Homeຂ່າວພາຍ​ໃນນາຍົກສັ່ງໃຫ້ຮື້ຖອນ ແລະ ຍົກຍ້າຍຮ້ານກິນດື່ມ-ສິ່ງມຶນເມົາ-ສະຖານບັນເທີງ ແລະ ບ່ອນຫລິ້ນການພະນັນທີ່ຕັ້ງຢູ່ໃກ້ສະຖານສຶກສາ

ນາຍົກສັ່ງໃຫ້ຮື້ຖອນ ແລະ ຍົກຍ້າຍຮ້ານກິນດື່ມ-ສິ່ງມຶນເມົາ-ສະຖານບັນເທີງ ແລະ ບ່ອນຫລິ້ນການພະນັນທີ່ຕັ້ງຢູ່ໃກ້ສະຖານສຶກສາ

Published on

+ນາຍົກສັ່ງໃຫ້ຮື້ຖອນ ແລະ ຍົກຍ້າຍຮ້ານກິນດື່ມ-ສິ່ງມຶຶຶນເມົາ-ສະຖານບັນເທີງ ແລະ ບ່ອນຫລິ້ນການພະນັນທີ່ຕັ້ງຢູ່ໃກ້ສະຖານສຶກສາໃຫ້ໜີອອກຈາກເຂດກໍານົດ ຖ້າລະເມີດຈະຖືກອົບຮົມ ຫລື ໃສ່ວິໄນ
+ຜ່ານມາສະຖານທີ່ດັ່ງກ່າວນັ້ນກໍໄພອັນຕະລາຍຮ້າຍແຮງອັນໜຶ່ງທີ່ກັດກິນ ແລະ ເບື່ອເມົານັກຮຽນນັກສຶກສາ, ໄວໜຸ່ມ-ເດັກນ້ອຍໃຫ້ກາຍເປັນບັນຫາຫຍໍ້ທໍ້ເປັນວົງກວ້າງ
+ຂໍໃຫ້ພໍ່ແມ່ປະມາຊາຊົນຮ່ວມແຮງຮ່ວມໃຈຕ້ານ ແລະ ສະກັດກັ້ນສິ່ງບໍ່ດີໃຫ້ຫລຸດໜ້ອຍຖອຍລົງເທື່ອລະກ້າວ

ໃນໂອກາດສະເຫລີມສະຫລອງວັນຄູແຫ່ງຊາດ (7ຕຸລາ) ຄົບຮອບ 22 ປີ ໃນວັນທີ 7 ຕຸລາ 2016 ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫລວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວໂອ້ລົມພະນັກງານຫລັກແຫລ່ງຂອງກະຊວງສຶກສາທິການ ແລະ ກິລາໂດຍທ່ານໄດ້ເນັ້ນໜັກວ່າຈະບໍ່ອະນຸຍາດໃຫ້ຕັ້ງຮ້ານກິນດື່ມປະເພດສິ່ງມຶນເມົາ, ສະຖານບັນເທີງ ແລະ ສະຖານທີ່ຫລິ້ນການພະນັນ (ຕີສະໜຸກເກີ, ຮ້ານເກມ) ໃກ້ກັບສະຖານການສຶກສາທຸກແຫ່ງໆເດັດຂາດ ຖ້າມະເມີດຈະຖືກຕັກເຕືອນຮົບຮົມ ແລະ ໃສ່ວິໄນ.

ເພາະສິ່ງມຶນເມົາ ແລະ ການພະນັນຕ່າງໆແມ່ນໜໍ່ແໜງກໍ່ໃຫ້ເກີດຄວາມເສຍຫາຍຕໍ່ນັກຮຽນນັກສຶກສາ ແລະ ໄວໜຸ່ມ-ເດັກນ້ອຍ.

ຂ່າວຈາກ: ສຳນັກຂ່າວສານປະເທດລາວ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...