spot_img
Homeວັນນະກຳເລື່ອງສັ້ນຮັກ Story "ຮັກວຸ້ນໆຂອງຜູ້ຊາຍເຢັນຊາ ກັບ ສາວຊາເຢັນ" ຕອນ 1

ຮັກ Story “ຮັກວຸ້ນໆຂອງຜູ້ຊາຍເຢັນຊາ ກັບ ສາວຊາເຢັນ” ຕອນ 1

Published on

ປຸ້ຍ ສາວທີ່ມັກດື່ມຊານົມເຢັນ ເປັນຊີວິດຈິດໃຈ ຫຼັງຈາກທີ່ນາງຮຽນຈົບແລ້ວກໍ່ໄດ້ໄປຊອກສະໝັກວຽກເຮັດ ແລະ ໄດ້ເປັນພະນັກງານຕ້ອນຮັບຢູ່ໂຮງແຮມແຫ່ງໜຶ່ງໃນນະຄອນຫຼວງວຽງຈັນ

ໃນວັນເຂົ້າເຮັດວຽກມື້ທຳອິດ ເຊິ່ງເປັນວັນທີ່ໂຮງແຮມມີງານຈັດສຳມະນາປຸ້ຍ ໄດ້ປະຈຳການທີ່ຢູ່ພະແນກຕ້ອນຮັບເຊິ່ງກັບທາງເຂົ້າປະຕູໂຮງແຮມພໍດີ ເຊິ່ງໃນມື້ນີ້ມີຄວາມຮູ້ສຶກດີໃຈຕື່ນເຕັ້ນກັບວຽກມື້ທຳອິດແບບສຸດໆໄປເລີຍ ເພາະນີ້ຖືວ່າເປັນຄັ້ງທຳອິດໃນຊີວິດຫຼັງຈາກຮຽນຈົບແລ້ວ ແລະ ກ້າວເຂົ້າສູ່ໄວທຳງານຢ່າງເຕັມຕົວ ໃນມື້ນີ້ມີຄົນຈຳນວນຫຼາຍທັງຍິງ ແລະ ຊາຍ ທັງຜູ້ເຖົ້າຜູ້ໜຸ່ມທີ່ພາກັນແຕ່ງກາຍສຸພາບຍ່າງເຂົ້າມາໃນໂຮງແຮມ ແລ້ວສິ່ງທຳ ອິດທີ່ ປຸ້ຍ ເຮັດໄດ້ນັ້ນຄືການສົ່ງຮອຍຍິ້ມຕ້ອນຮັບແກ່ແຂກທີ່ກ້າວເຂົ້າມາໃນໂຮງແຮມນັ້ນເອງ ແລະ ໃນຂະນະທີ່ກຳລັງສົ່ງຍິ້ມໃຫ້ຄົນທີ່ກຳລັງຍ່າງເຂົ້າມານັ້ນ ກໍ່ມີຊາຍໜຸ່ມຮູບຮ່າງສູງ ຜິວຂາວ ໜ້າຕາດີ ແຕ່ງຕົວດີມີສະໄຕລ ອາຍຸປະມານລະຫວ່າງ 25-30 ປີ ຍ່າງເຂົ້າມາຈາກໜ້າປະຕູໂຮງແຮມພ້ອມກັບຫຼາຍໆຄົນ ແຕ່ຍ້ອນຄວາມໂດດເດັ່ນດ້ານບຸກຄະລິກກະພາບ ຮູບຮ່າງໜ້າຕາ ຈິ່ງເຮັດໃຫ້ປຸ້ຍລະສາຍຕາຈາກຄົນອື່ນ ແລ້ວຈ້ອງສາຍຕາໄປທີ່ຊາຍຄົນນັ້ນພຽງຄົນດຽວ ແລ້ວກໍ່ແນມຕາມໄປຈົນຊາຍຄົນນັ້ນເຂົ້າລິບໄປໂດຍສາຍຕາບໍ່ກະພິບເລີຍພຽງແຕ່ຄັ້ງດຽວ ເຊິ່ງໜຸ່ມຫຼໍ່ທີ່ປຸ້ຍກຳລັງແອບປິ້ມນັ້ນ ມີຊື່ວ່າ ເອກກະລາດ ມີຊື່ຫຼິ້ນວ່າ ແມັກ ເຊິ່ງລູກຊາຍຄົນທີ 3 (ລູກຊາຍຫຼ້າຂອງຜູ້ບໍລິຫານສູງສຸດຂອງໂຮງແຮມທີ່ຫາກໍ່ຮຽນຈົບຈາກປະເທດຢີ່ປຸ່ນ ມາໄດ້ປະມານ 1 ອາທິດ ແລະ ກຳລັງຈະກ້າວເຂົ້າມາເຮັດວຽກທີ່ໂຮງແຮມໃນຕຳແໜ່ງ ຫົວໜ້າຝ່າຍປະຊາສຳພັນຂອງໂຮງແຮມໃນມໍ່ໆນີ້ ເຊິ່ງປຸ້ຍເອງກໍ່ບໍ່ເຄີຍຮູ້ຈັກມາກ່ອນ

