Homeຂ່າວທ້ອງຖິ່ນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະເດີນທາງ ເຂົ້າຮ່ວມ ກອງປະຊຸມ ທີ່ປະເທດໄທ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະເດີນທາງ ເຂົ້າຮ່ວມ ກອງປະຊຸມ ທີ່ປະເທດໄທ

Published on

ໂດຍ​ຕອບ​ສະໜອງ ຕາມ​ຄຳ​ເຊີນ​ຂອງ​ ທ່ານ ພົນ​​ເອກ ປຣາຢຸດ ຈັນ​ໂອຊາ ນາຍົກລັດຖະ ມົນຕີ ​ແຫ່ງ ຣາຊະ​ອານາຈັກ​ໄທ, ຄະນະ​ຜູ້​ແທນ​ ແຫ່ງ ສປປ ລາວ ນຳ​ໂດຍ ທ່ານ​ ທອງ​ລຸນ ສີ​ສຸ​ລິດ  ນາ ຍົກລັດຖະມົນຕີ​ ພ້ອມ​ດ້ວຍ​ພັນລະ​ຍາ ​ແລະ ຄະນະ ຈະ​​ໄດ້​​ເດີນທາງ​ເຂົ້າ​ຮ່ວມ ກອງ​ປະຊຸມ​ສຸດ​ຍອດ​ ຂອບ​ການ​ຮ່ວມ​ມື​ ອາຊີ ​ຫລື ​ເອຊີ​ດີ ຄັ້ງ​ທີ 2 ​ໃນ​ວັນ​ທີ 9-10 ຕຸລາ 2016 ທີ່​ບາງກອກ, ປະ​ເທດ​ໄທ.

ກອງ​ປະຊຸມ​ ສຸດ​ຍອດ​ຄັ້ງ​ທີ 2 ນີ້ ບັນດາ​ຜູ້ນຳ​ສະມາຊິກ ​ເອຊີ​ດີ ຈະ​ໄດ້​ຮ່ວມ​ມື​ ປຶກສາ​ຫາລື ​ເສີມ​ຂະຫຍາຍ​ການ​ຮ່ວມ​ມື ​ລະຫວ່າງ ​ປະ​ເທດ​ອາຊີ​ນຳ​ກັນ ​ແລະ ຮັບຮອງ​ເອົາ​ ບັນດາ​ຖະ​ແຫລ​ງການ​ ທີ່​ສຳຄັນ ຈຳນວນໜຶ່ງ ​ເພື່ອ​ເປັນ​ການ ​ກຳນົດ​ອະນາ​ຄົດ​ຮ່ວມ​ກັນ​ ຂອງ​ອາຊີ.

ຂອບ​ການ​ຮ່ວ​ມມື​ ເອຊີ​ດີ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ​ໃນ​ປີ 2002 ປັດຈຸບັນມີ 12 ຂະ​ແໜງການ​ຮ່ວມ​ມື ທີ່​ໄດ້​ມີ​ການ​ເຄື່ອນ​ໄຫວ ​ປົກກະຕິ ​ເຊັ່ນ: ກະສິກຳ, ສຶກສາ, ພະລັງງານ, ສິ່ງ​ແວດ​ລ້ອມ, ການ​​ເງິນ, ພັດທະນາ ​ຊັບພະຍາກອນ​ມະ​ນຸດ, ຂໍ້​ມູນ​ຂ່າ​ວສານ, ​ໄພພິບັດ, ກາ​ນຫລຸດຜ່ອນ​ ຄວາມທຸກ​ຍາກ, ຄວາມ​ປອດ​ໄພ​ ໃນ​ການ​ຂັບ​ຂີ່, ທ່ອງ​ທ່ຽວ ​ແລະ ການ​ຮ່ວ​ມມື ດ້ານ​ເຊື່ອມ​ຈອດ. ມາ​ເຖິງ​ປັດຈຸບັນ​ ມີ​ສະມາຊິກ​ທັງໝົດ 34 ປະ​ເທດ.

ຂ່າວຈາກ: 
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...