spot_img
Home​ຂ່າວທ່ອງທ່ຽວເຊີນທ່ຽວຊົມຖໍ້າປະຫວັດສາດເຂດຫາງລ້ອງ ແຂວງຫົວພັນ

ເຊີນທ່ຽວຊົມຖໍ້າປະຫວັດສາດເຂດຫາງລ້ອງ ແຂວງຫົວພັນ

Published on

ແຂວງຫົວພັນ ຖີ່ນກຳເນີດຂະບວນການປະຕິວັດແມ່ນໜຶ່ງໃນບັນດາແຂວງພາກເໜືອຂອງລາວທີ່ມີຄວາມອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດຫຼາກຫຼາຍຊະນິດນອກຈາກນັ້ນກໍຍັງມີສະຖານທີ່ທ່ອງທ່ຽວທີ່ຫຼາກຫຼາຍໄວ້ຄອຍຖ້າໃຫ້ບັນດານັກທ່ອງທ່ຽວໄດ້ທ່ຽວຊົມບໍ່ວ່າຈະເປັນສະຖານທີ່ທ່ອງທ່ຽວທາງວັດທະນະທຳ, ປະຫວັດສາດ ແລະທຳມະຊາດ

ອັນໄດ້ກາຍເປັນທີ່ນິຍົມຂອງຜູ້ຄົນ ທັງພາຍໃນ ແລະຕ່າງປະເທດໂດຍສະເພາະແມ່ນຖ້ຳປະຫວັດສາດເຂດຫາງລ້ອງຖ້ຳປະຫວັດສາດເຂດຫາງລ້ອງປະກອບມີຖ້ຳຂະແໜງການຕ່າງໆຂອງສູນກາງ ແລະແຂວງທີ່ອາໄສຢູ່ສະໄໝສົງ ຄາມເຊັ່ນ: ຖ້ຳລຸງມາ (ເຈົ້າແຂວງ), ຖ້ຳໂຮງໝໍທະຫານ, ຖ້ຳຮັບແຂກ, ຖ້ຳນຳເຂົ້າ-ສົ່ງອອກ, ຖ້ຳວິທະຍຸ ແລະຖ້ຳອື່ນໆ ຊຶ່ງເປັນ ເຂດທີ່ມີທີວທັດທຳມະຊາດສວຍ ງາມ, ຫ່າງຈາກເທສະບານແຂວງ ປະມານ 18 ກິໂລແມັດ ຊຶ່ງມີລາຍລະອຽດແຕ່ລະຖ້ຳມີດັ່ງລຸ່ມນີ້: ຖ້ຳລຸງມາ (ເຈົ້າແຂວງ) ແມ່ນຕັ້ງຫ່າງຈາກບ້ານຫາງລ້ອງປະມານ 100 ແມັດ ແລະຫ່າງຈາກ ເທສະບານ 18 ກິໂລແມັດ ລົດໃຫ່ຍ, ລົດຈັກສາມາດເຂົ້າເຖິງບໍລິເວນຖ້ຳໄດ້.

-ຖ້ຳຊ້າງລອດຕັ້ງຢູ່ເທສະບານ ເມືອງວຽງໄຊ ລົດໃຫ່ຍ ແລະລົດຈັກສາມາດໄປມາສະດວກ, ມີເຄື່ອງ Audio-Tour ແລະມີຫ້ອງ ນ້ຳສາທາລະນະ.

-ຖ້ຳຕຳຫຼວດຕັ້ງຫ່າງຈາກເທ ສະບານເມືອງວຽງໄຊ ປະມານ 1,5 ກິໂລແມັດ ລົດໃຫ່ຍ ແລະລົດຈັກສາມາດເຂົ້າເຖິງໄດ້

-ຖ້ຳໂຮງໝໍນ້ອຍຕັ້ງຢູ່ຫ່າງ ຈາກເທສະບານ ເມືອງວຽງໄຊ ປະມານ 200 ແມັດ ລົດໃຫຍ່, ລົດຈັກສາມາດເຂົ້າເຖິງໄດ້.

-ຖ້ຳການເງີນຕັ້ງຢູ່ຫ່າງຈາກ ເທສະບານ ເມືອງວຽງໄຊ ປະມານ 200 ແມັດ ມີທາງຍ່າງສຳລັບທ່ຽວຊົມຖ້ຳ.

-ຖ້ຳທະນາຄານຕັ້ງຢູ່ຫ່າງຈາກເທສະບານ ເມືອງວຽງໄຊ ປະມານ 200 ແມັດ ມີທາງຍ່າງສຳລັບທ່ຽວຊົມຖ້ຳ.

-ຖ້ຳກະສິກຳຕັ້ງຢູ່ຫ່າງຈາກ ເທສະບານ ເມືອງວຽງໄຊປະມານ 300 ແມັດມີທາງຍ່າງສຳລັບ ທ່ຽວຊົມຖ້ຳ.

