Home​ຂ່າວທ່ອງທ່ຽວວັດທາດຈຸນລະມະນີ (ແຂວງອັດຕະປື) ສະຖານທີ່ ເກັບຮັກສາທາດອັດຖິ ຂອງພະເຈົ້າໄຊຍະເສດຖາທິລາດ

ວັດທາດຈຸນລະມະນີ (ແຂວງອັດຕະປື) ສະຖານທີ່ ເກັບຮັກສາທາດອັດຖິ ຂອງພະເຈົ້າໄຊຍະເສດຖາທິລາດ

Published on

ທ່ອງທ່ຽວ ກັບ ລາວໂພສຕ໌ ວັນນີ້ເຮົາຈະພາທຸກຄົນມາຮູ້ຈັກກັບວັດແຫ່ງໜຶ່ງທີ່ແຂວງ ອັດຕະປື ທີ່ວັດແຫ່ງນີ້ນອກຈາກຈະສະຖານທີ່ບູຮານເກົ່າແກ່ ແລະ ຍັງມີຄວາມງົດງາມແລ້ວ ຍັງເປັນທີ່ເກັບຮັກສາອັດຖິ ຂອງພະເຈົ້າໄຊຍະເສດຖາທິລາດ ເຊື້ອພະວົງອົງໜຶ່ງທີ່ໄດ້ຮັບການຍົກຍ້ອງວ່າເປັນວິລະບຸດລຸດຂອງຊາດ ເມື່ອສະໃໝສົງຄາມ

21-1

ເຊິ່ງວັດທາດຈຸນລະມະນີຕັ້ງຢູ່ບ້ານວັດທາດ ເມືອງໄຊເສດຖາ ຫ່າງຈາກເມືອງສາມັກຄີໄຊ ປະມານ 15 ກິໂລແມັດ. ວັດທາດຈຸນລະມະນີ ເຊິ່ງສະຖິດອັດຖີຂອງ ພະເຈົ້າໄຊຍະເສດຖາທິລາດ (ຊື່ເດີມຮຽກວ່າ ພະເຈົ້າເສດຖະວັງໂສ) ພະອົງແມ່ນໜຶ່ງໃນຈຳນວນບັນພະບູລຸດ ເຊື້ອກະສັດຂອງລາວ ທີ່ອົງອາດກ້າແກ່ນ ບໍ່ຍອມຈຳນົນ, ມີບົດບາດຂຶ້ນຄອງລາດ ປົກຄອງ ນະຄອນຊຽງທອງ, ນະຄອນຊຽງໃໝ່ ແລະ ລົງມາເຄື່ອນໄຫວປັບປຸງກຳລັງຢູ່ ເມືອງຣາມາລັກອົງການ (ອັດຕະປື) ໃນປີ ຄ.ສ 1572 ຖືກທ້າວ ພະຍານະຄອນ ໃຊ້ກົນອຸບາຍ ແລະ ຄາດຕະກຳເຮັດໃຫ້ພະອົງ ເຖິງແກ່ສະຫວັນນະຄົດໃນມື້ແຮມ 3 ຄ່ຳ (ເດືອນ3) ຄສ 1572.

ວັດແຫ່ງນີ້ເປັນສະຖານທີ່ສັກສິດທີ່ຜູ້ຄົນໃຫ້ຄວາມເຄົາລົບ ແລະ ມີຄົນມາກາບໄຫວ້ບູຊາ ທາດອັດຖິ ຂອງພະເຈົ້າໄຊຍະເສດຖາ ຢ່າງບໍ່ເຄີຍຂາດ ຫາກໃຜຫາກໍ່ຮູ້ວ່າທີ່ແຂວງອັດຕະປື ຍັງມີສະຖານທີ່ບັນຈຸອັດຖິຂອງ ພະເຈົ້າໄຊຍະເສດຖາທິຣາດ ເມື່ອໄດ້ມາເຖິງອັດຕະປື ແລ້ວກໍ່ຢ່າລືມມາທ່ຽວຊົມ ແລະ ກາບໄຫວ້ບູຊາທາດອັດຖະພະເຈົ້າໄຊຍະເສດຖາໄດ້ທີ່ວັດແຫ່ງນີ້

479-2

79-1

33-1

379-1

ຂໍ້ມູນຈາກ: http://www.laogov.gov.la/

ຮູບພາບຈາກເຟສບຸກ: Anousone Manisouk
ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...