Homeຂ່າວຕ່າງປະເທດສະໜາມບິນໃຊ້ພະລັງງານແສງຕາເວັນ ຢູ່ອັບຟະລິກາໃຕ້ ແຫ່ງທີ 2 ຂອງໂລກ

ສະໜາມບິນໃຊ້ພະລັງງານແສງຕາເວັນ ຢູ່ອັບຟະລິກາໃຕ້ ແຫ່ງທີ 2 ຂອງໂລກ

Published on

ອີງຕາມການລາຍງານຂ່າວຕ່າງປະເທດເມື່ອວັນທີ 12 ຕຸລາວ່າ ສະໜາມບິນ Grorge  ເປັນສະໜາມບິນຢູ່ ອັບຟະລິກາໃຕ້ ເປັນສະໜາມບິນທີ່ເປັນມິດກັບສິ່ງແວດລ້ອມ ເພາະໃຊ້ພະລັງງານຈາກແສງຕາເວັນ ເຖິງແມ່ນແມ່ນຈະເປັນສະໜາມບິນຂອງທ້ອງຖິ່ນ ມີຜູ້ຄົນອາໄສຢູ່ໃນເມືອງ 150.000 ຄົນເທົ່ານັ້ນ

ພະລັງງານແສງຕາເວັນນັ້ນ ໄດ້ເອົາມາໃຊ້ພາຍໃນສະໜາມບິນ ລວມທັງການຄວບຄຸມຫໍການບິນ, ຂັ້ນໃດເລື່ອນ, ເຄົາເຕີເຊັກອິນ, ຮ້ານອາຫານ, ເອີ້ນໄດ້ວ່າທຸກບໍລິການໃນສະໜາມບິນນັ້ນ ໃຊ້ພະລັງງານຈາກແສງຕາເວັນ ເຊິ່ງບ່ອນຜະລິດພະລັງງານ ຫ່າງອອກຈາກລັນເວ ບໍ່ຮອດຫຼັກ.    ສະໜາມບິນນີ້ ມີແຜງພະລັງງານ 2000 ແຜງ ມີຄວາມສາມາດຜະລິດໄຟຟ້າໄດ້ຮອດມື້ໜຶ່ງ 750 ເມກາວັດ, ເຊິ່ງເຫຼືອສໍາລັບຄວາມຕ້ອງການພາຍໃນ ເພາະໃຊ້ພະລັງງານພຽງແຕ່ 400 ເມກາວັດ, ພະລັງງານທີ່ເຫຼືອຈຶ່ງໄດ້ໃຫ້ ປະຊາຊົນໃຊ້ 274 ຫຼັງຄາເຮືອນ

ໂຄງການນີ້ໄດ້ເປີດໃຊ້ ເດືອນກັນຍາ 2015 ເປັນສະໜາມບິນແຫ່ງທີ 2 ຂອງໂລກ ທີ່ໃຊ້ພະລັງງານຈາກແສງຕາເວັນ, ແຫ່ງທຳອິດແມ່ນສະໜາມບິນ Cochin ຢູ່ພາກໃຕ້ຂອງອິນເດຍ, ຫຼັງຈາກເປີດໃຊ້ພະລັງງານແສງຕາເວັນມາໄດ້ ປະມານ 1 ປີ ສາມາດຫຼຸດຄ່າໄຟລົງຮອດ 40% ຕໍ່ປີ.

ສະໜາມບິນນີ້ ສ້າງປີ 1977 ປັດຈຸບັນມີຜູ້ໂດຍສານເຂົ້າມາໃຊ້ບໍລິການປະມານ 700.000 ຄົນ, ເປັນສະໜາມບິນທີ່ໃຊ້ໃນການສົ່ງສິນຄ້າ ປະເພດດອກໄມ້, ຫອຍ. ລວມຮອດນັກກ໊ອບທີ່ມັກເດີນທາງມາໃຊ້ການບໍລິການສະໜາມກ໊ອບໃນທ້ອງຖິ່ນ ເຖິງແມ່ນວ່າສະພາບອາກາດຂອງອັບຟະລິກາໃຕ້ ປ່ຽນແປງຕະຫຼອດ ແຕ່ຜ່ານມາກໍສາມາດຜະລິດພະລັງງານພຽງພໍໃຊ້ທຸກມື້

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...