ເມື່ອເລີກວຽກກັບມາຮອດເຮືອນກ່ອນນອນ ປຸ້ຍໄດ້ສຳນຶກເຫັນພາບຊາຍຄົນດັ່ງກ່າວແລ້ວກໍ່ຍິ້ມ ດ້ວຍຄວາມປະທັບໃຈ ສະອອນໃນຄວາມຫຼໍ່ ແຕ່ນາງກໍ່ຕ້ອງບັງຄັບໃຈຕົວເອງໄວ້ບໍ່ໃຫ້ຄິດເພີ້ຝັນໄປໄກ ເພາະປຸ້ຍຄິດວ່າ ມັນເປັນເລື່ອງບັງເອີນທີ່ໄດ້ພົບ ເພາະຢູ່ພະແນກຕ້ອນຮັບຕ້ອງໄດ້ພົບກັບຄົນຫຼາຍຄົນຜ່ານມາແລ້ວຜ່ານໄປ ຊາຍຄົນນັ້ນກໍ່ເຊັ່ນດຽວກັນ ຄືຈະເປັນແຂກມາພັກທີ່ໂຮງແຮມ ອີກບໍ່ດົນກໍ່ຄົງຈາກໄປ

ຜ່ານໄປໜຶ່ງອາທິດ ໃນຂະນະທີ່ປຸ້ຍ ກຳລັງຢືນຕ້ອນຮັບແຂກຢູ່ນັ້ນ ນາງກໍ່ໄດ້ເຫັນຊາຍຄົນດັ່ງກ່າວອີກຄັ້ງ ແຕ່ຄັ້ງນີ້ຊາຍຄົນນັ້ນບໍ່ໄດ້ມາຄົນດຽວ ເພາະຄົນທີ່ຍ່າງຮຽງຂ້າງມານັ້ນແມ່ນຜູ້ຈັດການໂຮງແຮມ (ທ່ານ ເອກກະສິດ) ດ້ວຍຄວາມໄກປຸ້ຍຈິ່ງບໍ່ຮູ້ວ່າພວກເຂົາລົມຫຍັງກັນ ແຕ່ເບິ່ງຄືກັບວ່າ ທ່ານ ເອກກະສິດ ກຳລັງພາຊາຍຄົນດັ່ງກ່າວທ່ຽວຊົມໂຮງແຮມ ແລະ ແນະນຳ ຫຼື ອະທິບາຍຫຍັງບາງຢ່າງເປັນພິເສດກັບຊາຍຄົນດັ່ງກ່າວ ເຊິ່ງມັນໄດ້ສ້າງຄວາມສົງໃສໃຫ້ກັບປຸ້ຍບໍ່ໜ້ອຍ

