spot_img
Homeຂ່າວຕ່າງປະເທດລະເບີດຂ້າຕົວຕາຍໃສ່ງານດອງຢູ່ຊີຣີ ແຂກເຂົ້າຮ່ວມງານ ເສຍຊີວິດຢ່າງໜ້ອຍ 22 ຄົນ!

ລະເບີດຂ້າຕົວຕາຍໃສ່ງານດອງຢູ່ຊີຣີ ແຂກເຂົ້າຮ່ວມງານ ເສຍຊີວິດຢ່າງໜ້ອຍ 22 ຄົນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 4 ຕຸລາຜ່ານມານີ້ວ່າ ເກີດເຫດລະເບີດຂ້າຕົວຕາຍ ໃສ່ງານແຕ່ງດອງແຫ່ງໜຶ່ງ ທີ່ຈັດຂຶ້ນຢູ່ແຂວງຮາຊາເກ (Hasakeh) ທາງພາກຕາເວັນຕົກສຽງເໜືອຂອງຊີຣີ ໃນວັນຈັນທີ 3 ຕຸລາ 2016 ເປັນເຫດເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 22 ຄົນ ແລະ ບາດເຈັບອີກຈຳນວນຫລວງຫລາຍ.

ແຫລ່ງຂ່າວໄດ້ລະບຸວ່າ ຄົນຮ້າຍຊຶ່ງບໍ່ຮູ້ວ່າແມ່ນກຸ່ມໃດ ໄດ້ກົດລະເບີດຂ້າຕົວຕາຍ ພາຍໃນຫໍປະຊຸມແຫ່ງໜຶ່ງຢູ່ ບ້ານຕອນຕາວິນ ຊຶ່ງກຳລັງມີງານມຸງຄຸນສົມລົດ ຂອງສະມາຊິກກອງກຳລັງປະຊາທິປະໄຕຊີຣີ (Syrian Democratic Forces – SDF) ຊຶ່ງເປັນກອງກຳລັງພັນທະມິດອາຫລັບ-ເຄີດ ທີ່ຮ່ວມກັນຕໍ່ສູ້ຕ້ານນັກຮົບກຸ່ມລັດອິດສະລາມ ຫລື ໄອເອັສ ຢູ່ທາງພາກເໜືອຂອງຊີຣີ.

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...