Homeຂ່າວຕ່າງປະເທດສະຫະພາບເອີຣົບ ຂະຫຍາຍເວລາຂວ້ຳບາດຣັດເຊຍ ອອກໄປຕໍ່ອີກ 6 ເດືອນ!

ສະຫະພາບເອີຣົບ ຂະຫຍາຍເວລາຂວ້ຳບາດຣັດເຊຍ ອອກໄປຕໍ່ອີກ 6 ເດືອນ!

Published on

ສຳນັກຂ່າວຣອຍເຕີ ລາຍງານໃນວັນທີ 7 ກັນຍາຜ່ານມານີ້ວ່າ ສະຫະພາບເອີຣົບ ສືບຕໍໍ່ຂະຫຍາຍເວລາຂວ້ຳບາດຣັດເຊຍ ຈາກກໍລະນີທີ່ຣັດເຊຍ ຮັບເອົາແຫລມໄຄຣເມຍ ທີ່ແຍກຕົວອອກຈາກອູແກຣນມາຂຶ້ນກັບຕົນ ທີ່ຈະສິ້ນສຸດໃນວັນທີ 15 ກັນຍາຈະມາເຖິງນີ້ ອອກໄປຕື່ມອີກ 6 ເດືອນ ຊຶ່ງຈະສັ່ງຫ້າມບໍ່ໃຫ້ບຸກຄົນ 150 ຄົນ ແລະ ອີກ 37 ໜ່ວຍງານຂອງຣັດເຊຍ ເດີນທາງເຂົ້າປະເທດສະຫະພາບເອີຣົບ ແລະ ອາຍັດຊັບສິນຂອງພາກສ່ວນດັ່ງກ່າວນີ້ ທີ່ມີຢູ່ໃນບັນດາປະເທດສະມາຊິກອີຢູ.

ນອກຈາກນີ້ ມາດຕະການຂວ້ຳບາດດັ່ງກ່າວ ຍັງມີເປົ້າໝາຍໄປຍັງບໍລິສັດຂອງຣັດເຊຍ ແລະ ຜູ້ປະກອບການຫລາຍລາຍ ຢູ່ແຫລມໄຄຣເມຍ ຊຶ່ງສະຫະພາບເອີຣົບໄດ້ຂຶ້ນບັນຊີ ໃນຖານະເປັນຜູ້ຢູ່ເບື້ອງຫລັງ ທີ່ເຮັດໃຫ້ແຫລມໄຄຣເມຍ ແຍກຕົວອອກຈາກອູແກຣນ ໄປຂຶ້ນກັບຣັດເຊຍ.

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...