HomeມູມໄອທີລາວGoogle ເປີດໂຕ Pixel ແລະ Pixel XL ສະມາດໂຟນຊີຣີໃໝ່ຫຼູຫຼາມາພ້ອມສະເປັກແລະລາຄາສຸດແຮງ

Google ເປີດໂຕ Pixel ແລະ Pixel XL ສະມາດໂຟນຊີຣີໃໝ່ຫຼູຫຼາມາພ້ອມສະເປັກແລະລາຄາສຸດແຮງ

Published on

​ຫຼ້າສຸດນີ້ບໍລິສັດ Google ໄດ້ຈັດງານເປີດໂຕໂທລະສັບ ຊີຣີໃໝ່ຄື: ‘Pixel series’ ທີ່ເມືອງ San Fransico. ໂດຍເປີດໂຕມາ 2 ເຄື່ອງຄື: Google Pixel ແລະ Google Pixel XL. ເຊິ່ງທັງສອງລຸ້ນນີ້ແມ່ນມາພ້ອມຊິບປະມວນຜົນ Snapdragon 821, Android 7.1 (Nougat), RAM 4GB, ນອກຈາກນີ້ກໍມາພ້ອມກັບພື້ນທີ່ຈັດເກັບອອນລາຍ ຫຼືບໍລິການ Cloud ໃຫ້ໃຊ້ແບບບໍ່ຈຳກັດອີກນຳ. ສຳລັບສະເປັກທັງ 2 ເຄື່ອງສາມາດອ່ານໄດ້ດ້ານລຸ່ມນີ້: 
ສຳລັບສະເປັກຂອງ Google Pixel ມີດັ່ງນີ້:

  • ສັດສ່ວນເຄື່ອງ: 143.8 x 69.5 x 8.6 ມມ
  • ນ້ຳໜັກ: 143 ກຣາມ
  • ໜ້າຈໍ: AMOLED ຂະໜາດ 5 ນິ້ວ, FullHD (1920 x 1080 ພິກເຊວ) ແລະມາພ້ອມ Corning Gorilla Glass 4
  • CPU: Snapdragon 821 ຄວາມຖີ່ 2.15 GHz 
  • GPU: Adreno 530
  • RAM: 4GB LPDDR 
  • ROM: 32GB / 128GB
  • ລະບົບ: Android 7.1 (Nougat)
  • ກ້ອງຫຼັງ: 12.3 ລ້ານພິກເຊວ ມາພ້ອມແຟລັດ LED, ເຊັນເຊີ້ Sony IMX378, 1.55um ພິກເຊວ, f/2.0, PDAF, LDAF
  • ກ້ອງໜ້າ: 8 ລ້ານພິກເຊວ
  • ເຊັນເຊີ້: ສະແກນນິ້ວມຶ 
  • Port: ໄມໂຄຣໂຟນ 3 ອັນ, ຮູແຈັກ 3.5 ມມ, USB Type-C
  • ການເຊື່ອມຕໍ່: 4G VoLTE, WiFi 802.11ac MIMO (2.4/5 GHz), Bluetooth 4.2, GPS
  • ແບັດເຕີຣີ: 2,770 mAh

ສຳລັບ Google Pixel ມີ 2 ສີໃຫ້ເລືອກຄື: Quite Black, Very Silver ແລະສີ Really Blue ສຳລັບລຸ້ນ limited edition ສະເພາະ US. ເຊິ່ງຕອນນີ້ສາມາດສັ່ງຈອງໄດ້ແລ້ວທີ່ ສະຫະລັດອາເມຣິກາ ,ອອສເຕຣເລຍ, ແຄນາດາ ແລະເຢຍຣະມັນ, ສຳລັບລາຄາໂຕເຄື່ອງເລີ່ມຕົ້ນມີດັ່ງນີ້:

  • Google Pixel ລຸ້ນ ROM 32 GB ລາຄາ 649 ໂດລາ (5.250.000 ກີບ)
  • Google Pixel ລຸ້ນ ROM 128 GB ລາຄາ 749 ໂດລາ (6.055.000 ກີບ)

———————————————

ສຳລັບສະເປັກຂອງ Google Pixel XL ມີດັ່ງນີ້:

  • ສັດສ່ວນເຄື່ອງ: 154.7 x 75.7 x 8.6 ມມ
  • ນ້ຳໜັກ: 168 ກຣາມ
  • ໜ້າຈໍ: AMOLED ຂະໜາດ 5.5 ນິ້ວ, QHD (2560 x 1440 ພິກເຊວ) ແລະມາພ້ອມ Corning Gorilla Glass 4
  • CPU: Snapdragon 821 ຄວາມຖີ່ 2.15 GHz 
  • GPU: Adreno 530
  • RAM: 4GB LPDDR 
  • ROM: 32GB / 128GB
  • ລະບົບ: Android 7.1 (Nougat)
  • ກ້ອງຫຼັງ: 12.3 ລ້ານພິກເຊວ ມາພ້ອມແຟລັດ LED, ເຊັນເຊີ້ Sony IMX378, 1.55um ພິກເຊວ, f/2.0, PDAF, LDAF
  • ກ້ອງໜ້າ: 8 ລ້ານພິກເຊວ
  • ເຊັນເຊີ້: ສະແກນນິ້ວມຶ 
  • Port: ໄມໂຄຣໂຟນ 3 ອັນ, ຮູແຈັກ 3.5 ມມ, USB Type-C
  • ການເຊື່ອມຕໍ່: 4G VoLTE, WiFi 802.11ac MIMO (2.4/5 GHz), Bluetooth 4.2, GPS
  • ແບັດເຕີຣີ: 3450 mAh

ສຳລັບ Google Pixel XL ມີ 2 ສີໃຫ້ເລືອກຄື: Quite Black, Very Silver ແລະສີ Really Blue ສຳລັບລຸ້ນ limited edition. ເຊິ່ງຕອນນີ້ສາມາດສັ່ງຈອງໄດ້ແລ້ວທີ່ ສະຫະລັດອາເມຣິກາ ,ອອສເຕຣເລຍ, ແຄນາດາ ແລະເຢຍຣະມັນ, ສຳລັບລາຄາໂຕເຄື່ອງເລີ່ມຕົ້ນມີດັ່ງນີ້:

  • Google Pixel XL ລຸ້ນ ROM 32 GB ລາຄາ 769 ໂດລາ (6.220.000 ກີບ)
  • Google Pixel XL ລຸ້ນ ROM 128 GB ລາຄາ 869 ໂດລາ (7.025.000 ກີບ)

 ທີ່ມາ:໑,໒

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...