spot_img
Homeຂ່າວເຫດການກອງປະຊຸມສຸດຍອດ ເອຊີດີ ຄັ້ງທີ 2 ໄດ້ສຳເລັດລົງ ດ້ວຍຜົນສຳເລັດສະຫງ່າງາມ

ກອງປະຊຸມສຸດຍອດ ເອຊີດີ ຄັ້ງທີ 2 ໄດ້ສຳເລັດລົງ ດ້ວຍຜົນສຳເລັດສະຫງ່າງາມ

Published on

ໃນໂອກາດທີ່ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ເອຊີດີ ຄັ້ງທີ 2 ເຊິ່ງຈັດຂຶ້ນທີ່ບາງກອກ ປະເທດໄທ ລະຫວ່າງ ວັນທີ 9-10 ຕຸລາ 2016 ນີ້, ມີຜູ້ນຳ ແລະ ຄະນະຜູ້ແທນຈາກ 34 ປະເທດ ເຂົ້າຮ່ວມພາຍໃຕ້ການ ເປັນປະທານ ຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ.
ກອງປະຊຸມສຸດຍອດຄັ້ງນີ້, ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບທິດທາງ ການເສີມຂະຫຍາຍ ການຮ່ວມມືດ້ານເສດຖະກິດ ລະຫວ່າງ ປະເທດສະມາຊິກ ແລະ ໄດ້ຮັບຮອງເອົາ 3 ເອກະສານ ຄື: ວິໄສທັດ ເອຊີດີ ເພື່ອການຮ່ວມມືອາຊີ 2030. ຖະແຫລງການບາງກອກ ແລະ ຖະແຫລງການວ່າດ້ວຍການເຕີບໂຕໂດຍຜ່ານການຮ່ວມມືໃນການເຊື່ອມຈອດ. ບັນດາເອກະສານດັ່ງ ກ່າວ, ຈະວາງພື້ນຖານອັນໜັກແໜ້ນ ເພື່ອເຮັດໃຫ້ອາຊີກາຍເປັນທະວີບ ແຫ່ງສັນຕິພາບ ມີຄວາມກ້າວໜ້າ, ຄວາມສະຫງົບສຸກ, ມີສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງພັດທະນາ ແບບຍືນຍົງ.
ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ກ່າວຄຳເຫັນຕໍ່ກອງປະຊຸມ ເຊິ່ງໄດ້ເນັ້ນໜັກບາງບັນຫາທີ່ສຳຄັນວ່າ: ເອຊີດີ ເປັນອົງການໜຶ່ງດຽວ ຂອງທະວີບອາຊີ ທີ່ເປັນເວທີປຶກສາຫາລືການຮ່ວມ ມືດ້ານເສດຖະກິດ ແນ່ໃສ່ນຳຜົນປະໂຫຍດໃນດ້ານຕ່າງໆມາສູ່ ປະເທດສະມາຊິກ ແລະ ສະໜັບສະໜູນຢ່າງສຸດຂີດ ຕໍ່ການຮ່ວມມື ໃນຂອບ ເອຊີດີ ໂດຍສະເພາະການຮ່ວມມືໃນ 6 ຂົງເຂດວຽກງານ ທີ່ ໄດ້ກຳນົດໄວ້ໃນ ວິໄສທັດ ເອຊີດີ 2030 ກໍຄືຖະແຫລງການບາງກອກ.
ທ່ານ ນາຍົກລັດຖະມົນຕີ ກ່າວຕື່ມວ່າ: ປັດຈຸບັນ, ລັດຖະບານ ສປປ ລາວ ກໍາລັງດຳເນີນ ການຈັດຕັ້ງປະຕິບັດຍຸດທະສາດ ການພັດທະນາແບບຍືນຍົງຕາມທິດສີຂຽວ ໂດຍອີງໃສ່ທ່າແຮງດ້ານ ການພັດທະນາຂອງຕົນ. ໃນນີ້ ການພັດທະນາພະລັງງານໄຟຟ້າ ແມ່ນໜຶ່ງໃນທ່າແຮງ ບົ່ມຊ້ອນ ທີ່ຈະ ເປັນບ່ອນອີງອັນສຳຄັນ ໃຫ້ແກ່ການຂະຫຍາຍຕົວທາງດ້ານເສດຖະກິດ, ການເຊື່ອມຈອດ ກໍແມ່ນອີກ ຂົງເຂດໜຶ່ງ ທີ່ລັດຖະບານລາວໃຫ້ຄວາມສຳຄັນ ແລະ ໃຫ້ການສົ່ງເສີມດ້ວຍການສຸມໃສ່ ການພັດທະນາພື້ນຖານໂຄ່ງລ່າງ ເປັນຕົ້ນ ລະບົບຄົມມະນາຄົມ-ຂົນສົ່ງ, ທັງນີ້ກໍ່ເນື່ອງຈາກວ່າສປປ ລາວ ແມ່ນ ປະເທດທີ່ບໍ່ມີຊາຍແດນຕິດກັບທະເລ. ສະນັ້ນ, ການເຊື່ອມຈອດຈະມີບົດບາດສຳຄັນ ຕໍ່ການພັດທະນາ ເສດຖະກິດ-ສັງຄົມ ຢູ່ ສປປ ລາວ ດ້ວຍເຫດນີ້ ລັດຖະບານ ສປປ ລາວ ຈຶ່ງມີນະໂຍບາຍ ຫັນປະເທດ ທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດເຊື່ອມຈອດ ເຊິ່ງຈະສ້າງເງື່ອນໄຂສະດວກ ບໍ່ພຽງແຕ່ໃຫ້ແກ່ສປປ ລາວ ຍັງຈະເປັນຂົວຕໍ່ ລະຫວ່າງປະເທດໃກ້ຄຽງ ກໍຄື ໃນອະນຸພາກພື້ນນີ້. ນອກ ຈາກນີ້ ສປປ ລາວ ຍັງໄດ້ເອົາໃຈໃສ່ ໃນການສົ່ງເສີມອຸດສາຫະກຳການທ່ອງທ່ຽວ ທີ່ເປັນໜຶ່ງໃນ 6 ຂົງເຂດການຮ່ວມມືໃນຂອບ ເອຊີດີ ເປັນຕົ້ນ ແມ່ນການທ່ອງທຽວວັດທະນະທຳ ແລະ ການທ່ອງທ່ຽວ ທຳມະຊາດ ເຊິ່ງຈະນຳຜົນປະໂຫຍດດ້ານເສດຖະກິດ ກໍຄື ເປີດໂອກາດ ໃຫ້ມີການແລກປ່ຽນ ວັດທະນະທຳທີ່ຫລາກຫລາຍ ຂອງພາກພື້ນອາຊີ. ທ່ານ ໄດ້ສະເໜີຕໍ່ກອງປະຊຸມຕື່ມວ່າ: ເອຊີດີ ຄວນມີກົນໄກ ຕິດຕາມການຈັດຕັ້ງປະຕິບັດບັນ ວຽກງານການຮ່ວມມືຕ່າງໆ ແລະ ເຫັນດີໃຫ້ມີການສ້າງຕັ້ງກອງເລ ຂາຖາວອນ ເພື່ອເປັນເສນາທິການ ໃນການຕິດຕາມສະຫລຸບ ແລະ ຕີລາຄາການຮ່ວມມື ເອຊີດີ ໃນ ແຕ່ລະໄລຍະ, ໃຫ້ມີການສືບຕໍ່ຊຸກຍູ້ ການມີສ່ວນຮ່ວມ ຂອງພາກທຸລະກິດ ເຂົ້າໃນຂະບວນລວມຂອງ ການຮ່ວມມືໃນຂະແໜງການຕ່າງໆ ໃນຂອບ ເອຊີດີ ແນ່ໃສ່ນຳໃຊ້ທ່າແຮງບົ່ມຊ້ອນ ອັນຫລວງຫລາຍ ຂອງພາກເອກະຊົນ ເພື່ອສົ່ງເສີມການຄ້າ, ການລົງທືນແລະ ການທ່ອງທ່ຽວລະຫວ່າງປະເທດສະ ມາຊີກເອຊີດີ.
ໃນຕອນທ້າຍ ທ່ານ ທອງລຸນ ສີສຸລິດ ຍັງໄດ້ສະເໜີໃຫ້ຖືເອົາຂອບການຮ່ວມມື ເອຊີດີ ເປັນ ບ່ອນອີງ ໃນການເສີມຂະຫຍາຍການຮ່ວມມືໃນລະບົບສອງຝ່າຍ,ເພາະເຫັນວ່າຜົນສຳເລັດຂອງການ ພົວພັນສອງຝ່າຍ ກໍຈະເປັນການປະກອບສ່ວນ ໃຫ້ແກ່ການຮ່ວມມືຂອບ ເອຊີດີ ໂດຍລວມ.
ກອງປະຊຸມສຸດຍອດ ເອຊີດີ ຄັ້ງທີ 2 ໄດ້ສຳເລັດລົງດ້ວຍຜົນສຳເລັດສະຫງ່າງາມ ເຊິ່ງໄດ້ວາງພຶ້ນຖານອັນໜັກແໜ້ນ ໃຫ້ແກ່ການຮ່ວມມື ທາງດ້ານເສດຖະກິດລະຫວ່າງປະເທດສະມາຊິກ ໃນ ອະນາຄົດ ແລະ ຈາກນີ້ໄປ ສະຫະລັດອາຣັບເອມິເລດສ ຈະເປັນປະເທດປະທານ ເອຊີດີ ຕໍ່ຈາກ ຣາຊະອານາຈັກໄທ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ອັນຕະລາຍກວ່າທີ່ຄິດ! ຜົນກະທົບຂອງການໃຊ້ໜ້າຈໍມື້ລະ 90 ນາທີ ຕໍ່ພັດທະນາການຂອງເດັກນ້ອຍ

ງານວິໄຈຈາກຕ່າງປະເທດເປີດເຜີຍວ່າ ເດັກນ້ອຍທີ່ໃຊ້ເວລາຢູ່ໜ້າຈໍຫຼາຍກວ່າ 90 ນາທີຕໍ່ມື້ ມີພັດທະນາການດ້ານພາສາ, ການສື່ສານ, ການຂຽນ ແລະການຄິດຄຳນວນ ຕໍ່າກວ່າຄ່າສະເລ່ຍ ລວມເຖິງມີທ່າອ່ຽງເກີດພຶດຕິກຳທີ່ບໍ່ເໝາສົມຫຼາຍຂຶ້ນ ເມື່ອອາຍຸ 4 ຫາ 8...

ທູດລາວ ຍື່ນສານຕາຕັ້ງຕໍ່ ສົມເດັດ ພະຣາຊາ ແຫ່ງ ຣາຊະອານາຈັກ ດານມາກ

ໃນຕອນເຊົ້າວັນທີ 15 ມັງກອນ 2025, ທີ່ພະຣາຊະວັງຂອງເຈົ້າຊີວິດ, ນະຄອນຫລວງໂກເປັນຮາກ ປະເທດດານມາກ, ທ່ານ ບຸນທະວີ ວິລະວົງ ໄດ້ຍື່ນສານຕາຕັ້ງຕໍ່ ສົມເດັດພະຣາຊາ ເຟຣເດຣິກ ອານເດຣ...

ສະຫຼົດ! ບ້ານເສດຖີໃນກໍປູເຈຍ ແຈກອັງເປົາ ເປັນເຫດເຮັດໃຫ້ປະຊາຊົນຢຽບກັນຈົນເສຍຊີວິດ 4 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນເຊົ້າວັນທີ 23 ມັງກອນ 2025 ເກີດເຫດສະຫຼົດຂຶ້ນທີ່ປະເທດກໍປູເຈຍ ເມື່ອມີບ້ານເສດຖີຫຼັງໜຶ່ງ ໄດ້ເຮັດການແຈກອັງເປົາເພື່ອສະເຫຼີມສະຫຼອງວັນກຸດຈີນ ຈາກນັ້ນປະຊາຊົນຈຳນວນຫຼາຍຈຶ່ງໄດ້ແຫ່ພາກັນໄປບ້ານຫຼັງດັ່ງກ່າວ ເມື່ອຈຳນວນຄົນເພີ່ມຫຼາຍຂຶ້ນເຮັດໃຫ້ ບາງຄົນເປັນລົມ ຈຶ່ງເກີດເປັນເຫດເຮັດໃຫ້ຄົນຢຽບກັນເສຍຊີວິດ 4 ຄົນ ແລະ...

ສະກັດກັ້ນນາຍໜ້າຄ້າມະນຸດ ຢູ່ສະໜາມບິນສາກົນວັດໄຕ

ໃນວັນທີ 13 ມັງກອນ 2025 ຜ່ານມາ, ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄດ້ຮັບແຈ້ງຈາກກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ທີ່ປະຈຳຢູ່ດ່ານ ຕມ ສະໜາມບິນສາກົນວັດໄຕ...