spot_img
Homeນານາສາລະປະໂຫຍດຂອງໝາກມັງກອນ ທີ່ຫຼາຍຄົນອາດບໍ່ທັນຮູ້!!

ປະໂຫຍດຂອງໝາກມັງກອນ ທີ່ຫຼາຍຄົນອາດບໍ່ທັນຮູ້!!

Published on

ເຊື່ອວ່າຫຼາຍໆຄົນຮູ້ດີວ່າ ຜັກ ແລະໝາກໄມ້ຕ່າງໆລ້ວນແລ້ວແຕ່ມີປະໂຫຍດຕໍ່ສຸຂະພາບ ແລະມີໝາກໄມ້ຫຼາຍຊະນິດທີ່ມີປະໂຫຍດຢ່າງຫຼວງຫຼາຍ. ມື້ນີ້ເຮົາຈະມາບອກເຖິງປະໂຫຍດຂອງໝາກມັງກອນທີ່ຫຼາຍຄົນຄວນຮູ້ ແລະຄວນກິນ

  1. ຄວບຄຸມນໍ້າໜັກໄດ້ດີ ແລະຜູ້ທີ່ເປັນເບົາຫວານກໍສາມາດກິນໄດ້: ມັງກອນເປັນໝາກໄມ້ທີ່ມີໄຟເບີສູງ ເຊິ່ງໄຟເບີເປັນສານອາຫານທີ່ສຳຄັນທີ່ຊ່ວຍໃນການຄວບຄຸມນໍ້າຕານໃນເລືອດ ເໝາະສຳລັບຜູ້ທີ່ເປັນພະຍາດເບົາຫວານ. ແຕ່ເຖິງແນວນັ້ນກໍດີ ກໍຄວນຢູ່ໃນພາຍໃຕ້ການແນະນຳຂອງໝໍຈະດີກວ່າ ເພາະຖ້າກິນຫຼາຍ ກໍອາດຈະເຮັດໃຫ້ລະດັບນໍ້າຕານໃນເລືອດຕໍ່າລົງຈົນເປັນອັນຕະລາຍໄດ້
  2. ບໍາລຸງຜົມເຮັດໃຫ້ຜົມນຸ່ມ: ມັງກອນເປັນອີກສູດລັບທີ່ຊ່ວຍບຳລຸງຜົມ ທີ່ຜ່ານການເຮັດສີໃຫ້ມີສຸຂະພາບດີ ພຽງແຕ່ປະສົມນໍ້າມັງກອນລົງໃນຄີມນວດຜົມ ແລ້ວໝັກປະໄວ້ຄ່ອຍລ້າງອອກ ກໍຈະຊ່ວຍໃຫ້ຮູຂຸມຂົນເທິງຫົວເປີດ ແລະເຮັດໃຫ້ຕ່ອມຜົມເປີດ ຊ່ວຍໃຫ້ຜົມໄດ້ຮັບການບຳລຸງຢ່າງເຕັມທີ່
  3. ຊ່ວຍຫຼຸດຂໍ້ອັກເສບ ຫຼຸດອາການເຈັບປວດ: ພະຍາດຂໍ້ອັກເສບ ນອກຈາກຈະສ້າງຄວາມເຈັບປວດ ໃຫ້ແກ່ຜູ້ທີ່ເປັນແລ້ວ ຍັງເຮັດໃຫ້ເຄື່ອນໄຫວບໍ່ສະດວກ ແລະມັງກອນມີີລິດໃນການຕ້ານການອັກເສບ, ການກິນມັງກອນຈະຊ່ວຍໃຫ້ອາການອັກເສບ ແລະການເຈັບປວດນັ້ນຫຼຸດລົງໄດ້
  4. ພອກໜ້າຫຼຸດການເກີດສິວ ຜິວງາມສຸດໆ: ໃຜວ່າມັງກອນກິນໄດ້ຢ່າງດຽວ ມັງກອນຍັງສາມາດນຳມາປອກເປັນປ່ຽງແລ້ວພອກໜ້າໄດ້ອີກດ້ວຍ ເຊິ່ງໝາກໄມ້ທີ່ອຸດົມດ້ວຍວິຕາມິນຊີນີ້ ສາມາດປ້ອງກັນການເປັນສິວ ແລະເຮັດໃຫ້ຜິວໜ້ານຽນນຸ້ມຊຸ່ມຊື່ນ ຫຼຸດລິ້ວລອຍທີ່ເກີດຂຶ້ນກ່ອນໄວ ແລະຖ້າຫາກຢາກໄດ້ຜົນດີທີ່ສຸດ ຕ້ອງພອກດ້ວຍມັງກອນມື້ລະ 2 ຄັ້ງ ແລ້ວລ້າງນໍ້າສະອາດ
  5. ຮັກສາຜິວໄໝ້ຈາກແສງແດດ: ສຳລັບໜຸ່ມໆ ສາວໆ ທີ່ມັກອາບແດດ ຫຼືຈຳເປັນຕ້ອງຢູ່ແດດດົນໆ ຈົນເກີດອາການຜິວໄໝ້ແດດ ມັງກອນສາມາດຊ່ວຍຮັັກສາຜິວບໍລິເວນນັ້ນໄດ້ດີ ເທົ່າກັບຫວ້ານຫາງແຂ້ ເພາະໃນມັງກອນນັ້ນມີວິຕາມິນບີ 3 ທີ່ໃຫ້ຄວາມຊຸ່ມຊື່ນ ບໍລິເວນທີ່ຖືກແດດຈະຊ່ວຍຮັກສາໃຫ້ດີໄດ້
  6. ບຳລຸງຫົວໃຈ ເພື່ອອາຍຸຍືນຍາວ: ມັງກອນນັ້ນມີສັບພະຄຸນຫຼາຍ ຊ່ວຍຫຼຸດຄໍເລດເຕີລໍ ຊະນິດທີ່ບໍ່ດີໃນເລືອດ ແລະຊ່ວຍເພີ່ມລະດັບຄໍເລດເຕີລໍຊະນິດທີ່ດີຕໍ່ຮ່າງກາຍ ແຖມຍັງເປັນໝາກໄມ້ທີ່ມີໄຂມັນອິ່ມຕົວທີ່ດີຕໍ່ສຸຂະພາບອີກດ້ວຍ
  7. ຫຼຸດລິ້ວລອຍ ໃຫ້ໃບໜ້າໃສ: ການກິນມັງກອນທີ່ອຸດົມໄປດ້ວຍສານຕ້ານອະນຸມູນອິດສະລະ ສາມາດເຮັດໃຫ້ຜິວພັນເຕັ່ງຕຶງ ແລະເບິ່ງອ່ອນກ່ອນໄວໄດ້ ໂດຍທີ່ບໍ່ຕ້ອງເພິ່ງຄີມບໍາລຸງໃດໆ ຫຼືຖ້າຢາກໄດ້ປະໂຫຍດທີ່ຫຼາຍກວ່າກໍເອົາມັງກອນໄປປະສົມກັບນໍ້າເຜິ້ງແລ້ວເອົາມາພອກໜ້າ ຈະເຮັດໃຫ້ເບິ່ງແລ້ວອ່ອນກ່ອນໄວອັນຄວນແນ່ນອນ
  8. ເພີ່ມການເຮັດວຽກຂອງສານຕ້ານອະນຸມູນອິດສະລະ ຫ່າງໄກຈາກພະຍາດມະເຮັງ: ສານຕ້ານອະນຸມູນອິດສະລະໃນຮ່າງກາຍເປັນຕົວການສຳຄັນທີ່ເຮັດໃຫ້ເກີດການອັກເສບ ແລະສາມາດກໍ່ໃຫ້ເກີດເຊວມະເຮັງໃນຮ່າງກາຍໄດ້ ດັ່ງນັ້ນການກິນອາຫານທີ່ມີສານຕ້ານອະນຸມູນອິດສະລະ ຈຶ່ງເປັນເລື່ອງທີ່ດີ ເຊິ່ງໃນມັງກອນນັ້ນກໍມີສານຕ້ານອະນຸມູນອິດສະລະຢູ່ຫຼາຍ ບໍ່ຈຳເປັນຕ້ອງເສຍເງິນແພງທ ເພື່ອຊື້ໝາກໄມ້ຕະກຸນເບີລີ່ ທີ່ນຳເຂົ້າຈາກຕ່າງປະເທດ
  9. ແຄລໍລີ່ຕໍ່າ: ມັງກອນປະມານ 200 ກຼາມນັ້ນມີແຄລໍລີ່ປະມານ 60 ກຼາມເທົ່ານັ້ນ ເຊິ່ງຖືວ່າໜ້ອຍ ນອກຈາກນີ້ຍັງມີສານອາຫານທີ່ດີຕໍ່ຮ່າງກາຍອີກຫຼາກຫຼາຍ ເໝາະສຳລັບຄົນທີ່ກຳລັງຫຼຸດນໍ້າໜັກ
  10. ຮັກສາອາການໄອ: ອາການໄອທີ່ເກີດຈາກພະຍາດໄຂ້ຫວັດນັ້ນ ເປັນອາການທີ່ສ້າງຄວາມລຳຄານຫຼາຍ ນອກຈາກກິນຢາທີ່ແພດສັ່ງແລ້ວ ຖ້າຫາກກິນໝາກມັງກອນທີ່ມີວິຕາມິນຊີສູງ ຈະເຮັດໃຫ້ພູມຄຸ້ມກັນແຂງແຮງຂຶ້ນ ແລະຊ່ວຍໃຫ້ການຕິດເຊື້ອທາງລະບົບທາງເດີນຫາຍໃຈບັນເທົາລົງໄດ້

ທີ່ມາ: kapook
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...