Homeຂ່າວການພັດທະນາກະຊວງການເງິນ ຜັນຂະຫຍາຍເນື້ອໃນວຽກງານກວດກາທົ່ວປະເທດຄັ້ງທີ III

ກະຊວງການເງິນ ຜັນຂະຫຍາຍເນື້ອໃນວຽກງານກວດກາທົ່ວປະເທດຄັ້ງທີ III

Published on

ວັນທີ 12-13 ຕຸລານີ້, ກະຊວງການເງິນ ໄດ້ຈັດກອງປະຊຸມຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ III, ຂຶ້ນທີ່ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ເພື່ອຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ III ດ້ວຍບັນຍາກາດເຄັ່ງຮ້ອນ ພ້ອມກັນສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ, ພະຍາດອາສິດ, ສວຍໃຊ້ໜ້າທີ່ຕຳແໜ່ງ, ລະເມີດລະບຽບກົດໝາຍ, ແບ່ງກຸ່ມກ້ອນ ແລະ ຄົນເຈົ້າຄົນຂ້ອຍ ຊຶ່ງພາໃຫ້ເກີດມີປະກົດການຫຍໍ້ທໍ້ຢູ່ໃນໝູ່ພະນັກງານ ແລະ ສັງຄົມຢ່າງກ້ວາງຂວາງ ເຮັດໃຫ້ການປະຕິບັດວຽກງານຂາດປະສິດທິພາບ ແລະ ປະສິດທິຜົນ, ຊຶ່ງວຽກງານກວດກາເປັນວຽກງານໜຶ່ງທີ່ຈະປະເມີນຜົນຂອງການຊີ້ນຳ-ນຳພາຂອງການນຳແຕ່ລະຂັ້ນເຖິງການປະຕິບັດໜ້າທີ່ວຽກງານໃຫ້ຖືກຕ້ອງຕາມລະບຽບຫລັກການ ແນວທາງນະໂຍບາຍ ແລະ ເພື່ອເຮັດໃຫ້ເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ III ຖືກຈັດຕັ້ງປະຕິບັດຢ່າງເລິກເຊິ່ງ ແລະ ຜັນຂະຫຍາຍລົງສູ່ທ້ອງຖິ່ນຮາກຖານມີປະສິດທິຜົນ, ໃນກອງປະຊຸມຄັ້ງນີ້, ຄະນະບໍລິຫານງານພັກກະຊວງການເງິນ ໄດ້ຍົກເອົາບາງເນື້ອໃນທີ່ສຳຄັນເພື່ອກອງປະຊຸມໄດ້ແລກປ່ຽນບົດຮຽນນຳກັນຢ່າງເລິກເຊິ່ງ ແລະ ກົງໄປກົງມາ.

ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ, ໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນ 6 ບັນຫາສຳ ຄັນຄື: ໜຶ່ງໃຫ້ພະນັກງານແຕ່ລະຂັ້ນ, ອົງການກວດກາທຸກພາກສ່ວນ ແລະ ພະນັກງານທີ່ເຮັດໜ້າທີ່ວຽກກວດກາຕ້ອງມີຄວາມເຂົ້າໃຈທີ່ຖືກຕ້ອງເປັນເອກະພາບຕໍ່ກັບວຽກງານກວດກາໃນໄລຍະໃໝ່; ສອງ ການກວດກາຕ້ອງປະຕິບັດຢ່າງເປັນລະບົບ ຂັ້ນເທິງກວດກາຂັ້ນລຸ່ມ ແລະ ຂັ້ນລຸ່ມມີສ່ວນຮ່ວມໃນການຕິດຕາມ ແລະ ສະເໜີຄວາມຄິດເຫັນຕໍ່ຂັ້ນເທິງ; ສາມ ເອົາໃຈໃສ່ປັບປຸງດ້ານການຈັດຕັ້ງ, ບຸກຄະລາກອນ ແລະ ລະບອບແບບແຜນວິທີເຄື່ອນໄຫວຂອງອົງການກວດກາ, ກວດສອບ ແລະ ຜູ້ກວດ ກາໜ່ວຍພັກແຕ່ລະຂັ້ນເປັນເຈົ້າການຕິດຕາມ, ກວດກາ ຫລື ສະໜອງຂໍ້ມູນໃຫ້ກົມກວດກາກ່ຽວກັບພຶດຕິກຳປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນກົມກອງໃນຄວາມຮັບຜິດຊອບຂອງຕົນ, ສີ່ຄະນະພັກແຕ່ລະຂັ້ນຕ້ອງໄດ້ເອົາໃຈໃສ່ເສີມຂະຫຍາຍບົດບາດຂອງອົງການຈັດຕັ້ງມະຫາຊົນ ແລະ ທຸກພາກ່ວນໃນສັງຄົມມີສ່ວນຮ່ວມໃນການຕິດຕາມ, ກວດກາ ແລະ ທັງໂຄສະນາເຜີຍແຜ່ກົດໝາຍໃຫ້ທົ່ວສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ; ຫ້າການປະຕິບັດຜົນການກວດກາປະສານສົມທົບກັບຄະນະພັກ, ອົງການປົກຄອງແຕ່ລະຂັ້ນຕໍ່ກັບການຕົກລົງແກ້ໄຂຜົນຂອງການກວດກາໃຫ້ເຂັ້ມງວດ, ສັກສິດຕາມລະບຽບຂອງພັກ ແລະ ກົດໝາຍ, ຖ້າກວດກາແລ້ວບໍ່ແກ້ໄຂຖືວ່າການກວດການັ້ນບໍ່ມີຄວາມໝາຍ ແລະ ຫົກຕ້ອງຖືສຳຄັນການຈັດຕັ້ງປະເມີນວຽກງານ ແລະ ຖອດຖອນບົດຮຽນກັບ ສສ ຫວຽດນາມ, ສປ ຈີນ ແລະ ປະເທດອື່ນໆ, ໂດຍສະເພາະແມ່ນການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ໃຫ້ຖືສຳຄັນເນື້ອໃນຈິດໃຈຂອງມະຕິກອງປະຊຸມຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດຄັ້ງທີ VIII ໃຫ້ບັນລຸຜົນເປັນຈິງ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...