Homeຂ່າວການພັດທະນາແຜນການອອກໃບຕາດິນໃນທົ່ວປະເທດໃນ 5 ປີຕໍ່ໜ້າ

ແຜນການອອກໃບຕາດິນໃນທົ່ວປະເທດໃນ 5 ປີຕໍ່ໜ້າ

Published on

ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໃຫ້ຮູ້ວ່າ: ໜຶ່ງໃນແຜນຍຸດທະ ສາດວຽກງານຂອງຂະແໜງການຕົນໃນ 5 ປີຕໍ່ຫນ້າຄືນັບແຕ່ປີ 2016-2020 ແມ່ນຈະສູ້ຊົນຈັດຕັ້ງປະ ຕິບັດການຂື້ນທະບຽນທີ່ດິນໃຫ້ໄດ້ຫລາຍກວ່າ 4 ແສນຕອນຂອງຈໍານວນປະມານ 1,8 ລ້ານຕອນດິນໃນທົ່ວປະເທດທີ່ຍັງບໍ່ທັນອອກໃບຕາດິນ, ສຳລັບຂໍ້ມູນທີ່ດິນຫລາຍກວ່າ 1,2 ລ້ານຕອນໃນຈໍານວນ 2,6 ລ້ານຕອນທົ່ວປະເທດແມ່ນໄດ້ເອົາເຂົ້າຖານເກັບຂໍ້ມູນລະບົບຄອມພິວເຕີແລ້ວ ແລະ ເພື່ອປ້ອງກັນບັນຫາການສວຍໂອກາດອອກໃບຕາດິນປອມ, ອອກໃບຕາດິນຊໍ້າຊ້ອນ, ອັນເປັນສາເຫດຕົ້ນຕໍທີ່ເຮັດໃຫ້ເກີດຂໍ້ຂັດແຍ່ງທາງດ້ານທີ່ດິນລັດເປັນຈຳນວນຫລາຍຄືດັ່ງໃນໄລຍະຜ່ານມານັ້ນ, ປັດຈຸບັນໜ່ວຍງານກ່ຽວຂ້ອງໄດ້ທົດລອງນໍາໃຊ້ລະບົບໄອທີທັນສະໄໝ LLMS ເຂົ້າໃນການຄຸ້ມຄອງ-ບໍລິຫານທີ່ດິນຢູ່ພະແນກຊັບພະຍາກອນ

ທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫລວງວຽງຈັນ, ໂດຍສະເພາະແມ່ນການຕິດຕາມການຮັບເອກກະສານຈາກຜູ້ມາໃຊ້ບໍລິການກ່ຽວກັບທີ່ດິນ, ເກັບກໍາຂໍ້ມູນການຂຶ້ນທະບຽນອອກໃບຕາດິນ, ການຈົດທະບຽນມອບ-ໂອນຕອນດິນ,ແຍກແບ່ງດິນ, ໂຮມຕອນດິນ, ພິມໃບຕາດິນ, ໃບທະບຽນທີ່ດິນ, ອອກໃບຄິດໄລ່ເກັບລາຍຮັບຈາກການເສຍຄ່າທໍານຽມທີ່ດິນ, ອາກອນຈາກການຊື້-ຂາຍສິດນໍາໃຊ້ທີ່ດິນເພື່ອໃຫ້ເຈົ້າຂອງສິດນໍາໃຊ້ທີ່ດິນເອົາໃບບິນໄປຖອກເງິນເຂົ້າຄັງເງິນແຫ່ງຊາດໂດຍບໍ່ຜ່ານການຂຽນດ້ວຍມື ແລະ ກວດກາຫລາຍຂອດ ແລະ ປ່ຽນຈາກການແຕ້ມຕອນດິນດ້ວຍມືມາແຕ້ມດ້ວຍຄອມພິວເຕີທັນສະໄໝຊັດເຈນຖືກຕ້ອງຫລາຍຂື້ນກວ່າເກົ່າ. ເຖິງຢ່າງໃດກໍຕາມຕ້ອງຍ້ອມຮັບວ່າການອອກໃບຕາດິນໃນໄລຍະຜ່ານມານັ້ນມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ, ແຕ່ກໍປະຕິບັດໄດ້ຕາມຄາດໝາຍແຜນການເປັນຢ່າງດີ.

ຂ່າວຈາກ: laophatthananewspaper
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...