Homeຂ່າວທ້ອງຖິ່ນພາຍໃນ 1 ປີຫຼວງພະບາງສົ່ງອອກສິນຄ້າ 300 ຕື້ກວ່າກີບ

ພາຍໃນ 1 ປີຫຼວງພະບາງສົ່ງອອກສິນຄ້າ 300 ຕື້ກວ່າກີບ

Published on

ຍ້ອນຄວາມເອົາໃຈໃສ່ຕໍ່ ວຽກງານຂະແໜງການຄ້າສາມາດເຮັດໃຫ້ແຂວງຫຼວງພະບາງ ໃນໄລຍະ 1 ປີຜ່ານມາ ມີອັດຕາມູນຄ່າການສົ່ງອອກ 344,44 ຕື້ກວ່າກີບ ທຽບໃສ່ແຜນການປີ ປະຕິບັດໄດ້ 50,07%.
ອີງຕາມຂໍ້ມູນພະແນກອຸດສາຫະກຳ ແລະການຄ້າແຂວງຫຼວງ ພະບາງໄດ້ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດວຽກງານຂອງຂະແໜງ ອຸດສາຫະກຳ ແລະການຄ້າໃນໄລຍະ 1 ປີຜ່ານມາ ຊຶ່ງເປັນໄລຍະຕົ້ນຂອງແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ VIII (2016- 2020) ແລະແຜນວຽກງານຈຸດສຸມສົກປີ 2015-2016 ສາມາດຈັດຕັ້ງປະຕິບັດຕົວເລກຄາດໝາຍສູ້ຊົນດ້ານວຽກງານອຸດສາຫະກຳ ແລະການຄ້າໄດ້ຄືດ້ານມູນຄ່າການສົ່ງອອກສາມາດປະຕິບັດໄດ້ 344,44 ຕື້ກວ່າກີບ ທຽບໃສ່ແຜນການປີປະຕິບັດໄດ້ 50,07% ທຽບໃສ່ໄລຍະດຽວກັນຂອງສົກ ປີ 2014-2015 ແມ່ນຫຼຸດລົງ 42,40% ໃນນັ້ນເຄື່ອງປ່າຂອງດົງ 44,25%; ຜະລິດຕະພັນກະສິກຳ 25,56%; ຜະລິດຕະພັນ ໄມ້ 24,30% ແລະສິນຄ້າປະເພດອື່ນໆ 5,89% ສິນຄ້າສ່ວນໃຫຍ່ແມ່ນສົ່ງອອກໄປປະເທດຈີນ ກວມ 74,22%, ໄທ 12,34%; ຫວຽດນາມ 6,70% ແລະປະ ເທດອື່ນໆກວມ 6,74%.

ສຳລັບມູນຄ່າການນຳເຂົ້າປະ ຕິບັດໄດ້ 119,88 ຕື້ກວ່າກີບ ທຽບໃສ່ຕົວເລກແຜນການປີປະຕິບັດໄດ້ 135,13% ທຽບໃສ່ໄລຍະດຽວກັນຂອງສົກປີ 2014-2015 ເພີ່ມຂຶ້ນ 72,40% ໃນນັ້ນ ປະກອບມີເຄື່ອງກໍ່ສ້າງ ແລະເຄື່ອງໄຟຟ້າ 82,33% ເຄື່ອງຮັບໃຊ້ການຜະລິດ ແລະຫາປາ 16,28% ແຜ່ນແພເຄື່ອງນຸ່ງຫົ່ມ ແລະເຄື່ອງ ໃຊ້ສອຍປະຈຳວັນ 1,12% ສິນຄ້າສ່ວນໃຫຍ່ແມ່ນນຳເຂົ້າມາຈາກປະເທດໄທກວມ 59,37% ຈີນ  38,15% ແລະປະເທດຫວຽດ ນາມກວມ 2,49%.

ຂະນະທີ່ມູນຄ່າການຄ້າຂາຍ ສິນຄ້າກັບຕ່າງປະເທດລວມທັງໝົດ 464,33 ຕື້ກວ່າກີບ ທຽບໃສ່ໄລຍະດຽວກັນຂອງສົກປີ 2014-2015 ຫຼຸດລົງ 27,74% ມີຍອດມູນຄ່າການຜະລິດຂອງຜະລິດຕະພັນອຸດສາຫະກຳປະຕິບັດໄດ້ 333,83 ຕື້ກວ່າກີບ ທຽບໃສ່ແຜນການປີແມ່ນປະຕິບັດໄດ້ 73,80% ແລະທຽບໃສ່ໄລຍະດຽວກັນປີຜ່ານມາແມ່ນເພີ່ມຂຶ້ນ 72,38% ສ່ວນຍອດມູນຄ່າການຈຳໜ່າຍຂອງຜະລິດຕະພັນອຸດສາຫະກຳແມ່ນປະຕິບັດໄດ້ 397,35 ຕື້ກວ່າກີບ ທຽບໃສ່ແຜນການປີແມ່ນປະຕິບັດໄດ້ 71,51% ແລະທຽບໃສ່ໄລຍະດຽວກັນຂອງປີຜ່ານມາແມ່ນເພີ່ມຂຶ້ນ 48,73%.

ຂໍ້ມູນແຂວງຍັງໃຫ້ຮູ້ຕື່ມອີກວ່າ: ລວມມູນຄ່າຈໍລະຈອນສິນຄ້າຂາຍຍ່ອຍ 6,265 ຕື້ກວ່າກີບ ທຽບໃສ່ໄລຍະດຽວກັນຂອງ ປີຜ່ານມາແມ່ນເພີ່ມຂຶ້ນເກືອບ 10 ເທົ່າຕົວສາເຫດກໍ່ຍ້ອນຕະ ຫຼາດພາຍໃນແມ່ນມີການຂະຫຍາຍຕົວ, ການບໍລິໂພກສິນຄ້າ ປະເພດຕ່າງໆແມ່ນເພີ່ມຂຶ້ນ, ລາຄາສິນຄ້າບາງສະນິດກໍ່ເພີ່ມຂຶ້ນ ໂດຍສະເພາະສີນຄ້າປະເພດ ເຄື່ອງໃຊ້ສອຍ; ເຄື່ອງໃຊ້ຟຸມເຟືອຍ; ເຄື່ອງໄຟຟ້າ ແລະອື່ນໆ.
ຂ່າວ: ໜັງສືພິມ ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...