Homeຂ່າວຕ່າງປະເທດຈີນຢ້ຳຈຸດຢືນ ຄັດຄ້ານການຕິດຕັ້ງ ລະບົບປ້ອງກັນຂີປະນາວຸດ THAAD ຂອງອາເມຣິກາ ຢູ່ເກົາຫລີໃຕ້!

ຈີນຢ້ຳຈຸດຢືນ ຄັດຄ້ານການຕິດຕັ້ງ ລະບົບປ້ອງກັນຂີປະນາວຸດ THAAD ຂອງອາເມຣິກາ ຢູ່ເກົາຫລີໃຕ້!

Published on

ສຳນັກຂ່າວຣອຍເຕີ ລາຍງານໃນວັນທີ 29 ກັນຍາຜ່ານມານີ້ວ່າ ຈີນໄດ້ສະແດງຄວາມບໍ່ພໍໃຈຫລາຍຄັ້ງ ຕໍ່ສະຫະລັດອາເມຣິກາ ແລະ ເກົາຫລີໃຕ້ ໃນການຕັດສິນໃຈຕິດຕັ້ງລະບົບປ້ອງກັນຂີປະນາວຸດ THAAD ໃສ່ດິນແດນຂອງເກົາຫລີໃຕ້ ເພື່ອຕອບໂຕ້ໄພຄຸກຄາມດ້ານຂີປະນາວຸດຈາກເກົາຫລີເໜືອ ໂດຍທ່ານ ຢາງ ຢູຈຸນ ໂຄສົກກະຊວງປ້ອງກັນປະເທດຈີນ ໄດ້ກ່າວວ່າ ການຄັດຄ້ານລະບົບ THAAD ຂອງຈີນນັ້ນຊັດເຈນ ໂດຍພວກເຮົາໃຫ້ຄວາມສຳຄັນຢ່າງໃກ້ຊິດ ແລະ ພິຈາລະນາໃຊ້ມາດຕະການທີ່ຈຳເປັນ ເພື່ອປົກປ້ອງຄວາມໝັ້ນຄົງທາງຍຸດທະສາດຂອງປະເທດ ແລະ ສະຖຽນລະພາບທາງຍຸດທະສາດຂອງພາກພື້ນ.

ທັງນີ້ ລັດຖະບານຈີນ ມີຄວາມວິຕົກກັງວົນວ່າ ລະບົບ THAAD ນີ້ ຈະສາມາດເຝົ້າຕິດຕາມ ສັກກະຍະພາບທາງທະຫານຂອງຈີນໄດ້ ແລະ ເຫັນວ່າ ການຕິດຕັ້ງລະບົບດັ່ງກ່າວຢູ່ເກົາຫລີໃຕ້ ບໍ່ໄດ້ເຮັດໃຫ້ອຸນຫະພູມຄວາມເຄັ່ງຕຶງຢູ່ແຫລມເກົາຫລີ ຫລຸດລົງແຕ່ຢ່າງໃດເລີຍ, ຊຶ່ງຣັດເຊຍເອງ ກໍໄດ້ສະແດງການຕໍ່ຕ້ານໃນລັກສະນະດຽວກັນ.

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...