ຕອນເລີກວຽກໃນຂະນະທີ່ປຸ້ຍ ກຳລັງຍ່າງອອກຈາກໂຮງແຮມ ເພື່ອຈະໄປຫາຄອກລົດພະນັກງານ ປຸ້ຍກໍ່ບັງເອີນຫັນໄປເຫັນດ້ານຫຼັງເດັກຊາຍຄົນໜຶ່ງອາຍຸປະມານ 10 ປີ ທີ່ກຳລັງຍ່າງນຳຫຼັງຜູ້ຍິງຄົນໜຶ່ງຄາດວ່າຈະແມ່ນແມ່ຂອງເດັກຊາຍຄົນດັ່ງກ່າວ ເຊິ່ງເດັກຊາຍໄດ້ໜ້າກົ້ມເບິ່ງໂທລະສັບ ແລະ ກຳລັງຈະຍ່າງຂ້າມທາງໂດຍທີ່ບໍ່ເງີຍໜ້າເບິ່ງທາງ ແລະ ບໍ່ເຫັນວ່າກຳລັງມີລົດແລ່ນມາ ເມື່ອປຸ້ຍເຫັນແບບນັ້ນດ້ວຍຄວາມເປັນຫ່ວງຢ້ານເດັກຊາຍຄົນນັ້ນເກີດອັນຕະ ລາຍ ນາງຈິ່ງທັງຮ້ອງບອກເດັກຊາຍຄົນດັ່ງກ່າວໃຫ້ຢຸດກ່ອນ ພ້ອມແລ່ນເຂົ້າໄປດຶງເດັກຊາຍນັ້ນເຂົ້າມາໃນທາງດ້ວຍ ຄວາມຕົກໃຈ ທັງເດັກຊາຍ ທັງປຸ້ຍ ແລະ ແມ່ຂອງເດັກ ເມື່ອລົດຜ່ານໄປ ແລະ ເດັກຊາຍປອດໄພບໍ່ໄດ້ຮັບບາດເຈັບຫຍັງ ທາງແມ່ ແລະ ເດັກຊາຍກໍ່ໄດ້ກ່າວຄຳຂອບໃຈແກ່ປຸ້ຍແລ້ວກໍ່ຈາກໄປ ປຸ້ຍກໍ່ໄດ້ແຕ່ຢືນຍິ້ມ ພ້ອມຮູ້ສຶກໂລ່ງໃຈ ເພາະບໍ່ມີເຫດຮ້າຍເກີດຂຶ້ນ ແລ້ວປຸ້ຍຈິ່ງຍ່າງກັບໄປທີ່ຄອກລົດພະນັກງານດ້ວຍສີໜ້າທີ່ຍິ້ມແຍ້ມໂດຍບໍ່ທີ່ນາງບໍ່ຮູ້ໂຕວ່າ ແມັກ ຊາຍໜຸ່ມສຸດຫຼໍ່ທີ່ນາງແອບປື້ມຢູ່ໄດ້ເຫັນເຫດການທັງໝົດ ແລະ ກຳລັງຢືນເບິ່ງນາງຢູ່

ເຊົ້າວັນຕໍ່ມາທີ່ໂຮງແຮມໃນຂະນະທີ່ປຸ້ຍກຳລັງຕ້ອນຮັບແຂກຕ່າງປະເທດ 2-3 ຄົນທີ່ໜ້າເຄົາເຕີ້ ແມັກ ໄດ້ບັງເອີນຍ່າງຜ່ານມາທາງນີ້ພໍດີ ແລະ ລາວກໍ່ສັງເກດເຫັນປຸ້ຍ ທີ່ກຳລັງຕ້ອນຮັບແຂກດ້ວຍສີໜ້າຍິ້ມແຍ້ມແຈ່ມໃສ ດັ່ງນັ້ນ ແມັກເລີຍຄິດເຫັນເລື່ອງທີ່ປຸ້ຍຊ່ວຍເດັກຊາຍຄົນໜຶ່ງທີ່ເດີ່ນຈອດລົດໜ້າໂຮງແຮມວານນີ້ ແມັກ ເລີຍຢຸດ ຍືນເບິ່ງໜ້າປຸ້ຍ ດ້ວຍຄວາມທີ່ແມັກຢືນບໍ່ໄກຈາກຈຸດທີ່ປຸ້ຍຢູ່ປານໃດ ຫ່າງກັນພຽງປະມານ 3 ແມັດ ແມັກຈິ່ງສັງເກດເຫັນຕຸ້ມຫູທີ່ ປຸ້ຍໃສ່ແລ້ວຄິດສົງໃສວ່າມັນຄ້າຍຄືກັບຕຸ້ມຫູທີ່ລາວເຄີຍຊື້ໃຫ້ເດັກນ້ອຍຍິງຄົນໜຶ່ງເພື່ອເປັນຂອງຂັວນວັນເກີດເມື່ອສະໄໝຮຽນປະຖົມ ແມັກໄດ້ຈ້ອງສັງເກດເບິ່ງທີ່ຕຸ້ມຫູແຮງເບິ່ງແຮງຄື ຕຸ້ມຫູເງິນເປັນຮູບໂຕປາ ລາວເລີຍຄິດສົງໃສ ເມື່ອປຸ້ຍຮູ້ສຶກວ່າຄືມີຄົນຈ້ອງແນມເບິ່ງນາງ ນາງຈິ່ງຫັນໄປເບິ່ງຄືນປະກົດວ່າ ເປັນແມັກ ຊາຍໜຸ່ມທີ່ນາງແອບປື້ມ ນາງຈິ່ງຍິ້ມໃສ່ດ້ວຍຄວາມເຂີນອາຍເລັກໜ້ອຍ ເມື່ອ ແມັກ ເຫັນປຸ້ຍຫັນໜ້າມາເບິ່ງຕົນ ລາວກໍ່ສະດຸ້ງແລ້ວກໍ່ເຮັດທ່າເສີຍໆຍ່າງໄປເຂົ້າລິບ ສ່ວນປຸ້ຍກໍ່ໄດ້ແຕ່ແນມຕາມຫຼັງແມັກຄືເກົ່າ ແລ ຄິດດີໃຈທີ່ໄດ້ເຫັນຊາຍໜຸ່ມທີ່ຕົນກຳລັງປື້ມອີກຄັ້ງ