-ຖ້ຳແຜນການຕັ້ງຢູ່ເທສະບານເມືອງວຽງໄຊ ສາມາດຍ່າງ, ຂີ່ລົດໃຫ່ຍ, ລົດຈັກເຂົ້າເຖິງບໍລິເວນຖ້ຳໄດ້.

-ຖ້ຳຜາທ້າວ (ຖ້ຳແມ່ໝ້າຍ) ຕັ້ງຢູ່ເທສະບານເມືອງວຽງໄຊສາມາດຍ່າງທ່ຽວຊົມໄດ້.

-ຖ້ຳໄປສະນີ ຕັ້ງຫ່າງຈາກເທ ສະບານເມືອງວຽງໄຊ ປະມານ 5 ກິໂລແມັດ ມີທາງລົດເຂົ້າໄປເຖິງ ແລະຍ່າງເຂົ້າໄປເຖິງບໍລິເວນຖ້ຳ ປະມານ 100 ແມັດ.

-ຖ້ຳໝາຫຼົງ ຕັ້ງຫ່າງຈາກເທ ສະບານ ເມືອງວຽງໄຊ ປະມານ 2 ກິໂລແມັດ ມີທາງລົດຜ່ານໜ້າຖ້ຳ.

-ຖ້ຳໂຮງໝໍມິດຕະພາບລາວ-ກູບາຕັ້ງຢູ່ເຂດບ້ານຊຽງລວງຫ່າງ ຈາກເທສະບານເມືອງວຽງໄຊ 37 ກິໂລແມັດ ລົດໃຫຍ່, ລົດຈັກສາມາດເຂົ້າເຖິງບໍລິເວນຖ້ຳໄດ້.

-ຖ້ຳໂຮງໝໍນ້ອຍນາວີດຕັ້ງ ຫ່າງຈາກບ້ານນາວິດປະມານ 2 ກິໂລແມັດ ແລະຫ່າງຈາກເທສະບານເມືອງວຽງໄຊ 38 ກິໂລແມັດ ລົດໃຫຍ່ ແລະລົດຈັກສາມາດເຂົ້າເຖິງບໍລິເວນຖ້ຳ.

-ຖ້ຳໂຮງງານປຸງຢາຕັ້ງຫ່າງ ຈາກບ້ານນາດປະມານ 2,5 ກິໂລແມັດ ແລະຫ່າງຈາກເທສະບານເມືອງວຽງໄຊ 38 ກິໂລແມັດ ລົດໃຫຍ່ ແລະລົດຈັກສາມາດເຂົ້າເຖິງບໍລິເວນຖ້ຳ.

-ຖ້ຳນ້ຳເຂົ້າ-ນ້ຳອອກຫາງລ້ອງຕັ້ງຫ່າງຈາກບ້ານຫາງລ້ອງ ປະມານ 100 ແມັດ ແລະຫ່າງຈາກເທສະບານ 18 ກິໂລແມັດ ລົດໃຫຍ່ ແລະລົດຈັກສາມາດເຂົ້າເຖິງ ບໍລິເວນຖ້ຳ.

-ຖ້ຳນົກແອ່ນຕັ້ງຢູ່ກິໂລແມັດທີ 18 ຈາກເທສະບານແຂວງໄປເມືອງວຽງໄຊ ລົດໃຫຍ່ ແລະລົດຈັກສາມາດເຂົ້າເຖິງບໍລິເວນຖ້ຳ.

-ຖ້ຳຄວາຍຕັ້ງຫ່າງຈາກບ້ານນາຄາວ ປະມານ 3 ກິໂລແມັດ ແລະຫ່າງຈາເທສະບານເມືອງວຽງໄຊ 8 ກິໂລແມັດ ໄລຍະປີ 1965-1978 ແນວລາວຮັກຊາດ ໄດ້ນຳໃຊ້ຖ້ຳແຫ່ງນີ້ ເປັນທີ່ຕັ້ງຂອງໂຮງຮຽນສ້າງຄູມັດທະຍົມສູນກາງລົດໃຫຍ່ ແລະລົດຈັກສາມາດເຂົ້າເຖິງບໍລິເວນຖ້ຳ.

-ຖ້ຳໂຮງງານຫຍິບແສ່ວຕັ້ງຢູ່ບ້ານສົ້ມຫ່າງຈາກເທສະບານເມືອງວຽງໄຊ 45 ກິໂລແມັດ 1971-1989 ໂຮງງານຫຍິບແສ່ວໄດ້ນຳໃຊ້ຖ້ຳແຫ່ງນີ້ເປັນບ່ອນເຮັດວຽກ ຫຼັງຈາກນັ້ນຈຶ່ງໄດ້ຍົກຍ້າຍໄປຢູ່ສູນກາງສາມາດເຂົ້າເຖິງເຂດດັ່ງ ກ່າວດ້ວຍລົດໃຫຍ່ ແລະລົດຈັກ.

ທີມາ:​
ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...