spot_img
HomeBaby-ແມ່ແລະເດັກ4 ເລື່ອງທີ່ຫ້າມເຮັດເດັດຂາດກັບເດັກເກີດໃໝ່

4 ເລື່ອງທີ່ຫ້າມເຮັດເດັດຂາດກັບເດັກເກີດໃໝ່

Published on

ເດັກເກີດໃໝ່ ສາມາດເກີດອັນຕະລາຍໄດ້ງ່າຍກວ່າທີ່ແມ່ຄິດ ແລ້ວ 4 ເລື່ອງທີ່ຫ້າມເກີດຂຶ້ນເດັດຂາດກັບເດັກເກີດໃໝ່ ມີຫຍັງແນ່ເຮົາມາອ່ານເບິ່ງນຳກັນເລີຍ

  1. ບໍ່ຄວນໃຫ້ເດັກເກີດໃໝ່ນອນຫຼັບໃນທ່ານຄວ້ຳ ເພາະການນອນຄວ້ຳຈະເຮັດໃຫ້ລູກຮັບປະລິມານອົກຊີເຈນໜ້ອຍກວ່າການທີ່ໃຫ້ລູກນອນຫງາຍ ຫາກລູກນອນຄວ້ຳເປັນເວລາດົນອາດເຮັດໃຫ້ລູກນອນຫຼັບບໍ່ຕື່ນ ຫຼື ໂຣກໄຫລຕາຍນັ້ນເອງ
  2. ບໍ່ຄວນໃຫ້ຄົນອື່ນຫອມແກ້ມ ຫຼື ຈູບລູກຫຼາຍຈົນເກີນໄປ ເພາະລູກຈະໄດ້ຮັບທັງແບັດທີເຣຍ ແລະ ເຊື້ອໂຣກທີ່ເປັນອັນຕະລາຍຕໍ່ລູກ ການຈູບ ຫຼື ຫອມຫຼາຍເກີນໄປເປັນສາເຫດໃຫ້ລູກເຈັບປ່ວຍງ່າຍ
  3. ໃຫ້ລູກໃສ່ຜ້າອ້ອມທີ່ເປື້ອນ ຫຼື ປຽກຊຸ່ມເປັນເວລາດົນ ຍ້ອນລູກຈະໄດ້ຮັບແບັດທີເຣຍ ສະນັ້ນຈິ່ງຄວນປ່ຽນຜ້າອ້ອມໃຫ້ລູກທຸກໆ 3-4 ຊົ່ວໂມງຕໍ່ຄັ້ງ
  4. ບໍ່ຄວນແຕ່ງຕົວໃຫ້ລູກໜາຫຼາຍຈົນເກີນໄປ ເພາະການໃສ່ເສື້ອໜາເກີນໄປໃຫ້ລູກອາດເຮັດໃຫ້ລູກຮູ້ສຶກບໍ່ສະບາຍຕົວ ເປັນໄຂ້ ແລະ ເຮັດໃຫ້ຮ່າງກາຍຂາດນ້ຳໄດ້

 

ທີ່ມາຈາກ : ph.theasianparent.com ແລະ https://th.theasianparent.com
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...