Homeຂ່າວພາຍ​ໃນເຄັດລັບການແຕ່ງຕົວສຳລັບຊາຍໜຸ່ມຮ່າງໃຫຍ່

ເຄັດລັບການແຕ່ງຕົວສຳລັບຊາຍໜຸ່ມຮ່າງໃຫຍ່

Published on

ບໍ່ວ່າຈະຕຸ້ຍ ຫຼື ຈ່ອຍ ແມ່ນໃຜກໍ່ຕ້ອງການເບິ່ງດີໃນສາຍຕາຂອງຄົນອື່ນທຸກຄົນ ເຊິ່ງການແຕ່ງຕົວກໍ່ເປັນສິ່ງທີ່ສຳຄັນໃນການເພີ່ມຄວາມໝັ້ນໃຈໃຫ້ຕົວເອງໄດ້ຫຼາຍຂຶ້ນ ໃນຄໍລຳ ແຟຊັ່ນ ວັນນີ້ ເຮົາມາເອົາໃຈຊາຍໜຸ່ມທີ່ມີຫຸ່ນອວບຮ່າງໃຫຍ່ ດ້ວຍການນຳສະເໜີເຄັດລັບການແຕ່ງຕົວທີ່ຊ່ວຍເສີມຄວາມໝັ້ນໃຈມາຝາກ ເຊິ່ງຈະມີຫຍັງແນ່ເຮົາມາຮູ້ໄປນຳກັນເລີຍ

  1. ເລືອກໃສ່ເສື້ອຜ້າທີ່ມີຂະໜາດພໍດີຕົວບໍ່ໃຫຍ່ບໍ່ນ້ອຍຈົນເກີນໄປ
  2. ເລືອກເນື້ອຜ້າແພທີ່ໃສ່ສະບາຍ
  3. ຄວນໃສ່ເສື້ອຜ້າໂທນສີເຂັ້ມ ເຊັ່ນ: ສີດຳ, ສີກົມ, ສີເທົາເຂັ້ມ ແລະ ສີຂຽວເຂັ້ມ ເປັນຕົ້ນ
  4. ລາຍເສື້ອຜ້າກໍ່ສຳຄັນ ຫ້າມຄົນອ້ວນໃໃສ່ເສື້ອຜ້າລາຍຂວາງ ເພາະຈະເຮັດໃຫ້ເບິ່ງຄືອ້ວນກວ່າເກົ່າ
  5. ຫຼີກລ່ຽງການນຸ່ງໂສ້ງຂາສັ້ນ ເພາະມັນຈະເຮັດໃຫ້ເຫັນສ່ວນຂາທີ່ໃຫຍ່ນັ້ນເອງ
  6. ແນະນຳໃຫ້ຜູກກະລະວັດເສັ້ນໃຫຍ່ດີກວ່າ ເພາະຈະເຮັດໃຫ້ເບິ່ງເໝາະສົມກັບຮູບຮ່າງ
  7. ເສື້ອເສີ້ດແມ່ນເພາະສົມກັບຊາຍຫຸ່ນໃຫຍ່ທີ່ສຸດ

ເມື່ອຮູ້ເຄັບລັບການແຕ່ງຕົວແລ້ວ ເຮົາມາເບິ່ງຕົວຢ່າງການແຕ່ງຕົວເລີຍ

a1_1-1

a7-1

a2-1 a3_1 a6

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...

ເມືອງຄູ່ແຝດ! ຂົວມິດຕະພາບລາວ-ໄທ ຕິດອັນດັບຂົວທີ່ງາມທີ່ສຸດໃນໂລກ

ອີງຕາມຂໍ້ມູນຈາກ Insider Monkey ເຊິ່ງປະເທດໄທຕິດຢູ່ໃນ ອັນດັບທີ 4 ແລະ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 (ຄໍາມ່ວນ - ນະຄອນພະນົມ)...

ລັດຖະບານ ຍີ່ປຸ່ນ ມອບພາຫະນະ, ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ ໃຫ້ ກະຊວງ ຍທຂ

ໃນວັນທີ 9 ພະຈິກ 2026 ທີ່ລັດວິສາຫະກິດ ກໍ່ສ້າງທາງເລກ 8 ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ...