Homeຂ່າວການພັດທະນາປ່າສະຫງວນຫີນໜາມໜໍ່ ກຽມສະເໜີເປັນມໍລະດົກໂລກ ຕົ້ນປີໜ້ານີ້ ຄາດຈະດຶງດູດນັກທ່ອງທ່ຽວ!

ປ່າສະຫງວນຫີນໜາມໜໍ່ ກຽມສະເໜີເປັນມໍລະດົກໂລກ ຕົ້ນປີໜ້ານີ້ ຄາດຈະດຶງດູດນັກທ່ອງທ່ຽວ!

Published on

ຂປລ. ຄະນະ​ກຳມະການປະສານ​ງານ​ແຫ່ງ​ຊາດ ໄດ້​ຮ່ວມປຶກສາ​ຫາລື​ ຕີ​ລາຄາ​ຜົນ​ການ​ຈັດຕັ້ງ​ເຄື່ອນ​ໄຫວ​ກະກຽມຕ່າງໆ ​ເພື່ອ​ນຳ​ສະເໜີ​ຕໍ່ອົງການ​ອຸຍແນສ​ໂກ ພິຈາລະນາ​ເອົາ​ພູ​ຫີນໜາມ​ໜໍ່ ເມືອງ​ບົວລະພາ ແຂວງຄຳ​ມ່ວນ ເຂົ້າ​ເປັນ​ເມືອງ​ມໍລະດົກໂລກ​ທາງ​ທຳ​ມະ​ຊາດ​ ຕາມ​ທິດ​ຊີ້ນຳ​ຂອງ​ລັດຖະບານ. ຄາດ​ວ່າ​ເມື່ອ​ປ່າ​ສະຫງວນດັ່ງກ່າວ, ​ໄດ້​ເຂົ້າ​ເປັນ​ມໍລະດົກ​ໂລກແລ້ວ ​ຈະ​ເປັນ​ສິ່ງ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງ​ປະເທດ​ເຂົ້າ​ມາ​ທ່ຽວ​ຊົມ ສ້າງລາຍ​ຮັບປະກອບສ່ວນ​ໃນ​ການ​ພັດທະນາເສດຖະກິດ ພ້ອມ​ທັງ​​ເປັນ​ການພັດທະນາ​ ການ​ສ້າງ​ວຽກ​ເຮັດງານ​ທຳ​ໃຫ້​ກັບ​ປະຊາຊົນທ້ອງ​ຖິ່ນ​ອີກ​ດ້ວຍ.

ທ່ານ ບົວເງິນ ຊາ​ພູ​ວົງ ຮອງ​ລັດຖະມົນຕີກະຊວງ​ຖະແຫລງ​ຂ່າວ, ​ວັດທະນະທຳ ແລະ ທ່ອງ​ທ່ຽວທັງ​ເປັນຮອງ​ປະທານ​ຄະນະ​ກຳມະການລະດັບ​ຊາດ ​ເມືອງ​ມໍລະດົກ​ໂລກ ປະທານ​ຄະນະ​ກຳມະການ​ປະສານງານ​ແຫ່ງ​ຊາດ ເພື່ອ​ນຳ​ສະເໜີ​ປ່າ​ສະຫງວນ​ແຫ່ງ​ຊາດ​ຫີນໜາມ​ໜໍ່​ ເຂົ້າ​ເປັນ​ມໍລະດົກ​ໂລກ ທາງ​ດ້ານ​ທຳ​ມະ​ຊາດ ກ່າວ​ໃນກອງ​ປະຊຸມປຶກສາ​ຫາລື ​ແລະ ກະກຽມວຽກງານ​ນີ້ ​ເຊິ່ງໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 11 ຕຸລາ 2016 ທີ່​ນະຄອນຫລວງ​ວຽງຈັນ ​ໂດຍ​ໄດ້​ເນັ້ນ​ໃຫ້ພ້ອມ​ກັນ​ຄົ້ນຄວ້າບັນຫາ​ສຳຄັນ ແລະ ຈຳເປັນ​​ໃນ​ດ້ານຕ່າງໆ ເພື່ອ​ນຳ​ສະເໜີ​ຂັ້ນເທິງ​ພິຈາລະນາ ເປັນຕົ້ນ​ແມ່ນບັນດາ​ແຜນ​ວຽກ ແລະ ແຜນ​ງົບປະມານ​ທີ່​ຈຳເປັນຈຳນວນ​ໜຶ່ງ​ ໃນ​ການຈັດຕັ້ງ​ປະຕິບັດ​ວຽກງານ ​ໃຫ້​ສຳເລັດຕາມ​ຄາດໝາຍ​ທີ່​ວາງ​ໄວ້ ​ຕາມລະບຽບ​ການ​ທີ່​ອົງການ​ອຸຍ​ແນສໂກ​ວາງ​ອອກ ແລະ ຄາດ​ວ່າ ເດືອນ​ກຸມພາ 2017 ຈະ​ສາມາດນຳ​ເອົາ​ເອກະສານ​ທັງ​ໝົດ​ທີ່ກ່ຽວຂ້ອງ​ ໄປ​ນຳ​ສະເໜີ​ຕໍ່​ອົງການອຸຍ​ແນສ​ໂກ ເພື່ອ​ພິຈາລະນາ​ຮັບຮອງ​ເອົາ​ ​ເພາະປ່າ​ສະຫງວນ​​ແຫ່ງ​ນີ້ ແມ່ນ​ມີ​ຄົບ​ທຸກ​ເງື່ອນໄຂ ໃນ​ການເຂົ້າ​ເປັນ​ມໍລະດົກ​ໂລກ​ທາງ​ທຳ​ມະ​ຊາດ.

ການປຶກສາຫາລືກັນ ເພື່ອສະ​ເໜີປ່າສະຫງວນຫີນໜາມໜໍ່ ໃຫ້ເປັນມໍລະດົກໂລກດ້ານທຳມະຊາດ ຕໍ່ອົງການ UNESCO ​ໄດ້​ມີ​ຂຶ້ນ​ເມື່ອ​ປີ 2009 ​ເຊິ່ງຫລາຍຝ່າຍມີຄວາມເຫັນວ່າ ມີ​ຄວາມ​ເໝາະສົມ ​ເພາະການທີ່ເຂດປ່າສະຫງວນ​ແຫ່ງ​ນີ້ ມີພື້ນທີ່ຕິດກັບເຂດອຸທິຍານແຫ່ງຊາດ ຟອງຍ່າ–ແບບັງ ຂອງຫວຽດນາມ ທີ່ໄດ້ຂຶ້ນເປັນມໍລະດົກໂລກມາແຕ່ປີ 2003 ​ແລະ ມີໂອກາດເປັນໄປໄດ້ສູງ ທີ່ຈະສຳເລັດກ່ອນການຂຶ້ນທະບຽນມໍລະດົກໂລກຂອງທົ່ງໄຫຫີນ. ປ່າສະຫງວນຫີນໜາມໜໍ່ມີພື້ນທີ່ 82.000 ເຮັກຕາ ເປັນເຂດທີ່ບໍ່ມີປະຊາຊົນອາ​ໄສຢູ່ ແລະ ຈາກການສຳລວດກ່ອນ​ນີ້ ພົບວ່າມີຖ້ຳນ້ຳລອດເຊບັ້ງໄຟ ​ເຊິ່ງມີຄວາມຍາວກວ່າ 9,5 ກິໂລແມັດ ເປັນ​ທຳ​ມະ​ຊາດ​ອີກ​ແຫ່ງໜຶ່ງ ທີ່ໜ້າສົນໃຈທີ່ສຸດໃນໂລກ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...