ແມັກ ທີ່ຢູ່ໃນລິບ ກໍ່ຄິດເຫັນແຕ່ຕຸ້ມຫູ ແລະ ກໍ່ຄິດເຫັນເດັກຍິງທີ່ຕົນເຄີຍແອບມັກເມື່ອສະໃໝ່ຮຽນປະຖົມ ແລະ ຄິດສົງໃສວ່າ ປຸ້ຍ ກັບ ເດັກຍິງຄົນນັ້ນມີຄວາມກ່ຽວພັນກັນ ຫຼື ບໍ່? ຫຼື ມັນເປັນພຽງເລື່ອງບັງເອີນເທົ່ານັ້ນ

ເລື່ອງລາວຕໍ່ໄປຈະເປັນແນວໃດ ປຸ້ຍ ຈະຮູ້ຊື່ ແລະ ຖານະຕົວຕົນທີ່ແທ້ຈິງຂອງຜູ້ຊາຍທີ່ຕົນແອບປື້ມຢູ່ ຫຼື ບໍ່ ກຽມອ່ານໃນຕອນຕໍ່ໄປ

ແຕ່ງໂດຍ: ແອັດມິນ ປັອກເລັກ ລາວໂພສຕ໌
ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຂ່າວດີ! ສປປ ລາວ ຫາລືກຽມອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ໃນປີ 2026

ຂ່າວດີໃນປີໜ້າ! ສປປ ລາວ ຫາລືກຽມອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ກະຊວງການຕ່າງປະເທດ ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດແຜນດໍາເນີນງານຂອງ ສປຊ ສໍາລັບປະເທດດ້ອຍພັດທະນາ ໃນວັນທີ 24 ເມສາ 2025 ໂດຍການເປັນປະທານຂອງ...

ປະທານປະເທດ ລາວ ແລະ ຫວຽດນາມ ຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານສຳຄັນ ຈໍານວນ 03 ສະບັບ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນແບບພິເສດ ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ...

ສົມເດັດພະເທບ ຢ້ຽມຢາມໂຮງຮຽນວັດທະນະທໍາປ້ອງກັນຄວາມສະຫງົບ ທີ່ແຂວງວຽງຈັນ.

ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງຣາຊະອານາຈັກໄທ ຢ້ຽມຢາມໂຮງຮຽນວັດທະນະທໍາ ປກສ ຕອນບ່າຍວັນທີ 23 ເມສາ 2025 , ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ...

ພິທີເຄື່ອນຍ້າຍອັດຖິຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ

ເຄື່ອນຍ້າຍອັດຖິ ພົນເອກ ຄຳໄຕ ສີພັນດອນ ໄປສະຖິດຢູ່ ສຸສານນັກຮົບປະຕິວັດແຫ່ງຊາດ ພິທີເຄື່ອນຍ້າຍອັດຖິຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສາທາລະນະລັດ...