spot_img
Home​ຂ່າວບັນເທິງງາມນ້ຳໃຈນາງສາວລາວ2015 ຍອມຖອດມົງກຸດເພື່ອແກ້ໄຂສະຖານະການ

ງາມນ້ຳໃຈນາງສາວລາວ2015 ຍອມຖອດມົງກຸດເພື່ອແກ້ໄຂສະຖານະການ

Published on

ຫລາຍຄົນຄົງສົງໄສສຳລັບງານປະກວດນາງສາວລາວ 2016 ທີ່ຜ່ານພົ້ນໄປໃນຄ່ຳຄືນວັນທີ 8 ກັນຍາ ເນື່ອງຈາກວ່າ ມົງກຸດທີ່ສວມໃສ່ໃຫ້ແກ່ນ້ອງນາງສາວຜູ້ໄດ້ຕຳແຫນ່ງນັ້ນແມ່ນຄ້າຍຄືກັບມົງກຸດຂອງນາງສາວລາວປີ 2015 ແລະຜູ້ມອບກໍບໍ່ແມ່ນນ້ອງສຸຕິລັກ ອິນທະວົງ (Miss Lao 2015) ດັ່ງທີ່ຄວນຈະເປັນ.

2254

ແຕ່ໃນວັນທີ 9 ກັນຍາ ທາງບໍລິສັດຄົມປັນຍາຜູ້ຮັບຜິດຊອບການຈັດງານໄດ້ອອກມາຊີ້ແຈ້ງແລ້ວວ່າມົງກຸດທີ່ສວມໃສ່ເທິງເວທີຂອງນ້ອງ ບຸດສະບາ ແສງປັນ ນາງສາວລາວປີຫລ້າສຸດ ແມ່ນໄດ້ຖືກຢືມຂອງນາງສາວລາວປີກາຍມາໃສ່ແທ້ ເນື່ອງຈາກທິມງານໄດ້ມີບັນຫາຜິດພາດເຮັດໃຫ້ມົງກຸດທີ່ກະກຽມໄວ້ເຊິ່ງມີມູນຄ່າສູງເຖິງ 35 ລ້ານກີບນັ້ນບໍ່ສາມາດນຳຂຶ້ນເທິງເວທີໄດ້ຢ່າງທັນການ. ແຕ່ເຖິງຢ່າງໃດກໍຕາມທາງທິມງານກໍໄດ້ຂໍອະນຸຍາດຈາກຜູ້ໃຫຍ່ ແລະ ທາງສາວສຸຕິລັກເອງ (ນາງສາວລາວ 2015) ກໍ່ຍອມຖອດມົງກຸດປະຈຳຕຳແຫນ່ງໃຫ້ແກ່ນາງສາວລາວຜູ້ໃຫມ່ຢືມໃສ່ເພື່ອແກ້ໄຂສະຖານະການສະເພາະຫນ້າໃຫ້ທັນເວລາ ເປັນເຫດໃຫ້ນາງບໍ່ສາມາດມາເຮັດຫນ້າທີ່ສົ່ງມອບມົງກຸດຄືດັ່ງທຳນຽມທີ່ປະຕິບັດກັນມາ. ມົງກຸດຢູ່ເທິງຫົວຂອງນາງງາມທຸກຄົນເປັນສິ່ງທີ່ມີກຽດສະຫງ່າ ຫນ້ານັບຖືນ້ຳໃຈ Miss Lao 2015 ທີ່ຍອມຖອດມັນອອກມາໃຫ້ຜູ້ອື່ນສວມໃສ່ ພ້ອມທັງຮອຍຍິ້ມ ແລະ ຄວາມຍິນດີຢູ່ດ້ານຫລັງເວທີ! ນັບຖືນ້ຳໃຈຂອງນາງເປັນຢ່າງຍິ່ງ ແບບນີ້ທີ່ເຂົາເອີ້ນວ່າ ນາງສາວລາວຕົວຈິງ ງາມທາງກາຍ, ວາຈາ ແລະ ໃຈ  ສຸຕິລັກ ອິນທະວົງ ນາງສາວລາວ 2015

89666

5777

ຂ່າວຈາກ: logo

ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...