Homeປະເພນີ-ວັດທະນະທຳຄຸນສົມບັດທີ່ດີ ຂອງແມ່ຍິງລາວ

ຄຸນສົມບັດທີ່ດີ ຂອງແມ່ຍິງລາວ

Published on

ຄຸນສົມບັດ ເປັນສ່ວນປະກອບທີ່ສໍາຄັນຂອງມະນຸດໂດຍທົ່ວໄປ ແມ່ນບັນດາທັດສະນະຄະຕິ ແລະອຸດົມການທີ່ເປັນມາດຖານມີລັກສະນະໃນຕົວ ແລະນອກຕົວທີ່ສະແດງອອກທາງກາຍ, ວາຈາ ແລະຈິດໃຈອັນເປັນທີ່ຍອມຮັບຂອງສັງຄົມໃດໜຶ່ງ.

  • ຄຸນສົມບັດທາງກາຍ ເປັນການສະແດງອອກດ້ວຍການປະພຶດ, ປະຕິບັດໃຫ້ສອດຄ່ອງກັບ ຮີດຄອງປະເພນີພ້ອມທັງມີກິລິຍາມາລະຍາດດີ ເຊິ່ງແຕ່ລະບຸກຄົນໄດ້ສະແດງອອກດ້ວຍການກະທຳຕ່າງໆ ທີ່ບົ່ງບອກເຖິງບຸກຄະລິກ, ລັກສະນະທ່າທີອັນດີງາມ ໃຫ້ມີຄວາມສຸພາບຮຽບຮ້ອຍເປັນຕົ້ນແມ່ນ ການນຸ່ງຖືຂອງຄົນລາວສະແດງອອກພົ້ນເດັ່ນແມ່ນເພດຍິງ ເຖິງແມ່ນວ່າບໍ່ງາມກໍໃຫ້ຮຽບຮ້ອຍ ແຕ່ບໍໍ່ແມ່ນແຕ່ງກາຍຈົນເກີນໄປ ເຮັດໃຫ້ເປັນເປົ້າສາຍຕາຂອງຄົນອ້ອມຂ້າງ, ການຍ່າງກໍຄວນຍ່າງດ້ວຍຄວາມລະມັດລະວັງ, ການກິນຕ້ອງຄ່ອຍກິນ ກິນດ້ວຍຄວາມສຸພາບຮຽບຮ້ອຍ, ການນອນກໍຄວນມີສະຕິຄ່ຽມຄົມ.
  • ຄຸນສົມບັດທາງດ້ານວາຈາ ເປັນການສະແດງອອກດ້ວຍການປາກເວົ້າໂດຍສະເພາະ ແມ່ນເວົ້າຈາປາໄສ ໃຫ້ມີຄວາມສຸພາບນິ້ມນວນອ່ອນຫວານ, ເວົ້າດ້ວຍສັດຈະຄວາມຈິງ ບໍ່ຕົວະຕົ້ມຫຼອກລວງ, ສໍານຽງສຽງເວົ້າຂອງເຮົາເຮັດໃຫ້ເປັນຕາໜ້າເຊື່ອຖື ເຮັດໃຫ້ຄົນອ້ອມຂ້າງສົນໃຈ ແລະຮັກແພງ.
  • ຄຸນສົມບັດທາງດ້ານຈິດໃຈ ແມ່ນຄວາມຄິດຈິດສຳນຶກ ຢູ່ໃນສ່ວນຂອງບຸກຄົນທີ່ຄິດສ້າງແຕ່ຄວາມດີມີປະໂຫຍດ ເຊິ່ງຄົນອື່ນບໍ່ສາມາດເຫັນໄດ້ ແຕ່ສຳຜັດໄດ້ດ້ວຍຄວາມຮູ້ສຶກ, ດ້ວຍການມີນໍ້າໃຈ ມີຈິດໃຈທີ່ດີງາມ, ມີຄວາມເອື້ອເຟື້ອເຜື້ອແຜ່ ແລະຊ່ວຍເຫຼືອຄົນອື່ນໃນຍາມທີ່ຕົກທຸກໄດ້ຍາກໂດຍບໍ່ຫວັງຜົນຕອບແທນ.

ພາບປະກອບບົດ: ນາງສາວລາວປີ 2013

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...