Homeຂ່າວພາຍ​ໃນລັດຖະບານແຈ້ງໃຫ້ໂຮງງານອົບຂີ້ເບຍບ້ານດຸງ ຢຸດດຳເນີນການທັນທີ

ລັດຖະບານແຈ້ງໃຫ້ໂຮງງານອົບຂີ້ເບຍບ້ານດຸງ ຢຸດດຳເນີນການທັນທີ

Published on

ໂດຍອີງໃສ່ແຈ້ງການຂອງ ພະແນກອຸດສາຫະກຳແລະການຄ້ານະຄອນຫຼວງວຽງຈັນ ສະບັບເລກທີ 1878/ອຄ.ນວ.ອຫ ລົງວັນທີ 9 ກັນຍາ 2016 ທີ່ຜ່ານມາ ເລື່ອງໃຫ້ໂຮງງານອົບຂີ້ເບຍ ບອນທູບີ ຂອງບໍລິສັດ ບອນທູບີອີອາກີເທັກທີ່ຕັ້ງຢູ່ບ້ານດຸງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຢຸດການດຳເນີນການ ເນື່ອງຈາກມີບັນຫາເລື່ອງສິ່ງແວດລ້ອມ.

ມື້ນີ້ວັນທີ 11 ຕຸລາ 2016 ທ່ານຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງໄດ້ເດິນທາງລົງໄປພົບປະເຈົ້າຂອງໂຮງງານ ແລະຕິດຕາມການດຳເນີນຂອງໂຮງງານດັ່ງກ່າວ ຕາມການຮຽກຮ້ອງຂອງຜູ້ໄດ້ຮັບຜົນກະທົບທາງດ້ານສິ່ງແວດລ້ອມ.

ພາຍຫຼັງການຢ້ຽມຢາມ ແລະໄດ້ຮັບຟັງການລາຍງານຈາກເຈົ້າຂອງໂຮງງານດັ່ງກ່າວແລ້ວ, ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານໄດ້ແນະນຳໃຫ້ ທາງບໍລິສັດຢຸດຕິການດຳເນີນງານທັນທີ ຕາມການແຈ້ງການຂອງພະແນກອຸດສະຫະກຳແລະການຄ້ານະຄອນຫຼວງສະບັບເລກທີ 1878/ອຄ.ນວ.ອຫ ລົງວັນທີ 9 ກັນຍາ 2016 ແລະຫ້າມຮັບເອົາຂີ້ເບຍເຂົ້າມາໃນໂຮງງານອີກ, ສ່ວນສັນຍາທີ່ຍັງຄ້າງຄາລະຫວ່າງຜູ້ສະໜອງຂີ້ເບຍກັບທາງໂຮງງານ ແມ່ນໃຫ້ຄົ້ນຄວ້າຄືນໃໝ່ໂດຍອີງໃສ່ລະບຽບກົດໝາຍ.

ໂຮງງານອົບຂີ້ເບຍ
(ຮູບປະກອບຈາກ ເສດຖະກິດ-ການຄ້າ) ທ່ານຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ກຳລັງຢ້ຽມຊົມໂຮງງານອົບຂີ້ເບຍ ກ່ອນທ່ານຈະແນະນຳໃຫ້ຢຸດຕິການດຳເນີນງານ ຕາມແຈ້ງການເລກທີ 1878/ອຄ.ນວ.ອຫ ລົງວັນທີ 9 ກັນຍາ 2016

ບົດຄວາມຫຼ້າສຸດ

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...