Homeຂ່າວຕ່າງປະເທດລັດຖະບານເອຢິບ ເຊັນຈ້າງບໍລິສັດຂອງຈີນ ສ້າງເມືອງຫລວງແຫ່ງໃໝ່ ຂະໜາດເທົ່າປະເທດສິງກະໂປ!

ລັດຖະບານເອຢິບ ເຊັນຈ້າງບໍລິສັດຂອງຈີນ ສ້າງເມືອງຫລວງແຫ່ງໃໝ່ ຂະໜາດເທົ່າປະເທດສິງກະໂປ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 4 ຕຸລາຜ່ານມານີ້ວ່າ ລັດຖະບານເອຢິບ ໄດ້ເຊັນສັນຍາຈ້າງ ບໍລິສັດ China Fortune Land Development Co. Ltd. ຂອງຈີນ ໃຫ້ເປັນຜູ້ດຳເນີນການກໍ່ສ້າງ ເມືອງຫລວງແຫ່ງໃໝ່ຂອງປະເທດ ໄລຍະທີ 2 ດ້ວຍງົບປະມານ 20 ຕື້ໂດລາສະຫະລັດອາເມຣິກາ ໂດຍເມືອງຫລວງແຫ່ງໃໝ່ນີ້ ຈະມີຂະໜາດໃຫຍ່ເທົ່າກັບປະເທດສິງກະໂປ, ມີການວາງແຜນສ້າງສະໜາມບິນ ຂະໜາດໃຫຍ່ເທົ່າກັບ ສະໜາມບິນ Heathrow ຂອງລອນດອນ ປະເທດອັງກິດ, ພ້ອມທັງຈະມີການກໍ່ສ້າງອາຄານສູງກວ່າຫໍໄອແຟນ ນະຄອນຫລວງປາຣີ ຂອງປະເທດຝຣັ່ງ ອີກດ້ວຍ.

ທັງນີ້ ເມືອງຫລວງແຫ່ງໃໝ່ ຈະຖືກສ້າງຂຶ້ນຢູ່ພາກຕາເວັນອອກ ຂອງນະຄອນຫລວງໄຄໂຣ ຊຶ່ງຈະກາຍເປັນສູນກາງທາງດ້ານການເມືອງ, ການບໍລິຫານ ແລະ ທຸລະກິດແຫ່ງໃໝ່ ເພື່ອຊ່ວຍບັນເທົາຄວາມແອອັດຂອງ ນະຄອນຫລວງໄຄໂຣ ທີ່ມີປະຊາກອນເຖິງ 18 ລ້ານຄົນໃນປັດຈຸບັນ.

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...