Homeຂ່າວເຫດການນາຍົກລັດຖະມົນຕີຍີ່ປຸ່ນ ເຂົ້າຢ້ຽມຂ່ຳນັບ ປະທານປະເທດ ແຫ່ງ ສປປ ລາວ

ນາຍົກລັດຖະມົນຕີຍີ່ປຸ່ນ ເຂົ້າຢ້ຽມຂ່ຳນັບ ປະທານປະເທດ ແຫ່ງ ສປປ ລາວ

Published on

ຂປລ. ໃນວັນທີ 7 ກັນຍາ 2016 ທີ່ທໍານຽບປະທານປະເທດ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 6 ກັນຍາ 2016 ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29, ໃນລະຫວ່າງວັນທີ 6-8 ກັນຍາ 2016 ທີ່ນະຄອນຫລວງວຽງຈັນ.

ໃນໂອກາດດັ່ງກ່າວ, ທ່ານປະທານປະເທດ ໄດ້ຝາກຄວາມຢື້ຢາມຖາມຂ່າວເຖິງ ເຈົ້າຈັກກະພັດອາກິຮິໂຕະ, ພະລາຊີນີ ແລະ ຣາຊະວົງຍີ່ປຸ່ນ; ສະແດງຄວາມປິຕິຍິນດີທີ່ ທ່ານ ຊິນໂຊ ອາເບະ ໄດ້ເດີນທາງມາເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມທີ່ກ່ຽວຂ້ອງອື່ນໆທີ່ ສປປ ລາວ ເປັນເຈົ້າພາບ; ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ຕະຫລອດໄລຍະ 60 ປີ ຜ່ານມາ; ພ້ອມທັງສະແດງຄວາມຊົມເຊີຍຜົນສຳເລັດ ການພົບປະສອງຝ່າຍລະຫວ່າງ ສອງນາຍົກລັດຖະມົນຕີ ສປປ ລາວ ແລະ ຍີ່ປຸ່ນ; ສະແດງຄວາມຍິນດີທີ່ສອງຝ່າຍ ໄດ້ຮັບຮອງເອົາແຜນການຮ່ວມມື ເພື່ອພັດທະນາປະເທດລາວແບບຍືນຍົງ.

ທ່ານ ບຸນຍັງ ວໍລະຈິດ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫລືອດ້ານຕ່າງໆຂອງລັດຖະບານຍີ່ປຸ່ນ ໃນໄລຍະຜ່ານມາ ແລະ ການຊ່ວຍເຫລືອໃນການເປັນເຈົ້າພາບ ຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ກອງປະຊຸມທີ່ກ່ຽວຂ້ອງອື່ນໆ ໃນປີ 2016. ຫລັງຈາກນັ້ນ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ ກໍໄດ້ນຳເອົາຄວາມຢື້ຢາມຖາມຂ່າວ ຈາກເຈົ້າຈັກກະພັດອາກິຮິໂຕະ ເຖິງທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ; ສະແດງຄວາມຂອບໃຈຕໍ່ທ່ານປະທານປະເທດ ທີ່ໃຫ້ກຽດຕ້ອນຮັບໃນຄັ້ງນີ້ ແລະ ໄດ້ລາຍງານຫຍໍ້ກ່ຽວກັບ ການພົບປະສອງຝ່າຍກັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...