spot_img
HomeມູມໄອທີລາວApple ເປີດໂຕ iPhone 7 ແລະ iPhone 7 Plus ຢ່າງເປັນທາງການ!! ຕັດຮູສຽບຫູຟັງອອກ ແລະສາມາດກັນນ້ຳ ແລະຝຸ່ນໄດ້

Apple ເປີດໂຕ iPhone 7 ແລະ iPhone 7 Plus ຢ່າງເປັນທາງການ!! ຕັດຮູສຽບຫູຟັງອອກ ແລະສາມາດກັນນ້ຳ ແລະຝຸ່ນໄດ້

Published on

Apple ປະກາດເປີດໂຕສະມາດເຮືອທຸງລຸ້ນໃໝ່ຂອງທາງບໍລິສັດຢ່າງເປັນການແລ້ວໄດ້ແກ່: iPhone 7 ແລະ iPhone 7 Plus. ໂດຍທັງສອງລຸ້ນນີ້ແມ່ນຮອງຮັບມາດຕະຖານ IP67 ຄືກັນ, ມາພ້ອມຊິບໂຕໃໝ່ແບບ A10 Fusion ຄືກັນ ລວມໄປເຖິງສ່ວນອື່ນໆເກືອບຄືກັນໝົດ. ແຕ່ກໍມີຈຸດຕ່າງຢູ່ທີ່ລຸ້ນທຳມະດາຈະເປັນກ້ອງດ່ຽວ, ສ່ວນລຸ້ນ Plus ຈະເປັນກ້ອງຄູ່ ແລະທັງສອງລຸ້ນນີ້ຈະບໍ່ມີເສັ້ນສັນຍານຜ່ານດ້ານຫຼັງເຄື່ອງອີກແລ້ວ. 

ສຳລັບສະເປັກຂອງ iPhone 7 ມີດັ່ງນີ້:

  • ສັດສ່ວນເຄື່ອງ: 138.3x 67.1×7.1 ມມ
  • ນ້ຳໜັກ: 138 ກຣາມ
  • ໜ້າຈໍ: ໃຊ້ຈໍ IPS ຂະໜາດ 4.7 ນິ້ວ (1334 x 750 ພິກເຊວ), ອັດຕາຄວາມຄົມຊັດ 1400:1 ແລະ 3D touch.
  • CPU: Apple A10 Fusion ພ້ອມຊິບ M10 ປະມວນຜົນຮ່ວມກັນ
  • GPU: 6 ຄໍ 
  • RAM: ??
  • ROM: 32GB, 128GB ແລະ 256GB
  • ກ້ອງຫຼັງ: 12 ລ້ານພິກເຊວ ພ້ອມເລນ 6 ສ່ວນ, f/1.8, OIS,  ແຟລັດ Quad-LED True Tone . 
  • ກ້ອງຫຼັງຖ່າຍວີດີໂອລະດັບ 4K ທີ່ 30 fps, ໂໝດສະໂລໂມຊັ່ນ 1080p ທີ່ 120 fps ແລະ 720p ທີ່ 240 fps.
  • ກ້ອງໜ້າ: 7 ລ້ານພິກເຊວ, f/2.2, ແຟລັດ Retina ແລະຮອງຮັບການຖ່າຍວີດີໂອລະດັບ 1080p
  • ໃຊ້ລະບົບ iOS 10
  • ເຊັນເຊີ້ສະແກນນິ້ວມືທີ່ປຸ່ມໂຮມ
  • ຮອງຮັບມາດຕະຖານ IP67 ກັນນ້ຳແລະຝຸ່ນ
  • ລຳໂພງສະເຕີຣີໂອ ດ້ານເທິງ ແລະລຸ່ມ
  • ຕັດຮູແຈັກ 3.5 ມມອອກ ແລະແທນດ້ວຍພອຣ໌ດ Lightning 3.5 ມມ (ມີຫົວແປງມາໃຫ້ພ້ອມ)
  • ແບັດເຕີຣີ: lithium-ion, ສາມາດສະແຕນບາຍໄດ້ 10 ມື້, ໃຊ້ 3G/4G LTE ໄດ້ 12 ຊົ່ວໂມງ ແລະ  Wi-Fi 14 ຊົ່ວໂມງ. 
  • ຮອງຮັບ 4G VoLTE, WiFi 802.11 ac with MIMO, Bluetooth 4.2, NFC, GPS ພ້ອມ GLONASS

ສຳລັບ Apple iPhone 7 ມາພ້ອມ 5 ສີໃຫ້ເລືອກຄື: ສີເຈັດແບລັກ (Jet Black), ສີດຳ, ສີຄຳ, ສີຄຳກຸຫຼາບ ແລະສີເງິນ. ສຳລັບລາຄາເຄື່ອງ 32GB ຢູ່ທີ່ $649 (5.265.000 ກີບ), ລຸ້ນ 128GB ຢູ່ທີ່ $749 (6.075.000 ກີບ) ແລະ ລຸ້ນ 256GB ຢູ່ທີ່ $849 (6.900.000 ກີບ). ສຳລັບການສັ່ງຈອງແມ່ນເລີ່ມຕັ້ງແຕ່ວັນທີ 9 ກັນຍາ ເປັນຕົ້ນໄປ ພາຍໃນ 25 ປະເທດ ແລະຈະພ້ອມຂາຍໃນວັນທີ 16 ກັນຍານີ້. 

