spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມກະຊວງສາທາຯເຜີຍ ທົ່ວປະເທດມີຜູ້ເສຍຊີວິດ ຈາກພະຍາດໄຂ້ເລືອດອອກ ເພີ່ມເປັນ 10 ຄົນແລ້ວ!

ກະຊວງສາທາຯເຜີຍ ທົ່ວປະເທດມີຜູ້ເສຍຊີວິດ ຈາກພະຍາດໄຂ້ເລືອດອອກ ເພີ່ມເປັນ 10 ຄົນແລ້ວ!

Published on

ຕາມການລາຍງານຂອງ ໜ່ວຍເຝົ້າລະວັງພະຍາດລະບາດ, ກະຊວງສາທາລະນະສຸກ ຕໍ່ນັກຂ່າວພວກເຮົາ ໃນວັນທີ 30 ກັນຍານີ້ວ່າ: ປັດຈຸບັນສະພາບການລະບາດຂອງ ພະຍາດໄຂ້ເລືອດອອກ ຫຼື ໄຂ້ຍຸງລາຍ ຢູ່ຫລາຍແຂວງ ແມ່ນຍັງມີແນວໂນ້ມເພີ່ມຂື້ນເລື້ອຍໆ, ຊຶ່ງນັບແຕ່ເດືອນມັງກອນມາຮອດດຽວນີ້ ທົ່ວປະເທດມີຍອດຜູ້ຕິດເຊື້ອແລ້ວ ຫຼາຍກວ່າ 3.800 ກໍລະນີ ເພີ່ມຂື້ນຈາກເດືອນຜ່ານມາ 600 ກວ່າກໍລະນີ, ໃນນັ້ນມີຜູ້ເສຍຊີວິດແລ້ວ 10 ຄົນຄື: ຢູ່ແຂວງຈຳປາສັກ ມີຜູ້ຕິດເຊື້ອແລ້ວ ຫຼາຍກວ່າ 1.200 ກໍລະນີ ແລະ ມີຜູ້ເສຍຊີວິດແລ້ວ 7 ຄົນ, ບໍລິຄຳໄຊຫຼາຍກວ່າ 500 ກໍລະນີ ເສຍຊີວິດ 1 ຄົນ, ຄຳມ່ວນ 500 ກວ່າກໍລະນີ, ນະຄອນຫຼວງວຽງຈັນ 440 ກວ່າກໍລະນີ ເສຍຊີວິດ 1 ຄົນ, ສະຫວັນນະເຂດ 400 ກວ່າກໍລະນີ, ສາລະວັນ 170 ກວ່າກໍລະນີ ເສຍຊີວິດ 1 ຄົນ, ອັດຕະປື 125 ກໍລະນີ, ເຊກອງ 100 ກວ່າກໍລະນີ, ຫຼວງພະບາງ 100 ກ່ວາກໍລະນີ, ແຂວງວຽງຈັນ 100 ກວ່າກໍລະນີ, ອຸດົມໄຊ 84 ກໍລະນີ, ຫຼວງນ້ຳທາ 23 ກໍລະນີ.

ສຳລັບແຂວງອື່ນໆ  ກໍມີຜູ້ຕິດເຊື້ອຈຳນວນໜຶ່ງ ແລະ ຕໍ່ສະພາບດັ່ງກ່າວ, ເຖິງວ່າຜ່ານມາ, ກະຊວງສາທາລະນະສຸກ ໄດ້ສຸມໃສ່ເລັ່ງສະກັດກັ້ນພະຍາດດັ່ງກ່າວ ໂດຍໄດ້ສົມທົບກັບທ້ອງຖິ່ນ ລົງໃຫ້ຄວາມຮູ້ໃນການປ້ອງກັນຕົນເອງ ແລະ ການທຳລາຍແຫລ່ງເພາະພັນຂອງຍຸງລາຍ ຢູ່ຕາມບ້ານ ແລະ ເຂດທີ່ມີຄວາມສ່ຽງຕ່າງໆ, ແຕ່ກໍເຫັນວ່າການລະບາດຂອງພະຍາດດັ່ງກ່າວ ຍັງບໍ່ມີແນວໂນມຫລຸດລົງ, ກົງກັນຂາມຊ້ຳພັດມີລັກສະນະຂະຫຍາຍອອກສູ່ວົງກ້ວາງຂື້ນເລື້ອຍໆ. ປັດຈຸບັນພາກສ່ວນກ່ຽວຂ້ອງ ໄດ້ເພີ່ມທະວີໃນການສະກັດກັ້ນ ແລະ ປ້ອງກັນພະຍາດດັ່ງກ່າວ ຢ່າງເຂັ້ມງວດກວ່າເກົ່າ, ພ້ອມທັງຮຽກຮ້ອງໃຫ້ປະຊາຊົນ ເປັນເຈົ້າການປະຕິບັດຄຳຂັວນ 5 ປ ທີ່ກະຊວງສາທາລະນະສຸກວາງອອກ ຢ່າງເຂັ້ມງວດຄື: 1 ປິດຝາພາຊະນະທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນເພື່ອບໍ່ໃຫ້ຍຸງມາໄຂ່ໃສ່. 2 ປ່ຽນນ້ຳໃນພາຊະນະເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖ້ານຮອງຈອກນ້ຳ. 3 ປ່ອຍປາຫາງນົກຍູງເພື່ອກິນໜອນນ້ຳ. 4 ປັບປຸງການອະນາໄມສິ່ງແວດລ້ອມອ້ອມເຮືອນ ບໍ່ໃຫ້ມີກະໂປະ, ກະປ່ອງ, ຢາງຕີນລົດເກົ່າ ທີ່ມີນ້ຳຂັງ ແລະ 5 ປະຕິບັດໃຫ້ເປັນນິໃສປະຈຳທຸກໆອາທິດ ແລະ ຖ້າຫາກເປັນໄຂ້ໃຫ້ ໄປພົບແພດໝໍດ່ວນ ເພື່ອບໍ່ໃຫ້ພະຍາດນີ້ລະບາດອອກສູ່ວົງກວ້າງ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...