Homeສຸຂະພາບ ແລະ ສີ່ງແວດລ້ອມ5 ສັນຍານບົ່ງບອກວ່າ ເປັນພະຍາດ "ໝາກໄຂ່ຫຼັງ"

5 ສັນຍານບົ່ງບອກວ່າ ເປັນພະຍາດ “ໝາກໄຂ່ຫຼັງ”

Published on

ໝາກໄຂ່ຫຼັງ ເປັນອະໄວຍະວະສ່ວນໜຶ່ງຂອງລະບົບທາງເດີນນໍ້າປັດສະວະ ມີໜ້າທີ່ຕອງສິ່ງເສດເຫຼືອ, ນໍ້າ ແລະເກືອແຮ່ ສ່ວນເກີນອອກຈາກເລືອດທີ່ໄຫຼຜ່ານໄປເປັນນໍ້າປັດສະວະ. ນອກຈາກນີ້ໝາກໄຂ່ຫຼັງຍັງມີໜ້າທີ່ສຳຄັນເຊັ່ນ: ການຮັກສາຄວາມປົກກະຕິຂອງນໍ້າ ແລະເກືອແຮ່ໃນຮ່າງກາຍ, ສ້າງສານທີ່ຄວບຄຸມຄວາມດັນເລືອດ ແລະສານທີ່ຊ່ວຍກະຕຸ້ນການສ້າງເມັດເລືອດແດງ

ເຫັນຄວາມສໍາຄັນຂອງໝາກໄຂ່ຫຼັງແລ້ວ ຕ້ອງຫັນມາໃສ່ໃຈ ເພາະໝາກໄຂ່ຫຼັງຄືໜຶ່ງໃນອະໄວຍະວະທີ່ສຳຄັນທີ່ສຸດຂອງຮ່າງກາຍ. ມື້ນີ້ເຮົາຈະມາບອກ 5 ສັນຍານຂອງອາການທີ່ບົ່ງບອກວ່າເປັນພະຍາດໝາກໄຂ່ຫຼັງ ຮີບກວດ ແລະສຳຫຼວດອາການ ຖ້າພົບຮ່ອງຮອຍຄວາມຜິດປົກກະຕິຮີບໄປພົບແພດໝໍ

  1. ອາການເປັນບວມ: ເກີດຈາກການມີນໍ້າ ແລະເກືອເພີ່ມຂຶ້ນໃນຮ່າງກາຍ ເລີ່ມຈາກການບວມທີ່ໜັງຕາ ແລະໜ້າ, ຕໍ່ມາຈະມີອາການບວມທີ່ຂາ ແລະຕີນ ທັງສອງເບື້ອງ ທົດສອບໄດ້ໂດຍການໃຊ້ນິ້ວເນັ່່ນລົງທີ່ໜ້າແຄ່ງ ບຶດໜຶ່ງແລ້ວປ່ອຍ ຫາກເຫັນວ່າມີຮອຍບ້ວມຢູ່ສະແດງວ່າເປັນບວມແນ່ນອນ ອາດມີບັນຫາທີ່ໝາກໄຂ່ຫຼັງໄດ້
  2. ເມື່ອຍງ່າຍ ອ່ອນເພຍ: ຖ້າເປັນເລັກໜ້ອຍມັກຈະບໍ່ສະແດງອອກ ແຕ່ເມື່ອເປັນຫຼາຍຂຶ້ນ ຜູ້ທີ່ເປັນຈະຮູ້ສຶກອ່ອນເພຍ, ຫາກເປັນໝາກໄຂ່ຫຼັງຮ້າຍແຮງຈະເກີດອາການຕົນໂຕເຫຼືອງ, ຄັນຕາມໂຕ ແລະເບື່ອອາຫານ
  3. ເຈັບຫຼັງເຈັບແອວ: ໝາກໄຂ່ຫຼັງເປັນອະໄວຍະວະທີ່ຢູ່ບໍລິເວນທາງຫຼັງດ້ານລຸ່ມຂອງເຮົາ ດັ່ງນັ້ນຫາກໝາກໄຂ່ຫຼັງຜິດປົກກະຕິ ເຮົາອາດຈະຮູ້ສຶກເຈັບຫຼັງ, ເຈັບແອວ ລວມຮອດທ້ອງນ້ອຍ ແລະອະໄວຍະວະເພດໄດ້ ບາງຄົນກໍອາດຈະເຈັບກະດູກ ຫຼືຄໍ່ ເຊິ່ງອາດເປັນເພາະມີການຕັນທີ່ທໍ່ໝາກໄຂ່ຫຼັງ ຫຼືໃນທໍ່ໝາກໄຂ່ຫຼັງມີຖົງນໍ້າຟອງ, ຫາກບີບຫຼັງ ແລະທັບຄ່ອຍໆ ແລ້ວມີອາການເຈັບ ອາດສະແດງວ່າເປັນພະຍາດໝາກໄຂ່ຫຼັງ ຫຼືໝາກໄຂ່ຫຼັງອັກເສບ
  4. ນໍ້າປັດສະວະຜິດປົກກະຕິ: ເນື່ອງຈາກໝາກໄຂ່ຫຼັງຢູ່ໃນລະບົບທາງເດີນຂອງລະບົບປັດສະວະ ກໍອາດແມ່ນໝາກໄຂ່ຫຼັງເຮັດວຽກຜິດປົກກະຕິເຊັ່ນ: ເວລາຖ່າຍເບົາມີເລືອດປົນ, ຖ່າຍເບົາໜ້ອຍ, ຖ່າຍເບົາຕະຫຼອດ, ຖ່າຍເບົາເປັນຟອງ
  5. ຄວາມດັນເລືອດສູງ: ໃຜທີ່ບໍ່ເຄີຍມີອາການຫຍັງມາກ່ອນ ແຕ່ພໍໄປກວດສຸຂະພາບ ມັກພົບຄວາມດັນເລືອດສູງ ອາດກຳລັງສ່ຽງເປັນພະຍາດໝາກໄຂ່ຫຼັງ ເພາະຄວາມດັນເລືອດສູງຄືສັນຍານຢ່າງໜຶ່ງຂອງໝາກໄຂ່ຫຼັງມີບັນຫາ, ຄວນໃຫ້ແພດກວດຢ່າງລະອຽດ ເພື່ອກວດວ່າເປັນພະຍາດໝາກໄຂ່ຫຼັງ ຫຼືບໍ່, ຖ້າພົບກ່ອນກໍຮັກສາໄດ້ ແຕ່ຖ້າປ່ອຍໄວ້ ອາດຈະຮັກສາຍາກ ເພາະໝາກໄຂ່ຫຼັງທີ່ເສຍຫາຍແລ້ວບໍ່ສາມາດຟື້ນຄືນໄດ້

ທີ່ມາ: kaijeaw

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...