Homeຂ່າວການພັດທະນາລາວ-ຣັດເຊຍ ເພີ່ມທະວີການຮ່ວມມືຕ້ານການຟອກເງິນ

ລາວ-ຣັດເຊຍ ເພີ່ມທະວີການຮ່ວມມືຕ້ານການຟອກເງິນ

Published on

ທະນາຄານ ແຫ່ງ ສປປ ລາວ ແລະ ອົງການຄຸ້ມຄອງທາງດ້ານການເງິນ ສະຫະພັນຣັດເຊຍໄດ້ລົງນາມໃນສັນຍາຮ່ວມມືສະບັບໜຶ່ງກ່ຽວກັບ ການແລກປ່ຽນຂໍ້ມູນຂ່າວສານ, ການພັດທະນາ ແລະ ການວິເຄາະຂໍ້ມູນຂ່າວ ສານໃນວຽກງານຕ້ານ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ບົນພື້ນຖານຫລັກ ການກົດໝາຍພາຍໃນຂອງທັງສອງປະເທດ, ແນ່ໃສ່ເຮັດໃຫ້ວຽກງານສືບຂ່າວທາງດ້ານການເງິນຂອງ ສປປ ລາວ ມີການຮ່ວມມືກັບສາກົນຢ່າງຮອບດ້ານໃຫ້ຫລາຍຂຶ້ນ. ສາມາດຕອບສະໜອງໄດ້ຕາມມາດຕະຖານສາກົນ ເຊິ່ງຈະສາມາດແກ້ໄຂບັນດາຂໍ້ບົກຜ່ອງຂອງ ສປປ ລາວ ກ່ຽວກັບວຽກງານດັ່ງກ່າວ.

ສັນຍາຮ່ວມມືດັ່ງກ່າວໄດ້ຮັບການລົງນາມ ໄດ້ມີຂຶ້ນໃນຕອນເຊົ້າວັນທີ 8 ກັນຍາ 2016, ທີ່ທຳນຽບປະທານປະເທດ ລະຫວ່າງ ທ່ານ ຈິນດາໄມ ວິໄລຫົງ ຮອງຫົວໜ້າສໍານັກງານຂໍ້ມູນຕ້ານການຟອກເງິນ ສປປ ລາວ ແລະ ທ່ານ ວາຣາດິເມຍ ໂກຣໂຕບ ຮອງຫົວໜ້າອົງການຄຸ້ມຄອງທາງດ້ານການເງິນສະຫະພັນຣັດເຊຍ, ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ທ່ານ ດີມີຕຣີ ເມດເວເດບ ນາຍົກລັດຖະມົນຕີ ສະຫະພັນຣັດເຊຍ. ໃນໄລຍະຜ່ານມາ ສປປ ລາວ ໄດ້ເຂົ້າເປັນສະມາຊິກຂອງກຸ່ມ ອາຊີ-ປາຊີຟິກ ເພື່ອຕ້ານການຟອກເງິນ (APG) ເປັນອນດັບທີ 36 ໃນປີ 2007 ເຊິ່ງລັດຖະບານແຫ່ງ ສປປລາວ ໄດ້ມອບໝາຍໃຫ້ທະນາຄານແຫ່ງສປປ ລາວ ເປັນເຈົ້າການໃນວຽກງານຕ້ານ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ເປັນຕົ້ນ ກົດໝາຍອາຍາ ສະບັບ ປີ 2005 ມາດຕາ 64 ການຟອກເງິນ ແລະ ດຳລັດວ່າດ້ວຍ ການຕ້ານການຟອກເງິນ ເລກທີ 55/ນຍ ປີ 2006. ໃນປີ 2010 ສປປ ລາວ ໄດ້ຮັບການປະເມີນຜົນ ເປັນຄັ້ງທຳອິດຈາກກຸ່ມ APG ໂດຍອີງໃສ່ຂໍ້ແນະນຳ 40+9 ຂອງອົງການຕ້ານການຟອກເງິນສາກົນ.

ເພື່ອເຮັດໃຫ້ວຽກງານຕ້ານ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍສາມາດຕອບສະໜອງໄດ້ຕາມມາດຕະຖານສາກົນ, ທະນາຄານ ແຫ່ງ ສປປລາວ ຈຶ່ງໄດ້ນຳສະເໜີຕໍ່ລັດຖະບານ ເພື່ອຍົກລະດັບ ດຳລັດ ວ່າດ້ວຍການຕ້ານການຟອກເງິນ ຂຶ້ນເປັນກົດໝາຍວ່າດ້ວຍການຕ້ານ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ໄດ້ປະກາດໃຊ້ຢ່າງເປັນທາງການ ໃນປີ 2015. ພ້ອມດຽວກັນນີ້, ກໍໄດ້ຍົກລະດັບໜ່ວຍງານຂໍ້ມູນ ຕ້ານການຟອກເງິນໃນເມື່ອກ່ອນ ຂຶ້ນເປັນສຳນັກງານຂໍ້ມູນຕ້ານການຟອກເງິນ ໃນປີ 2015, ເຊິ່ງໄດ້ສະແດງໃຫ້ສາກົນ ເຫັນວ່າ ສປປ ລາວ ໄດ້ມີຄວາມເອົາໃຈໃສ່ ຢ່າງຈິງຈັງຕໍ່ວຽກງານດັ່ງກ່າວ ແລະ ຈະໄດ້ສືບຕໍ່ຮ່ວມມື ກັບບັນດາປະເທດ ທັງໃນລະດັບພາກພື້ນ ແລະ ສາກົນ.

 

ຂ່າວຈາກ: ສຳນັກຂ່າສານປະເທດລາວ

ບົດຄວາມຫຼ້າສຸດ

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...

ເມືອງຄູ່ແຝດ! ຂົວມິດຕະພາບລາວ-ໄທ ຕິດອັນດັບຂົວທີ່ງາມທີ່ສຸດໃນໂລກ

ອີງຕາມຂໍ້ມູນຈາກ Insider Monkey ເຊິ່ງປະເທດໄທຕິດຢູ່ໃນ ອັນດັບທີ 4 ແລະ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 (ຄໍາມ່ວນ - ນະຄອນພະນົມ)...

ລັດຖະບານ ຍີ່ປຸ່ນ ມອບພາຫະນະ, ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ ໃຫ້ ກະຊວງ ຍທຂ

ໃນວັນທີ 9 ພະຈິກ 2026 ທີ່ລັດວິສາຫະກິດ ກໍ່ສ້າງທາງເລກ 8 ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ...