spot_img
Homeຂ່າວເຫດການສຳເລັດປະຕິສັງຂອນ ພິພິທະພັນຫໍພະແກ້ວ ຄັ້ງທີ III ໄລຍະທີ 1

ສຳເລັດປະຕິສັງຂອນ ພິພິທະພັນຫໍພະແກ້ວ ຄັ້ງທີ III ໄລຍະທີ 1

Published on

ພິທີສົມໂພດໂຮງຜາສາດພະແກ້ວມໍລະກົດ ແລະ ສະຫຼຸບໂຄງການປະຕິສັງຂອນພິພິທະພັນຫໍພະແກ້ວ ຄັ້ງທີ III ໄລຍະທີ I ແລະ ໃສ່ບາດຖວາຍສັງຄະທານໂຄງການດັ່ງກ່າວ ໂດຍມີພະສົງ 43 ອົງ ໄດ້ຈັດຂຶ້ນລະຫວ່າງວັນທີ 8-9 ຕຸລາ 2016 ທີ່ພິພິທະພັນຫໍພະແກ້ວ ໃຫ້ກຽດເຂົ້າຮ່ວມຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ຄອບຄົວການນຳ ບັນດາລັດຖະມົນຕີ ການນຳນະຄອນຫຼວງວຽງຈັນ ນັກທຸລະກິດ ຄະນະຮັບຜິດຊອບໂຄງການ ແລະ ປະຊາຊົນບັນດາເຜົ່າ ໂດຍສະເພາະ ຊາວນະຄອນຫຼວງວຽງຈັນ.
ໃນພິທີ ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທັງເປັນຮອງປະທານຄະນະກຳມະການປະຕິສັງຂອນ ພິພິທະພັນຫໍພະແກ້ວ ໄດ້ຂຶ້ນກ່າວລາຍງານຜົນສຳເລັດໂຄງການໄລຍະທີ 1 ວ່າ: ການບູລະນະປະຕິສັງຂອນຫໍພະແກ້ວ ພາຍຫຼັງທີ່ສູນກາງພັກ-ລັດຖະບານ ໄດ້ຕົກລົງເຫັນດີໃຫ້ປະຕິສັງຂອນ ເປັນຄັ້ງທີ III ໃນປີ 2014 ເຊິ່ງໄດ້ປັບປຸງເປັນ 4 ໄລຍະຄື: ໄລຍະທີ 1 ມີ 8 ກິດຈະການ ເຊັ່ນ: ວຽກຮື້ຖອນ-ສ້ອມແປງຫຼັງຄາ ນັບທັງຍອດຊໍ່ຟ້າ ວຽກຮື້ຟື້ນເພດານດ້ານໃນ ສ້ອມແປງຄືນ-ຕີເພດານດ້ານນອກ ວຽກສ້ອມແປງຊຸ້ມປະຕູປ່ອງຢ້ຽມພ້ອມເພດານ ວຽກຮື້ຟື້ນ ວຽກຮື້ຝາລະບຽງ ວຽກຂັ້ນໄດທາງຂຶ້ນ ວຽກອະນາໄມທາສີໃສ່ຝາ ແລະ ແອວຂັນ ແລະ ວຽກທາສີ ລວມມູນຄ່າປະມານ 6,3 ຕື້ກີບ ແຕ່ໃນພາກປະຕິບັດຕົວຈິງ ໄດ້ພົບເຫັນບັນຫາຈຳເປັນທີ່ຕ້ອງໄດ້ປ່ຽນຖ່າຍ ເປັນຕົ້ນ ໄມ້ປະກອບໂຄງຫຼັງຄາ ໂດຍຈັດເປັນວຽກໄລຍະທີ II ມີມູນຄ່າທັງໝົດ 6 ຕື້ກີບ ລວມມູນຄ່າການປະຕິສັງຂອນໄລຍະທີ I ແລະ ໄລຍະທີ II ທັງໝົດ 12 ຕື້ກວ່າກີບ ປັດຈຸບັນ ການດຳເນີນໂຄງການໃນພາກປະຕິບັດຕົວຈິງໄລຍະທີ I ສຳເລັດ 100% ແລະ ບວກກັບວຽກໄລຍະທີ II ເປັນສ່ວນໃຫຍ່ ພິເສດໄດ້ຮັບການປະກອບສ່ວນຈາກກຸ່ມບໍລິສັດ ພອນສັກ ຈຳກັດ ຄຳ ຈຳນວນ 3 ກິໂລ ເງິນ 152.520.000 ກີບ ເພື່ອເຮັດຍອດຊໍ່ຟ້າ ຄອບຄົວຂອງທ່ານ ບຸນທະປານີ ບຸນຊ່ວຍ ແລະ ນາງ ດາວວອນ ທອງຖານະສຸກ ຊ່ວຍປັດໄຈແຜ່ນແກ້ວບານປະຕູໃຫຍ່ທັງສອງເບື້ອງ ເພື່ອຮັກສາຄວາມເປັນເອກະລັກດ້ານສິລະປະກຳ ວິຈິດສິນ ລາຍລາວ ແລະ ສະມາຄົມແມ່ເຮືອນລາວ ປະກອບສັດທາສ້າງຜາສາດພະແກ້ວມໍລະກົດ.
ເພື່ອສືບຕໍ່ສຳເລັດການຈັດຕັ້ງປະຕິບັດໂຄງການປະຕິສັງຂອນໄລຍະທີ I ຫາໄລຍະທີ IV ເຊິ່ງເປັນໄລຍະສຸດທ້າຍຂອງການດຳເນີນໂຄງການ ເປັນຕົ້ນ ການອອກແບບປະຕູແກ້ວ ຈັດວາງສະແດງວັດຖຸພັນ ການຕິດຕັ້ງກ້ອງວົງຈອນປິດ ພາຍໃນ-ພາຍນອກ ພິພິທະພັນຫໍພະແກ້ວ ການປັບປຸງລະບົບສວນດອກໄມ້ ລະບົບໄຟຟ້າ ແລະ ການສ້າງຫ້ອງວາງສະແດງດ້ານນອກ ເປັນມູນຄ່າທັງໝົດ 11 ຕື້ກວ່າກີບ ສະນັ້ນ ສັງລວມຄວາມຕ້ອງການທາງດ້ານທຶນຮອນ ໃນການປະຕິສັງຂອນທັງ 4 ໄລຍະຂອງໂຄງການປະຕິສັງຂອນດັ່ງກ່າວ ຄັ້ງທີ III ທັງໝົດ 23 ຕື້ກວ່າກີບ ຜ່ານມາໄດ້ມີການປະກອບສ່ວນຂອງຕ່າງປະເທດ ການລົງທຶນທັງພາກລັດ ພາກເອກະຊົນ ແລະ ການປະກອບສ່ວນຂອງຊາວນະຄອນຫຼວງວຽງຈັນສ່ວນໜຶ່ງແລ້ວ ປັດຈຸບັນ ໄດ້ຮັບການໂມທະນາຈາກຜູ້ໃຈບຸນທັງຫຼາຍເປັນຄຳ ຈຳນວນ 3 ກິໂລ 1 ສະຫຼຶງ ເປັນເງິນກີບ 1.742.184.499 ກີບ ເງິນບາດໄທ 471.530 ບາດ ແລະ ເງິນໂດລາສະຫະລັດ 16.906 ໂດລາ ນອກນັ້ນ ຍັງໄດ້ຮັບການປະກອບສ່ວນເປັນວັດຖຸຈຳນວນໜຶ່ງ ແຕ່ກໍ່ຍັງບໍ່ພຽງພໍ ສະນັ້ນ ໃນນາມຄະນະຮັບຜິດຊອບປະຕິສັງຂອນ ຂໍເຊີນຊວນຊາວພຸດທະສາສະນິກະຊົນຜູ້ໃຈບຸນທັງຫຼາຍ ປະຊາຊົນລາວທຸກຖ້ວນໜ້າ ໂດຍສະເພາະ ຊາວນະຄອນຫຼວງວຽງຈັນ ຈົ່ງພ້ອມພຽງຮຽງໜ້າກັນ ມາບໍລິຈາກວັດຖຸປັດໄຈ ດ້ວຍຄວາມເຫຼື້ອມໃສຂອງຕົນເອງ ເຂົ້າໃນການບູລະນະປະຕິສັງຂອນຄັ້ງນີ້ດ້ວຍ

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...