Homeຂ່າວການພັດທະນາຍີ່ປຸ່ນຊ່ວຍລາວ 500 ລ້ານເຢັນນຳໃຊ້ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VIII

ຍີ່ປຸ່ນຊ່ວຍລາວ 500 ລ້ານເຢັນນຳໃຊ້ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VIII

Published on

ພິທີລົງນາມສັນຍາຊ່ວຍເຫລືອລ້າຈາກລັດຖະບານຍີ່ປຸ່ນ ຈຳນວນ 500 ລ້ານເຢັນ ຫລື ປະມານ 40 ຕື້ກວ່າກີບ, ລະຫວ່າງທ່ານນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ທາເຄຊິ ຮິຄິຮາຣະ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳລາວ, ເພື່ອປະກອບສ່ວນຈັດຕັ້ງປະຕິບັດເຂົ້າໃນໂຄງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 8, ແນໃສ່ເຮັດໃຫ້ ສປປ ລາວ ຫລຸດພົ້ນອອກຈາກປະເທດດ້ອຍພັດທະນາໃນປີ 2020, ໄດ້ມີຂຶ້ນເມື່ອວັນທີ 4 ຕຸລານີ້, ທີ່ນະຄອນຫລວງວຽງຈັນ.

ໃນໂອກາດນີ້ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ກ່າວສະແດງຄວາມຂອບໃຈຢ່າງສູງມາຍັງລັດຖະບານຍີ່ປຸ່ນທີ່ໄດ້ສືບຕໍ່ໃຫ້ການສະໜັບສະໜູນໂຄງການຊ່ວຍເຫລືອລ້າແກ່ລາວ, ຊຶ່ງໃນໄລຍະຜ່ານມາ, ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອເປັນຈຳນວນຫລາຍແກ່ລາວ ເພື່ອນຳໃຊ້ເຂົ້າໃນການດຸ່ນດ່ຽງງົບປະມານແຫ່ງຊາດ ແລະ ໃນປີນີ້ ກໍສືບຕໍ່ໃຫ້ການຊ່ວຍເຫລືອໃນຈຳນວນ 500 ລ້ານເຢັນ ເພື່ອນຳໃຊ້ເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມ ເຮັດໃຫ້ຫລຸດພົ້ນອອກຈາກປະເທດດ້ອຍພັດທະນາຕາມທີ່ວາງໄວ້.
ທ່ານເອກອັກຄະຣາຊະທູດຍີ່ປຸນ ປະຈຳລາວ ກ່າວວ່າ: ການຊ່ວຍເຫລືອຄັ້ງນີ້ ແມ່ນແນໃສ່ສະໜັບສະໜູນຄວາມພະຍາຍາມຂອງລາວ ໃນການພັດທະນາເສດຖະກິດ-ສັງຄົມ, ຊຶ່ງແມ່ນການຈັດຊື້ສິນຄ້າທີ່ຈຳເປັນຢູ່ໃນປະເທດ ເພື່ອເຮັດໃຫ້ລາວໄດ້ບັນລຸເປົ້າໝາຍທີ່ວາງໄວ້, ພ້ອມທັງເປັນການໂຮມຕົວເຂົ້າກັບພາກພື້ນ ແລະ ສາກົນ ກໍຄືການເຂົ້າເປັນປະຊາຄົມເສດຖະກິດອາຊຽນ, ກໍຄືຫັນເປັນປະເທດອຸດສາຫະກຳ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີຂຶ້ນ ກໍຄືບັນລຸເປົ້າໝາຍ ກາຍເປັນປະເທດທີ່ມີລາຍຮັບໄດ້ປານກາງ-ສູງໃນປີ 2030.

ລັດຖະບານຍີ່ປຸ່ນ ໄດ້ໃຫ້ການສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຂອງລາວ ມາເປັນເວລາຫລາຍປີ, ແຕ່ໃນປີນີ້ເປັນປີທີ່ສຳຄັນຂອງການຊ່ວຍເຫລືອ, ຍ້ອນນາຍົກລັດຖະມົນຕີຂອງສອງປະເທດ ໄດ້ຕົກລົງເຫັນດີກໍານົດແຜນພັດທະນາຮ່ວມກັນ, ໃນລະຫວ່າງການພົບປະສອງຝ່າຍໃນໂອກາດກອງປະຊຸມສຸດຍອດອາຊຽນທີ່ ສປປ ລາວ ເມື່ອເດືອນກັນຍາຜ່ານມານີ້.

ທີ່ມາ: ໜັງສືພິມ ລາວພັດທະນາ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...