Homeມູມໄອທີລາວຢາກຟັງເພງໄປພ້ອມສາກໄປພ້ອມຕ້ອງຊື້!! ອະແດັບເຕີ້ Lightning Audio + Charge RockStar ສຳລັບ iPhone 7 ແລະ iPhone 7...

ຢາກຟັງເພງໄປພ້ອມສາກໄປພ້ອມຕ້ອງຊື້!! ອະແດັບເຕີ້ Lightning Audio + Charge RockStar ສຳລັບ iPhone 7 ແລະ iPhone 7 Plus

Published on

​ເກັບຕົກຈາກງານທີ່ Apple ຈັດຂຶ້ນເພື່ອເປີດໂຕສະມາດໂຟນລຸ້ນໃໝ່ແບບ iPhone 7 ແລະ iPhone 7 Plus ໃນມື້ກ່ອນ ຢ່າງທີ່ເຮົາຮູ້ກັນດີວ່າໄອໂຟນລຸ້ນໃໝ່ນັ້ນໄດ້ຕັດຮູແຈັກ 3.5 ມມ ອອກໄປແລ້ວ. ເຖິງວ່າທາງແອັບເປິ້ນຈະທົດແທນໃຫ້ດ້ວຍ Earpods ພ້ອມ Lightning Connector ເພື່ອໃຫ້ເຮົາໄດ້ຟັງເພງຮັກຄືເກົ່າ ແຕ່ສິ່ງທີ່ບໍ່ຄືເກົ່າສຳລັບຄົນມັກສາກແລະຟັງໄປພ້ອມຄົງຊ້ຳໃຈແນ່ນອນ.

ແຕ່ຫຼ້າສຸດນີ້ເບິ່ງຄືວ່າຕ້ອງຈົກເງິນຈາກກະເປົ໋າອີກແລ້ວ ເມື່ອ Belkin ໄດ້ເປີດໂຕຜະລິດຕະພັນໃໝ່ຄື: ອະແດັບເຕີ້ Lightning Audio + Charge RockStar ທີ່ຈະຊ່ອຍໃຫ້ເຮົາໄດ້ຮັບປະສົບການການຟັງເພງໄປພ້ອມສາກໄປພ້ອມກັບຄືນມາ ສຳລັບ iPhone 7 ຫຼື iPhone 7 Plus.

ໄຮໄລ້ສຳລັບ ອະແດັບເຕີ້ Lightning Audio + Charge RockStar

  • ຄວາມສາມາດຄູ່ໃນການຟັງເພງດ້ວຍ Lightning Audio ແລະສາກໄປພ້ອມໃນເວລາດຽວກັນ.
  • ເຂົ້າກັນໄດ້ກັບ Lightning Audio headphones† ແລະອະແດັບເຕີ້ Apple Lightning to 3.5 mm.
  • ຮອງຮັບການສົ່ງຜ່ານການສາກໄດ້ເຖິງ 12W ສຳລັບ iPhone ແລະ iPad
  • ຮອງຮັບສຽງເອົ້າພຸດໄດ້ 48 kHz, 24-bit.
  • ສາມາດໃຊ້ຮ່ວມກັນກັບ Apple iPhone 7 Smart Battery Case ແລະແພັກແບັດເຕີຣີສຳລັບການສາກ

ສຳລັບ Belkin Lightning Audio + Charge RockStar ມາພ້ອມກັບສີຂາວ ແລະມີລາຄາ MSRP ຢູ່ທີ່ $39.99 (325.000 ກີບ). ເຊິ່ງຈະພ້ອມຂາຍໃນໄວໆນີ້ໃນເວັບໄຊ Belkin.com, Apple.com ແລະຮ້ານຄ້າປີກຂອງ Apple.

ໝາຍເຫດ: MSRP ຫຍໍ້ມາຈາກຄຳວ່າ Manufacturer is Suggested Retail Price ຫຼືແປຄວາມໝາຍວ່າເປັນລາຄາທີ່ຜູ້ຜະລິດແນະນຳນັ້ນເອງ. ເຊິ່ງຮ້ານຄ້າຂາຍປີກສ່ວນໃຫຍ່ແລ້ວມັກຈະຂາຍຕ່ຳກວ່າລາຄາແນະນຳປະມານ 20-30℅

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: fonearena

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...