Homeຂ່າວເຫດການສະຖານທູດເຢຍລະມັນ ຈັດງານລ້ຽງສະຫລອງ ວັນຊາດເຢຍລະມັນ ຄົບຮອບ 26 ປີ

ສະຖານທູດເຢຍລະມັນ ຈັດງານລ້ຽງສະຫລອງ ວັນຊາດເຢຍລະມັນ ຄົບຮອບ 26 ປີ

Published on

ຂປລ. ​ໃນ​ຕອນ​ຄ່ຳ​ຂອງ​ວັນ​ທີ 3 ຕຸລານີ້, ສະຖານທູດ​ເຢຍລະ​ມັນປະຈຳ​ລາວ ​ໄດ້​ຈັດ​ງານ​ລ້ຽງສະ​ເຫລີ​ມສະຫລອງ ວັນຊາດ​ເຢຍລະ​ມັນຄົບຮອບ 26 ປີ (3/10/1990-3/10/2016) ​ຢູ່ນະຄອນ​ຫລວງ​ວຽງຈັນ, ໂດຍ​ມີ ທ່ານ ສົມ​ມາດ ພົນ​ເສນາ ລັດຖະມົນຕີ ​ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ, ບັນດາ​ຮອງ​ລັດຖະມົນຕີ, ທູ​ຕາ​ນຸທູດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ, ​ພ້ອມ​​ແຂກ​ຖືກເຊີນ​ເຂົ້າ​ຮ່ວມ.

​ໃນໂອກາດ​ດັ່ງກ່າວ, ທ່ານ Michael Rrau ​ເອກອັກຄະ​ລັດຖະທູດວິສາມັນ ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ສາທາລະນະ​ລັດ ສະຫະພັນ​ເຢຍລະ​ມັນ ປະຈຳ​ລາວ​ ກ່າວ​ວ່າ: ການຈັດ​ງານ​ສະ​ເຫລີ​ມສະຫລອງ​ໃນ​ຄັ້ງ​ນີ້, ​​​ເປັນ​ການ​ລະນຶກ​ເຖິງ ​ຜົນສຳ​ເລັດ​ອັນ​ໃຫຍ່​ຫລວງ ທີ່​ມີ​ຄວາມໝາຍຄວາມ​ສຳຄັນ ໃນ​ປະຫວັດ​ສາດຂອງ​ເຢຍລະ​ມັນ ​ແລະ ​ເປັນນິ​ມິດໝາຍທີ່​ດີ​ ໃຫ້​ແກ່​ການ​ສ້າງສາ​ພັດ​ທະ​ນາ​ປະ​ເທດ​ຊາດ ​ໃຫ້ຈະ​ເລີ​ນຮຸ່ງ​ເຮືອງກ້າວໜ້າ​​ໃນ​ອະນາຄົດ ທັງ​ເປັນ​ການ​ເສີມ​ຂະ​ຫຍາ​ຍ​ສາ​ຍ​ພົວພັນ​ການ​ທູດ ​ລະຫວ່າງ ​ສອງ​ປະ​ເທດ ລາວ-​ເຢຍລະ​ມັນ ​ໃຫ້​ແໜ້ນ​ແຟ້ນຍິ່ງ​ໆຂຶ້ນ.

​ໄລຍະ​ຜ່ານ​ມາ, ປະ​ເທດ​ເຢຍລະ​ມັນ ໄດ້​ໃຫ້ການ​ຊ່ວຍ​ເຫລືອ​​ແກ່ ສປປ ລາວ ​ໃນ​ຫລາຍໆ​ດ້ານ ​ເປັນ​ຕົ້ນວຽກງານດ້ານ​ການ​ພັດທະນາ ​​ພື້ນຖານໂຄງ​ຫລ່າ​ງ​​, ​ເສດຖະກິດ, ການ​ສຶກສາ, ສາທາລະນະສຸກ, ວຽກງານການ​ຫລຸດຜ່ອນຄວາມທຸກ​ຍາກ, ການ​ອະນຸລັກທຳ​ມະ​ຊາດ ​ແລະ ອື່ນໆ. ​ເຊິ່ງ​ເປັນ​ການປະກອບສ່ວນອັນ​ສຳຄັນ ​ເຂົ້າ​ໃນ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ ​ການ​ຮ່ວມ​ມືຮອບດ້ານລະຫວ່າງ ລາວ-​ເຢຍລະ​ມັນ ​ໃຫ້​ໄດ້​ຮັບ​ການ​ພັດທະນາ ​ແລະ ​ແຕກ​ດອກ​ອອກ​ຜົນງອກ​ງາມຍິ່ງໆຂຶ້ນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...