Homeຂ່າວຕ່າງປະເທດກຳປູເຈຍຂຶ້ນຄ່າແຮງຂັ້ນຕ່ຳ ໃຫ້ກຳມະກອນຕັດຫຍິບ ເປັນ 153 ໂດລາຕໍ່ເດືອນ ເລີ່ມຕົ້ນປີໜ້າ!

ກຳປູເຈຍຂຶ້ນຄ່າແຮງຂັ້ນຕ່ຳ ໃຫ້ກຳມະກອນຕັດຫຍິບ ເປັນ 153 ໂດລາຕໍ່ເດືອນ ເລີ່ມຕົ້ນປີໜ້າ!

Published on

ສຳນັກຂ່າວຣອຍເຕີ ລາຍງານໃນວັນທີ 29 ກັນຍາຜ່ານມານີ້ວ່າ ລັດຖະບານກຳປູເຈຍ ໄດ້ຕົກລົງອະນຸມັດຂຶ້ນຄ່າແຮງງານຂັ້ນຕ່ຳ ໃນພາກອຸດສາຫະກຳຕັດຫຍິບ ຈາກ 140 ໂດລາ ມາເປັນ 153 ໂດລາສະຫະລັດຯຕໍ່ເດືອນ (ປະມານ 1,237,000 ກີບ) ຊຶ່ງຈະມີຜົນບັງຄັບໃຊ້ ນັບຕັ້ງແຕ່ວັນທີ 1 ມັງກອນ 2017 ໂດຍການຕັດສິນໃຈດັ່ງກ່າວນີ້ ມີຂຶ້ນພາຍຫລັງທີ່ມີການຢຸດງານປະທ້ວງຢ່າງຕໍ່ເນື່ອງ ເພື່ອຂໍຂຶ້ນຄ່າແຮງງານຂັ້ນຕ່ຳ ຂອງກຳມະກອນຕັດຫຍິບຢູ່ຕາມໂຮງງານແຫ່ງຕ່າງໆ ຊຶ່ງຕົວແທນຂອງຝ່າຍລັດຖະບານ, ຜູ້ປະກອບການ ແລະ ສະຫະພັນກຳມະບານ ໄດ້ມີການເຈລະຈາຫາລືກັນຢູ່ຫລາຍເດືອນ.

ທັງນີ້ ອຸດສາຫະກຳຕັດຫຍິບ ໄດ້ສ້າງວຽກເຮັດງານທຳໃຊ້ແກ່ຊາວກຳປູເຈຍເຖິງ 600,000 ຄົນ ແລະ ສ້າງລາຍຮັບເຂົ້າປະເທດໄດ້ເຖິງ 6​ ຕື້ໂດລາຕໍ່ປີ ຊຶ່ງການປັບຂຶ້ນຄ່າແຮງງານຂັ້ນຕ່ຳຄັ້ງນີ້ ກະຊວງແຮງງານກຳປູເຈຍລະບຸວ່າ ຈະຊ່ວຍຍົກມາດຕະຖານຄວາມເປັນຢູ່ຂອງກຳມະກອນຕັດຫຍິບ ແລະ ກະຕຸ້ນການຜະລິດອີກດ້ວຍ.

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...