Homeຂ່າວຕ່າງປະເທດພັກຍາວ 7 ມື້ ສະຫລອງວັນຊາດຈີນ ປະຊາຊົນເດີນທາງກັບບ້ານ ການທ່ອງທ່ຽວຄຶກຄື້ນ!

ພັກຍາວ 7 ມື້ ສະຫລອງວັນຊາດຈີນ ປະຊາຊົນເດີນທາງກັບບ້ານ ການທ່ອງທ່ຽວຄຶກຄື້ນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 3 ຕຸລານີ້ວ່າ ປະຊາຊົນຊາວຈີນ ໄດ້ພາກັນເດີນທາງກັບຄືນບ້ານເກີດ ໃນໄລຍະວັນພັກຍາວ 7 ມື້ ເພື່ອສະເຫລີມສະຫລອງວັນຊາດ ສາທາລະນະລັດ ປະຊາຊົນຈີນ 1 ຕຸລາ ຄົບຮອບ 67 ປີ ເຮັດໃຫ້ພາກການທ່ອງທ່ຽວ ມີບັນຍາກາດຄຶກຄື້ນ ໂດຍສະເພາະຢູ່ອຸທິຍານທໍລະນີແຫ່ງຊາດ ເມືອງຊື່ສຸຍ ແຂວງກຸ້ຍໂຈວ ທາງພາກຕາເວັນຕົກສຽງໃຕ້ຂອງປະເທດ ມີນັກທ່ອງທ່ຽວເດີນທາງເຂົ້າຢ້ຽມຊົມ ຫລາຍກວ່າ 100,000 ຄົນ ເພີ່ມສູງຂຶ້ນກວ່າໄລຍະປົກກະຕິເຖິງ 42.5%, ສ່ວນຢູ່ເມືອງໜານຈິງ ແຂວງຈຽງຊູ ທາງພາກຕາເວັນອອກຂອງປະເທດ ສະພາບການສັນຈອນແອອັດຢ່າງໜັກ ເນື່ອງຈາກມີລົດອອກມາແລ່ນ ຕາມຖະໜົນສາຍຕ່າງໆເກືອບ 120,000 ຄັນ ຫລາຍກວ່າມື້ທຳມະດາເຖິງ 2 ເທົ່າຕົວ.​

ທັງນີ້ ວັນຊາດຈີນ ຊຶ່ງກົງກັບວັນທີ 1 ຕຸລາຂອງທຸກໆປີ ລັດຖະບານຈີນໄດ້ກຳນົດໃຫ້ເປັນວັນພັກລັດຖະການ ຕໍ່ເນື່ອງກັນ 7 ມື້ ນັບຕັ້ງແຕ່ວັນທີ 1-7 ຕຸລາ ເພື່ອເປີດໂອກາດໃຫ້ປະຊາຊົນ ທີ່ເຮັດວຽກຢູ່ຕາມຕົວເມືອງໃຫຍ່ຕ່າງໆ ໄດ້ເດີນທາງກັບໄປຢ້ຽມຢາມຄອບຄົວ ທັງເປັນການກະຕຸ້ນການທ່ອງທ່ຽວພາຍໃນປະເທດອີກດ້ວຍ.

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...