Homeຂ່າວການສຶກສາສົກນີ້ ສະຖາບັນວິຈິດສິນແຫ່ງຊາດ ສ້າງບຸກຄະລາກອນໃໝ່ ອອກຮັບໃຊ້ສັງຄົມ 40 ກວ່າຄົນ!

ສົກນີ້ ສະຖາບັນວິຈິດສິນແຫ່ງຊາດ ສ້າງບຸກຄະລາກອນໃໝ່ ອອກຮັບໃຊ້ສັງຄົມ 40 ກວ່າຄົນ!

Published on

ຂປລ.​ ສະ​ຖາ​ບັນວິຈິດ​ສິນ​ແຫ່ງ​ຊາດ ຈັດ​ພິທີ​ມອບ-​ຮັບ ​ໃບ​ປະກາດ​ສະ​ນິຍະ​ບັດ ​ໃຫ້​ແກ່​ນັກ​ສຶກສາທີ່​ສຳ​ເລັດ​ການ​ສຶກສາ ລະດັບ​ອານຸປະລິນຍາ​ຕີ ຮຸ່ນ​ທີ 6 ​ແລະ ລະດັບ​ປະລິນຍາ​ຕີ ຮຸ່ນທີ 10 ​ໃນ​ສົກ​ສຶກສາ 2015-2016  ​​ເຊິ່ງຈັດ​ຂຶ້ນ​ໃນ​ວັນ​ທີ 30 ກັນຍານີ້ ທີ່ສະ​ຖາ​ບັນ​ວິຈິດ​ສິນແຫ່ງ​ຊາດ ​ໃຫ້ກຽດ​ເຂົ້າ​ຮ່ວມ​ໂດຍ ​ທ່ານ ບໍ່​ແສງ​ຄຳ ວົງ​ດາລາ ລັດຖະມົນຕີ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ, ຕາງໜ້າຈາກສະ​ຖາບ​ັນການ​ສຶກສາ​ຕ່າງໆ ​ແລະ ພໍ່-​ແມ່ ຜູ້​ປົກຄອງ​ເຂົ້າ​ຮ່ວ​ມ.

ທ່ານ ​ໄມສິງ ຈັນ​ບຸ​ດດີ ຫົວໜ້າສະ​ຖາ​ບັນວິຈິດ​ສິນ​ແຫ່ງ​ຊາດ ​​ຜ່ານ​ບົດ​ສະຫລຸບການຈັດ​ຕັ້ງ​ປະຕິບັດວຽກງານ​ໂດຍ​ຫຍໍ້, ​ໂດຍ​ມີ​ບາງ​ຕອນ​ກ່າວ​ວ່າ:​ໃນ 1 ປີຜ່ານ​ມາ ​​​ໃນ​ສົກຮຽນ 2015-2016 ​ໄດ້ມີ​ນັກ​ສຶກສາ​ສຳ​ເລັດການ​ສຶກສາ​ທັງໝົດ 44 ຄົນ ໃນ​ລະດັບ​ອານຸ​ປະລິນຍາ 18 ຄົນ, ຍິງ 2 ​ຄົນ, ຈາກ​ສາຂາພາກ​ວິຊາ​ຈິດຕະກຳ, ພາກ​ວິຊາ​ພາບ​ພິມ, ພາກ​ວິຊາສີ​ລະ​ປະ​ພື້ນ​ເມືອງ ​ແລະ ປະຕິສັງຂອນ, ພາກ​ວິຊາ​ອອກ​ແບບ​ນິ​ເທດ​ສິນ, ພາກ​ວິຊາ​ປະຕິ​ມະ​ກຳປະກອບ​ມີ 3 ສາຂາ ຄື: ສາຂາ​ຄວັດ​ແກະສະຫລັກ​ໄມ້, ສາຂາ​ປັ້ນ-​ຫລໍ່, ສາຂາ​ວິຊາ​ປັ້ນດິນ​ເຜົາ. ສຳ​ລັບ​ລະດັບ​ປະລິນຍາ​ຕີ ມີ​ 26 ຄົນ, ຍິງ 5 ຄົນ ຈາກ​ສາຂາ​ພາກ​ວິຊາ​ຈິດຕະກຳ,​ ພາກ​ວິຊາ​ປະຕິ​ມະ​ກຳ ​ແລະ ພາກ​ວິຊາ​ສິລະ​ປະ​ພື້ນ​ເມືອງ ​ເຊິ່ງບັນ​ດາ​ນັກ​ສຶກສາທີ່​ຈົບ​ໄປ ຈະ​ໄດ້​ປະກອບ​ອາຊີບ​ຕ່າງໆ ​ເພື່ອ​ປະກອບສ່ວນເຂົ້າ​​ໃນ​ການ ​ພັດທະນາ ​ເສດຖະກິດ​ສັງຄົມ ​ແລະ ວັດທະ​ນະ​ທຳຂອງ​ຊາດ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...