Homeຂ່າວທ້ອງຖິ່ນຫລວງພະບາງ ໄຂການແຂ່ງຂັນກິລານັກຮຽນມັດທະຍົມຯທົ່ວແຂວງ

ຫລວງພະບາງ ໄຂການແຂ່ງຂັນກິລານັກຮຽນມັດທະຍົມຯທົ່ວແຂວງ

Published on

ຂປລ. ​ໃນ​ວັນ​ທີ 4 ຕຸລາ 2016 ນີ້ ທີ່ສະໜາມກິລາຂອງແຂວງ ໄດ້ມີພິທີໄຂການແຂ່ງຂັນກິລາ ນັກຮຽນມັດທະຍົມສືກສາທົ່ວແຂວງຂື້ນຢ່າງເປັນທາງການ ໂດຍມີ ທ່ານ ຄຳໝັ້ນ ຈັນທະລັງສີ ຮອງເຈົ້າແຂວງຫລວງພະບາງ ພ້ອມຄະນະນຳຂອງ ພະແນກສືກສາທິການ ແລະ ກິລາແຂວງ, ​ເມືອງ ​ແລະ ໜ່ວຍ​ງານ​ອອ້ມຂ້າງ​ເຂົ້າ​ຮ່ວມ.

ການແຂ່ງຂັນໃນຄັ້ງນີ້ມີທັງໝົດ 11 ປະເພດກິລາເຊັ່ນ: ແລ່ນລານ ຍີງ-ຊາຍ, ບານເຕະຊາຍ, ບານສົ່ງຍີງ-ຊາຍ, ກະຕໍ້ຍີງ-ຊາຍ, ເປຕັງຍີງ-ຊາຍ,​ ໝາກຂ່າງຍີງ-ຊາຍ, ໜ້າເກັກຍີງ-ຊາຍ, ບານບ້ວງຍີງ-ຊາຍ, ດອກປີກໄກ່ຍີງ-ຊາຍ, ປີ່ງປ່ອງຍີງ-ຊາຍ, ແລະ ໝາກເສີກຍີງ-ຊາຍ.

ທ່ານ ຄຳໝັ້ນ ຈັນທະລັງສີ ໄດ້ກ່າວວ່າ: ການແຂ່ງຂັນກິລາຄັ້ງນີ້ ແມ່ນເປັນຂະບວນການຂໍ່ານັບ​ຮັບ​ຕ້ອນ ​ວັນ​ສໍາຄັນ​ຂອງ​ຊາດ ​ແລະ ຍັງ​​ເປັນ​ການ​ກະກຽມ​ ໃຫ້ການ​ແຂ່ງຂັນ​ກິລາ ​ໃນ​ແຂວງ​ບໍລິ​ຄໍາ​ໄຊ, ສະ​ນັ້ນ ນັກກິລາຕ້ອງສຸມໃສ່ແຂ່ງຂັນດ້ວຍຄວາມສາມາດ ເຄົາລົບລະບຽບຂອງການແຂ່ງຂັນ ສ່ວນກຳມະການກໍຕ້ອງຕັດສີນໃຫ້ມີຄວາມທ່ຽງທຳ ແລະ ມວນຊົນທົ່ວໄປ ກໍ່ຕ້ອງໃຫ້ກຳລັງໃຈດ້ວຍການຊົມການເຊຍ ນັກກິລາແຕ່ລະປະເພດໃຫ້ຄືກຄື້ນ ແລະ ມ່ວນຊື່ນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...