Homeຂ່າວການສຶກສາສົກປີນີ້ ວິທະຍາໄລເຕັກນິກ-ວິຊາຊີບ ແຂວງຈຳປາສັກ ຈະເປີດຮັບນັກຮຽນ 1.500 ຄົນ!

ສົກປີນີ້ ວິທະຍາໄລເຕັກນິກ-ວິຊາຊີບ ແຂວງຈຳປາສັກ ຈະເປີດຮັບນັກຮຽນ 1.500 ຄົນ!

Published on

ຂປລ. ທ່ານ ບົວໄຂ ສຸພາອອນ ຜູ້ອຳນວຍການ ວິທະຍາໄລເຕັກນິກ-ວິຊາຊີບ ແຂວງຈຳປາສັກ ໃຫ້ສຳພາດວ່າ: ສົກຮຽນ 2016-2017 ນີ້ ວິທະຍາໄລຂອງ​ຕົນ ໄດ້ຮັບໂກຕາຮັບເອົານັກສຶກສາເຂົ້າຮຽນ ຈຳນວນ 1.500 ຄົນ, ໃນນັ້ນສອບເສັງຄັດເລືອກເອົາ 900 ຄົນ ແລະ ສຳພາດເອົາ 600 ຄົນ, ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າລູກຫລານນັກຮຽນ ທີ່ຮຽນຈົບສາຍສາມັນ ໃຫ້ຄວາມສົນໃຈຫລາຍກ່ວາປີທີ່ຜ່ານມາ.

ສຳລັບພາກສ່ວນສຳພາດເຂົ້າຮຽນສາຂາກໍ່ສ້າງເຄຫາສະຖານ, ອາຫານ ແລະ ການໂຮງແຮມ ລະບົບ 9+3, 12+2+1 ຊັ້ນກາງ ແລະ ຊັ້ນສູງຕໍ່ເນື່ອງ. ສາຂາຕັດຫຍິບ,ໂລຫະ ແລະ ທໍ່ນ້ຳ, ສ້ອມແປງທົ່ວໄປ, ກົນຈັກກະເສດ, ຊ່າງໄມ້ເຟີນີເຈີ ແລະ ຈັກກົນໂຮງງານ ລະບົບ 9+3 ແລະ 12+2 ຊັ້ນກາງ. ສາຂາເຕັກໂນໂລຊີລົດຍົນ, ໄຟຟ້າເຕັກນິກ ແລະ ເອເລັກໂຕຼນິກ ລະບົບ 9+3 ຊັ້ນກາງ ເຊິ່ງທຸກສາຂາແມ່ນໄດ້ຮັບເບ້ຍລ້ຽງ 2 ແສນກີບ/ເດືອນ, ປັດຈຸບັນມີນັກຮຽນມາສຳພາດໃນງວດທີ I ຈຳນວນ 300 ຄົນ ແລະ ຍັງຈະສືບຕໍ່ສຳພາດ ໃນງວດທີ II ຈຳນວນ 300 ຄົນ, ດັ່ງນັ້ນ ຖ້າໃຜສົນໃຈຢາກຮຽນວິຊາຊີບ ໃນສາຂາທີ່ກ່າວມານີ້ ສາມາດເຂົ້າໄປ ຕິດຕໍ່ພົວພັນນຳ ວິທະຍາໄລເຕັກນິກວິຊາຊີບແຂວງຈຳປາສັກ ໄດ້ໃນໂມງລັດຖະການ. ນອກນີ້ ທ່ານຍັງອະທິບາຍເຖິງທິດທາງແຜນການ ໃນການພັດທະນາພື້ນຖານໂຄງລ່າງ ພາຍໃນໂຮງຮຽນຕື່ມອີກ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...