ສຳລັບສະເປັກຂອງ iPhone 7 Plus ມີດັ່ງນີ້:

  • ສັດສ່ວນເຄື່ອງ: 158.2x 77.9×7.3 ມມ
  • ນ້ຳໜັກ: 188 ກຣາມ
  • ໜ້າຈໍ: ໃຊ້ຈໍ IPS ຂະໜາດ 5.5 ນິ້ວ, ຄວາມລະອຽດ FullHD (1920 x 1080 ພິກເຊວ), ອັດຕາຄວາມຄົມຊັດ 1300:1 ແລະ 3D touch
  • CPU: Apple A10 Fusion ພ້ອມຊິບ M10 ປະມວນຜົນຮ່ວມກັນ
  • GPU: 6 ຄໍ
  • RAM: ??
  • ROM: 32GB, 128GB ແລະ 256GB
  • ກ້ອງຫຼັງເລນຄູ່: ເບື້ອງໜຶ່ງ 12 ລ້ານພິກເຊວ, f/1.8, ເປັນເລນມຸມກວ້າງ ແລະອີກເບື້ອງໜຶ່ງເປັນກ້ອງ Telephoto, f/2.8, OIS.
  • Optical zoom ໄດ້ 2 ເທົ່າ, digital zoom ໄດ້ເຖິງ 10 ເທົ່າ ແລະເປັນເລນ 6 ສ່ວນ
  • ກ້ອງຫຼັງຖ່າຍວີດີໂອລະດັບ 4K ທີ່ 30 fps, ໂໝດສະໂລໂມຊັ່ນ 1080p ທີ່ 120 fps ແລະ 720p ທີ່ 240 fps.
  • ກ້ອງໜ້າ: 7 ລ້ານພິກເຊວ, f/2.2, ແຟລັດ Retina ແລະຮອງຮັບການຖ່າຍວີດີໂອລະດັບ 1080p
  • ໃຊ້ລະບົບ iOS 10
  • ເຊັນເຊີ້ສະແກນນິ້ວມືທີ່ປຸ່ມໂຮມ
  • ລຳໂພງສະເຕີຣີໂອ ດ້ານເທິງ ແລະລຸ່ມ
  • ຮອງຮັບມາດຕະຖານ IP67 ກັນນ້ຳແລະຝຸ່ນ
  • ຕັດຮູແຈັກ 3.5 ມມອອກ ແລະແທນດ້ວຍພອຣ໌ດ Lightning 3.5 ມມ (ມີຫົວແປງມາໃຫ້ພ້ອມ)
  • ແບັດເຕີຣີ: lithium-ion, ສາມາດສະແຕນບາຍໄດ້ 16 ມື້, ໃຊ້ 3G/4G LTE ໄດ້ 13 ຊົ່ວໂມງ ແລະ  Wi-Fi 15 ຊົ່ວໂມງ. 
  • ຮອງຮັບ 4G VoLTE, WiFi 802.11 ac with MIMO, Bluetooth 4.2, NFC, GPS ພ້ອມ GLONASS

ສຳລັບ Apple iPhone 7 Plus ມາພ້ອມ 5 ສີໃຫ້ເລືອກຄື: ສີເຈັດແບລັກ (Jet Black), ສີດຳ, ສີຄຳ, ສີຄຳກຸຫຼາບ ແລະສີເງິນ. ສຳລັບລາຄາເຄື່ອງ 32GB ຢູ່ທີ່ $769 (6.150.000 ກີບ), ລຸ້ນ 128GB ຢູ່ທີ່ $869 (7.050.000 ກີບ) ແລະ ລຸ້ນ 256GB ຢູ່ທີ່ $969 (7.860.000 ກີບ). ສຳລັບການສັ່ງຈອງແມ່ນເລີ່ມຕັ້ງແຕ່ວັນທີ 9 ກັນຍາ ເປັນຕົ້ນໄປ ພາຍໃນ 25 ປະເທດ ແລະຈະພ້ອມຂາຍໃນວັນທີ 16 ກັນຍານີ້. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: 1,2

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...