Homeຂ່າວຕ່າງປະເທດທັນສະໄໝ! ໄປສະນີຈີນ ໃຊ້ໂດຣນເຫີນເວລາສົ່ງພັດສະດຸ ໄປເຂດຊົນນະບົດຫ່າງໄກ!

ທັນສະໄໝ! ໄປສະນີຈີນ ໃຊ້ໂດຣນເຫີນເວລາສົ່ງພັດສະດຸ ໄປເຂດຊົນນະບົດຫ່າງໄກ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 30 ກັນຍານີ້ວ່າ ສຳນັກງານໄປສະນີຈີນ ປະຈຳເມືອງຫູໂຈວ ແຂວງເຈີ້ຈຽງ ໄດ້ທຳການທົດລອງນຳໃຊ້ ຫຸ່ນອາກາດສະຍານແບບບັງຄັບໄຮ້ຄົນຂັບ ຫລື ໂດຣນ (drone) ອອກຈັດສົ່ງພັດສະດຸໄປບ້ານຊີ່ກວນ ຊຶ່ງຕັ້ງຢູ່ໃນເຂດຊົນນະບົດ ຫ່າງຈາກສຳນັກງານໄປສະນີປະມານ 17 ກິໂລແມັດ ໂດຍໃຊ້ເວລາພຽງແຕ່ 15 ນາທີ.

ເຈົ້າໜ້າທີ່ສຳນັກງານໄປສະນີດັ່ງກ່າວ ເປີດເຜີຍວ່າ ໂດຣນຖືກອອກແບບ ແລະ ຜະລິດໂດຍມີລະບົບຂັບເຄື່ອນ 6 ໃບພັດ ສາມາດບິນໄດ້ດົນ 30 ນາທີ ແລະ ເດີນທາງໄດ້ໃນລັດສະໝີ 20 ກິໂລແມັດ ຕໍ່ການສາກແບັດເຕີຣີໜຶ່ງຄັ້ງ ຊຶ່ງການທົດລອງດັ່ງກ່າວນີ້ ແມ່ນຢູ່ໃນໄລຍະເວລາ 3 ເດືອນ, ຫລັງຈາກນັ້ນຈະມີການທົບທວນເບິ່ງຄວາມເປັນໄປໄດ້ ກ່ອນທີ່ຈະນຳໄປໃຊ້ໃນໄລຍະຍາວ ໃນອະນາຄົດ.

559000010008903

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...