spot_img
Homeຂ່າວເຫດການນາຍົກລັດຖະມົນຕີຍີ່ປຸ່ນຖະແຫລງ ຈະສືບຕໍ່ຊ່ວຍເຫລືອ ເພື່ອພັດທະນາ ສປປ ລາວ ຫລາຍດ້ານ!

ນາຍົກລັດຖະມົນຕີຍີ່ປຸ່ນຖະແຫລງ ຈະສືບຕໍ່ຊ່ວຍເຫລືອ ເພື່ອພັດທະນາ ສປປ ລາວ ຫລາຍດ້ານ!

Published on

ໃນໂອກາດຢ້ຽມຢາມ ສປປ ລາວ ຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ ຊິນໂຊະ ອາເບະ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 28ແລະ 29 ໃນລະຫວ່າງວັນທີ 6-8 ກັນຍານີ້, ທີ່ນະຄອນຫລວງວຽງຈັນ ແລະ ໃນໂອກາດພົບປະສອງຝ່າຍຢ່າງເປັນທາງການລະຫວ່າງ ທ່ານນາຍົກລັດຖະມົນຕີ ຊີນໂຊະ ອາເບະ ແລະ ທ່ານນາຍົກລັດຖະມົນຕີແຫ່ງ ສ ປປ ລາວ ທອງລຸນ ສີສຸລິດ ທີ່ຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ໃນແລງວັນທີ 6 ກັນຍານີ້, ໂດຍທັງສອງຝ່າຍໄດ້ຕົກລົງກ່ຽວກັບ ແຜນເສີມຂະຫຍາຍການພົວພັນຮ່ວມມືຍີປຸ່ນ-ລາວ ຊຶ່ງຖືວ່າເປັນບາດກ້າວໃໝ່ ແຫ່ງການພົວພັນຮ່ວມມືຂອງສອງປະເທດ, ໂດຍຍີ່ປຸ່ນຈະສືບຕໍ່ກະຕຸກຊຸກຍູ້ການຈັດຕັ້ງປະຕິບັດແຜນດັ່ງກ່າວ ໃຫ້ໄດ້ຮັບໝາກຜົນໂດຍໄວ ເພື່ອຊ່ວຍພັດທະນາປະເທດລາວ ໃຫ້ຫລຸດພົ້ນອອກຈາກຄວາມດ້ອຍພັດທະນາໃນປີ 2020.

ນອກຈາກນີ້, ທ່ານນາຍົກລັດຖະມົນຕີ ຊີນໂຊະ ອາເບະ ໄດ້ຕີລາຄາສູງຕໍ່ການຮ່ວມມື ລະຫວ່າງຍີ່ປຸ່ນ-ລາວ ໃນໄລຍະ 60 ປີຜ່ານມາ ແລະ ມີຄວາມເພິ່ງພໍໃຈທີ່ເຫັນວ່າ ການພົວພັນຮ່ວມມືນັ້ນ ໄດ້ຮັບການເສີມຂະຫຍາຍໃຫ້ນັບມື້ສູງຂຶ້ນ ແລະ ມີຄວາມສະໜິດສະໜົມກັນໃນລະດັບລັດຖະບານ ກໍຄືປະຊາຊົນສອງປະເທດ, ພ້ອມທັງສະແດງຄວາມຂອບໃຈ ຕໍ່ການຈັດກິດຈະກໍາຍ່າງການກຸສົນ ຢູ່ນະ ຄອນຫລວງວຽງຈັນ ຂອງອະດິດນັກສຶກສາລາວທີ່ຮຽນຢູ່ປະເທດຍີປຸ່ນ ເພື່ອລະດົມທຶນຊ່ວຍເຫລືອ ຜູ້ປະສົບໄພແຜ່ນດິນໄຫວ ຢູ່ແຂວງມາໂມໂຕະປະເທດຍີ່ປຸ່ນ.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມລາວ ເປັນຄັ້ງທີ 2 ຂອງ ທ່ານ ຊີນໂຊະ ອາເບະ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນໃນຄັ້ງນີ້, ຊຶ່ງສະແດງເຖິງການໃຫ້ຄວາມສໍາຄັນ ຕໍ່ການພົວພັນລະຫວ່າງຍີ່ປຸ່ນກັບອາຊຽນເວົ້າລວມ, ເວົ້າສະເພາະກໍຄືຍີ່ປຸ່ນກັບລາວ ທີ່ມີສາຍພົວພັນຮ່ວມມືກັນມາຢ່າງຍາວນານ ໃນຫລາຍດ້ານ ແລະ ກາຍເປັນພື້ນຖານສໍາຄັນ ຂອງການຍົກລະດັບເປັນຄູ່ຮ່ວມຍຸດທະສາດ ລະຫວ່າງສອງປະເທດ. ພ້ອມນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫລືອຂອງລັດຖະບານຍີປຸ່ນ ເພື່ອການພັດທະນາຢູ່ ສປປ ລາວ ໃນໄລຍະຜ່ານມາ, ໂດຍສະເພາະການສົ່ງອາສາສະໝັກຍີ່ປຸ່ນ ຫລາຍກວ່າ 800 ຄົນ ເຂົ້າມາເຮັດວຽກງານພັດທະນາ ຢູ່ທ້ອງຖິ່ນຕ່າງໆຂອງລາວ ລວມທັງການເຂົ້າມາລົງທຶນຂອງນັກທຸລະກິດຍີປຸ່ນ ກໍນັບມື້ເພີ່ມຂຶ້ນ, ອັນໄດ້ປະກອບສ່ວນສໍາຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວ ມີການເຕີບໃຫຍ່ເຂັ້ມແຂງເທື່ອລະກ້າວ.

 

ແຫລ່ງຂ່າວ:

ລພນ

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...