເວລາໃສ່ຜ້າອະນາໄມ

  1. ປ່ຽນຜ້າອະນາໄມໜ້ອຍກວ່າ 2 ເທື່ອຕໍ່ມື້: ການທີ່ເຮົາບໍ່ປ່ຽນຜ້າອະນາໄມຕະຫຼອດຈະເຮັດໃຫ້ຈຸດຊ່ອນເລັ້ນເຮົາອັບຊື້ນ, ສຳລັບຄົນທີ່ມາບໍ່ຫຼາຍຄື ມື້ໜຶ່ງມາໜ້ອຍດຽວກໍຄວນປ່ຽນຜ້າອະນາໄມຢ່າງໜ້ອຍ 2 ອັນຕໍ່ວັນ, ເພາະຄວາມອັບຊື້ນນັ້ນ ຈະເຮັດໃຫ້ເຊື້ອແບັກທີເລຍເຕີບໂຕໄດ້ດີ ເຊິ່ງສ່ຽງຕໍ່ການຕິດເຊື້ອໃນຊ່ອງຄອດ
  2. ປະຜ້າອະນາໄມໄວ້ຫ້ອງນໍ້າ: ການປະໄວ້ນັ້ນຈະເຮັດໃຫ້ຜ້າອະນາໄມດູດຊຶມຄວາມຊຸ່ມຊື້ນ, ຖ້າຫາກຜ້າອະນາໄມຫາກຊຸ່ມຊື້ນ ຈະເຮັດໃຫ້ເຊື້ອແບັກທີເລຍເຕີບໂຕໄດ້ງ່າຍ ແລະທີ່ສຳຄັນທີ່ສຸດ ຢູ່ໃນຫ້ອງນໍ້າເປັນບ່ອນສະສົມຂອງເຊື້ອພະຍາດ ຈຶ່ງບໍ່ຄວນເກັບໄວ້ຫ້ອງນໍ້າ ແຕ່ຄວນເກັບໄວ້ບ່ອນແຫ້ງ ແລະສະອາດຈະດີກວ່າ
  3. ມັກໃຊ້ຜ້າອະນາໄມທີ່ຊຶມຊັບຫຼາຍ: ເພື່ອໃຫ້ບໍ່ໄດ້ປ່ຽນຜ້າອະນາໄມໃນມື້ນັ້ນ ເຈົ້າຄວນຈະປ່ຽນຄວາມຄິດໃໝ່ ເພາະຜ້າອະນາໄມທີ່ມີປະຈຳເດືອນນັ້ນ ເປັນແຫຼ່ງອາຫານຂອງເຊື້ອແບັກທີເລຍທີ່ເກີດຈາກການທີ່ເຮົາໃຊ້ອັນດຽວຕະຫຼອດວັນ
  4. ບໍ່ອ່ານວັນເດືອນປີຜະລິດ: ຜ້າອະນາໄມທີ່ຜະລິດອອກມາດົນແລ້ວ ແຕ່ໃຊ້ບໍ່ໝົດຄຸນນະພາບກໍຫຼຸດລົງ, ເຮົາຄວນຊື້ມາໃຊ້ເທື່ອເລັກເທື່ອໜ້ອຍ ໃຊ້ໝົດແລ້ວຄ່ອຍຊື້ໃໝ່ ແລະທີ່ສຳຄັນຄວນເບິ່ງວັນເດືອນປີຜະລິດກ່ອນທີ່ຈະຊື້ທຸກຄັ້ງ ເພື່ອຄວາມປອດໄພຂອງໂຕທ່ານເອງ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...